Ad

Ad

21 September 2015

ສະຫລອງວັນສ້າງຕັ້ງໜັງສືພິມວຽງຈັນໃໝ່ຄົບຮອບ 40 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງໜັງສືພີມວຽງຈັນໃໝ່ຄົບຮອບ 40 ປີ( 1 ກັນຍາ 19751 ກັນຍາ 2015) ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 18 ກັນຍາຜ່ານມານີ້, ທີ່ພັດຕະຄານດາວວຽງ 2, ໂດຍມີບັນດາຫົວໜ້າອົງການສື່ມວນຊົນ,ພ້ອມດ້ວຍພະນັກງານສື່ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.
ໃນພິທີອັນມີຄວາມໝາຍສໍາຄັນນີ້,ທ່ານທອງເລື່ອນພີມມະສານຫົວໜ້າບັນນາທິການໜັງສືພິມດັ່ງກ່າວໃຫ້ຮູ້ວ່າ: ໜັງສືພີມວຽງຈັນໃໝ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກັນຍາ 1975, ຊຶ່ງມີຕົ້ນກໍາເນີດມາຈາກໜັງສືພິມວຽງຈັນໂພສ, ເພື່ອເປັນກະບອກສຽງສໍາຄັນໃນການໂຄສະນາປຸກລະດົມມະຫາຊົນປະກອບສ່ວນເຂົ້າໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະຢູ່ນະຄອນຫລວງວຽງຈັນໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນກ້າວໜ້າ.

ໃນເບື້ອງຕົ້ນໜັງສືພິມວຽງຈັນໃໝ່ມີເນື້ອໃນພຽງ 4 ໜ້າເປັນຂາວ-ດໍາ, ຈາກນັ້ນກໍໄດ້ຮັບການປັບປຸງຍົກລະດັບທາງດ້ານເນື້ອໃນເພີ່ມຂຶ້ນເປັນ 8 ໜ້າ ແລະ ຕົກມາຮອດຊຸມປີ 2005 ກໍເພີ່ມເນື້ອໃນຂຶ້ນເປັນ 9 ໜ້າ ແລະ 15 ໜ້າໂຄສະນາ ແລະ ມີໜ້າສີຈໍານວນໜຶ່ງເພື່ອເພີ່ມສີສັນໃຫ້ສວຍງາມຂຶ້ນ. ປັດຈຸບັນໜັງສືພິມວຽງຈັນໃໝ່ ມີທັງໝົດ 18 ຄໍລໍາ, ສາມາດສະໜອງຂ່າວ-ບົດຂຽນຕ່າງໆໄດ້ປະມານ 8 ພັນກວ່າເລື່ອງ, ຮູບຖ່າຍ 7 ພັນກວ່າແຜ່ນ ແລະ ຮູບແຕ້ມປະມານ 250 ໃບໃນແຕ່ລະປີ.
ສ່ວນຍອດຈໍາໜ່າຍປະມານ 5-6 ພັນສະບັບຕໍ່ມື້ ແລະ ມີພະນັກງານ, ນັກຂ່າວທັງໝົດ 47 ຄົນໃນນັ້ນຍິງ 24 ຄົນ ແລະ ມີເພື່ອນຮ່ວມງານທີ່ຂຽນບົດ-ຂ່າວສະໜອງໃຫ້ອີກຈໍານວນໜຶ່ງ, ນອກຈາກນີ້ກໍຍັງມີໜັງສືພິມ ວຽງຈັນທຸລະກິດ-ສັງຄົມ ຈັດພິມເປັນລາຍອາທິດເພື່ອສະໜອງຂໍ້ມູນທີ່ຫລາກຫລາຍໃຫ້ຜູ້ອ່ານໄດ້ດີຂຶ້ນ. ຂະນະດຽວກັນກໍໄດ້ມີການຮ່ວມມືຢ່າງເລິກເຊິ່ງກັບໜັງສືພິມຮ່າໂນ້ຍເມີຍ ແລະ ກິ່ງເຕໂດທິ ສສ ຫວຽດນາມ ໃນດ້ານວິຊາການ ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະ ກັນ.

ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ໄດ້ກ່າວຢືນຢັນວ່າ: ຕະຫລອດໄລຍະ 40 ປີຜ່ານມາ, ໜັງສືພິມວຽງຈັນໃໝ່ໄດ້ຍຶດໝັ້ນອຸດົມການ ແລະ ແນວທາງນະໂຍບາຍຂອງພັກ-ລັດຢ່າງໜັກແໜ້ນ, ເປັນກະບອກສຽງສໍາຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເປັນເວທີເສີມຂະຫຍາຍປະຊາທິປະໄຕຂອງປະຊາຊົນ ແລະ ສຶກສາອົບຮົມທາງດ້ານການເມືອງແນວຄິດຂອງປະຊາຊົນບັນດາເຜົ່າ, ດ້ວຍການສະໜອງຂໍ້ມູນຂ່າວສານ, ສະລະໜ້າຮູ້ ແລະ ການບັນເທິງທີ່ມີປະໂຫຍດໃຫ້ແກ່ສັງຄົມດ້ວຍດີຕະຫລອດມາ.

No comments:

Post a Comment