Ad

Ad

8 February 2016

ລາວ​ປະກາດ​ຈໍານວນ​ຜູ້​ສະໝັກ​​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ແລະ ສະມາຊິກ​ ສະພາ​ປະຊາຊົນແຂວງ, ນະຄອນຫລວງ

            ​ໂດຍປະຕິບັດຕາມລັດຖະທໍາມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະ ບັບປັບປຸງແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງ.​ ໃນວັນທີ 4 ກຸມພາ 2016 ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວໄດ້ອອກລັດຖະດໍາລັດວ່າດ້ວຍການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ​(ສສຊ) ຊຸດທີ VIII ​ມີຈໍານວນ 211 ທ່ານ,​ ເລືອກເອົາ 149 ທ່ານ ແລະ ສະມາຊິກສະພາປະຊາຊົນແຂວງ,ນະຄອນຫລວງຈໍານວນ 508 ທ່ານ,​ ເລືອກເອົາ 360 ທ່ານຄື:​ເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນມີຜູ້ສະໝັກເລືອກຕັ້ງ ສສຊ ຈໍານວນ 24 ທ່ານ, ​ເລືອກເອົາ 17 ທ່ານແລະ ຜູ້ສະໝັກສະມາຊິກສະພາປະຊາຊົນມີ 27 ທ່ານເລືອກເອົາ 18 ທ່ານ.​ເຂດເລືອກຕັ້ງທີ II ​ແຂວງຜົ່ງສາລີມີຜູ້ສະໝັກ ສສຊ 7 ທ່ານ,​
ເລືອກເອົາ 5 ທ່ານ,ຜູ້ສະໝັກສະມາຊິກສະພາປະຊາຊົນມີ 25 ​ທ່ານ,ເລືອກເອົາ 18 ທ່ານ. ເຂດເລືອກຕັ້ງທີ III ແຂວງຫລວງນໍ້າທາມີຜູ້ສະໝັກ ສສຊ 7 ທ່ານເລືອກເອົາ 5 ທ່ານ,ຜູ້ສະໝັກສະມາຊິກສະພາປະຊາຊົນມີ 17 ທ່ານ​, ເລືອກເອົາ 12 ທ່ານ. ເຂດເລືອກຕັ້ງທີ IV ​ແຂວງອຸດົມໄຊມີຜູ້ສະໝັກ ສສຊ 10 ທ່ານ,​ເລືອກເອົາ 7 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາ ຊົນມີ 24 ທ່ານ,​ ເລືອກເອົາ 17 ທ່ານ.​ເຂດເລືອກຕັ້ງທີ V ​ແຂວງບໍ່ແກ້ວມີຜູ້ສະໝັກ ສສຊ 7 ທ່ານ,​ເລືອກເອົາ 5 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 17 ທ່ານ, ​ເລືອກເອົາ 12 ທ່ານ. ​ເຂດເລືອກຕັ້ງທີ VI ​ແຂວງຫລວງພະບາງມີຜູ້ສະໝັກ ສສຊ 15 ທ່ານ,​ ເລືອກເອົາ 10 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 42 ທ່ານ,​ ເລືອກເອົາ 30 ທ່ານ.​ ເຂດເລືອກຕັ້ງທີ VII ​ແຂວງໄຊຍະບູລີມີຜູ້ສະໝັກ ສສຊ 12 ທ່ານ,​ ເລືອກເອົາ 8 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 39 ທ່ານ,​ເລືອກເອົາ 28 ທ່ານ. ​ເຂດເລືອກຕັ້ງທີ VIII ​ແຂວງຫົວພັນມີຜູ້ສະໝັກ ສສຊ 10 ທ່ານ,​​ ເລືອກເອົາ 7 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 36 ທ່ານ, ​ເລືອກເອົາ 26 ທ່ານ. ​ເຂດເລືອກຕັ້ງທີ IX ແຂວງຊຽງຂວາງມີຜູ້ສະໝັກ ສສຊ 9 ທ່ານ,​ ເລືອກເອົາ 6 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 24 ທ່ານ,​ ເລືອກເອົາ 17 ທ່ານ. ​ເຂດເລືອກຕັ້ງທີ X ​ແຂວງວຽງຈັນມີຜູ້ສະໝັກ ສສຊ 13 ທ່ານ,​ເລືອກເອົາ 9 ທ່ານ,ຜູ້ສະໝັກສະມາຊິກສະພາປະຊາຊົນມີ 39 ທ່ານ,​ ເລືອກເອົາ 28 ທ່ານ.​ ເຂດເລືອກຕັ້ງທີ XI ​ແຂວງບໍລິຄໍາໄຊມີຜູ້ສະໝັກ ສສຊ 9 ທ່ານ, ​ເລືອກເອົາ 6 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 24 ທ່ານ, ​ເລືອກເອົາ 17 ທ່ານ. ​ເຂດເລືອກຕັ້ງທີ XII ​ແຂວງຄໍາມ່ວນມີຜູ້ສະໝັກ ສສຊ 11 ທ່ານ, ​ເລືອກເອົາ 8 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 35 ທ່ານ,​ ເລືອກເອົາ 25 ທ່ານ.​ ເຂດເລືອກຕັ້ງທີ XIII ​ແຂວງສະຫວັນນະເຂດມີຜູ້ສະໝັກ ສສຊ 26 ທ່ານ, ​ເລືອກເອົາ 19 ທ່ານ,ຜູ້ສະໝັກສະມາຊິກສະພາປະຊາຊົນມີ 50 ທ່ານ, ເລືອກເອົາ 35 ທ່ານ. ​ເຂດເລືອກຕັ້ງທີ XIV ​ແຂວງສາລະວັນມີຜູ້ສະໝັກ ສສຊ 11 ທ່ານ,​ ເລືອກເອົາ 8 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 27 ທ່ານ,​ ເລືອກເອົາ 19 ທ່ານ.​ເຂດເລືອກຕັ້ງທີ XV ​ແຂວງຈໍາປາສັກມີຜູ້ສະໝັກ ສສຊ 19 ທ່ານ,​ ເລືອກເອົາ 14 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 32 ທ່ານ,​ ເລືອກເອົາ 22 ທ່ານ.​ເຂດເລືອກຕັ້ງທີ XVI ​ແຂວງເຊ​​ກອງມີຜູ້ສະໝັກ ສສຊ 7 ທ່ານ,​ ເລືອກເອົາ 5 ທ່ານ, ຜູ້ສະໝັກສະມາຊິກສະ ພາປະຊາຊົນມີ 16 ທ່ານ,​ ເລືອກເອົາ 12 ທ່ານ.​ເຂດເລືອກຕັ້ງທີ XVII ​ແຂວງອັດຕະປືມີຜູ້ສະໝັກ ສສຊ 7 ທ່ານ,​ ເລືອກເອົາ 5 ທ່ານ, ຜູ້ສະໝັກສະມາຊິກສະພາປະຊາຊົນມີ 17 ທ່ານ, ​ເລືອກເອົາ 12 ທ່ານແລະເຂດເລືອກຕັ້ງທີ XVIII ​ແຂວງໄຊສົມບູນມີຜູ້ສະໝັກ ສສຊ 7 ທ່ານ, ​ເລືອກເອົາ 5 ທ່ານແລະ ຜູ້ສະໝັກສະມາຊິກສະພາປະຊາຊົນມີ 17 ທ່ານ,​ເລືອກເອົາ 12 ທ່ານ.

No comments:

Post a Comment