Ad

Ad

8 February 2016

ຜູ້​ຕາງໜ້າ​ພິ​ເສດຂອງເລ​ຂາ​ທິກ​ານ​​ໃຫ​ຍ່ພັກປະ​ຊາ​ຊົນປະ​ຕິ​ວັດ​ລາວຢ້ຽມຢາ​ມ​ກໍາປູ​ເຈຍ

            ສະ​ຫາຍນາງ ສູນ​ທອນ ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ຜູ້​ຕາງ​ໜ້າ​ພິ​ເສດຂອງ​ ສະ​ຫາຍ​ ບຸນ​ຍັງ ວໍລະ​ຈິດ ເລ​ຂາ​ທິ​ການ​ໃຫ​ຍ່​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ພ້ອມ​ດ້ວຍຄະນະ ໄດ້​​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ ​ໃນວັນ​ທີ 1-4 ກຸມພາ 2016.
           ໃນ​ວັນ​ທີ 2 ກຸມພານີ້, ສະຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ​ພ້ອມ​ດ້ວຍ​ຄະ​ນະໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ, ​ປະທານ​ພັກປະຊາຊົນ ກຳປູ​​ເຈຍ. ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເປັນ​ກຽດ​ຢ່າງສູງ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້ຕາງໜ້າພິ​ເສດ​ຂອງ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ, ເລຂາທິການ​ໃຫຍ່ ​​​ໄປ​ແຈ້ງ​ຜົນ​ກອງ​
ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ ​ພັກ ປປ ລາວ ​ແລະ ​ໄດ້ມອບ​ໂທລະ​ເລກຂອບ​​ໃຈຂອງ​ສະຫາຍ​ ບຸນ​ຍັງ ວໍລະ​ຈິດ, ເລຂາທິ ການ​ໃຫຍ່ ​ໃຫ້​​ແກ່ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ ​ແລະ ຄໍາ​ເຊື້ອ​ເຊີ​ນ ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ, ປະທານ​ພັກ ປະຊາຊົນ ກຳປູ​ເຈຍ ມາ​ຢ້ຽມຢາມ ສປປ ລາວ ​ໃນ​ເວລາ​ທີ​ເໝາະ​ສົມ.
           ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຄວາມ​ເພິ່ງ​ພໍ​ໃຈ ຕໍ່​ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ ລະ​ຫ່ວາງ ລາວ- ກໍາປູ​ເຈຍ ສືບ​ຕໍ່ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຂື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ຕົວ​ຈິງ​ມາ​ໃຫ້ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​​ໃນ​ພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ໃນ​ໂລກ. ​ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຮູ້​ບຸນ​ຄຸນ ​ເປັນ​ຢ່າງ​ສູງຕໍ່​ພັກ ແລະ ປະຊາຊົນ​ກໍາປູ​​ເຈຍ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ, ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ, ລໍ້ຳຄ່າ​ໃຫ້​ແກ່​ພັກ, ລັດ ​ແລະ ປະຊາ ຊົນ​ລາວ ​​ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ ​ແລະ ​ຢືນຢັນ​ວ່າ ພັກ, ລັດຖະບານ ​ແລະ ປະຊາຊົນ ລາວ ຈະ​ເຮັດ​ສຸດ​ຄວາ​ມສາມາດ​ຂອງ​ຕົນ ​ເພື່ອ​ຮ່ວມ​ກັບ ປະຊາຊົນ ກຳປູ​ເຈຍ ອ້າຍ​ນ້ອງ ​ໃນ​ການ​ປົກ​ປົກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ ທີ່ເປັນ​ມູນ​ເຊື້ອອັນ​ດີງາມ ລະຫວ່າງ ​ລາວ- ກໍາປູ​ເຈຍ ​ໃຫ້​ແຕກ​ດອກ​ອອກ​ຜົນຍິ່ງ​ໆ​ຂຶ້ນ.
          ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ, ​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ ປປ ລາວ, ​ເຊິ່ງ​ເປັນ​ເຫດການ​ການ​ເມືອງ​ທີ່​ສຳ​ຄັນ​ໃນ​ຊີວິດ​ການ​ເມືອງ​-ສັງຄົມ​ຂອງ​ ລາວ, ​​​ເປັນ​ຂີດ​ໝາຍ​​​ແຫ່ງ​ການ​ພັດທະນາ​ໃໝ່ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດລາວ ​ໃຫ້​ນັບ​ມື້​ມີ​ຄວາມ​ວັດທະນາ​ຖາ​ວອນ, ປະຊາຊົນ​ນັບ​ມື້​ມີ​ຄວາມ​ອີ່ມໝຳສຳ ລານ ​ແລະ ມີຄວາມ​ຜາ​ສຸກ. ສົມ​ເດັດ ຮຸນ​​ແຊ​ນ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ພັກ, ລັດ ​ແລະ ປະຊາຊົນລາວ ຍາດ​ມາ​ໄດ້ໃນ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ຕະຫລອດ​ໄລຍະ​ 30 ປີ​ທີ່​ຜ່ານ​ມາ ​ ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ 5 ປີ​ ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ປະຊາຊົນ ປະຕິວັດ​ລາວ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນຢ່າ​ງໜັກ​ແໜ້ນ​​ວ່າ ພາຍ​ໃຕ້​ການ​ນຳພາ​​ຂອງ​ພັກ ປະຊາຊົນ ປະຕິວັດລາວ ​ໂດ​ຍມີ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ຜູ້ນຳ​ນັ້ນ​, ພັກ, ລັດຖະບານ ​ແລະ ປະຊາຊົນ ລາວ ບັນດາ​ເຜົ່າ​ ​ຈະບັນລຸ​ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງຜັນ​ຂະຫຍາຍ​​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ ປປ ລາວ ຍິ່ງ​ໃຫຍ່​ກວ່າ​ເກົ່າ.

          ສົມ​ເດັດ ຮຸນ​​ແຊນ ​ໄດ້ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ກໍາປູ​ເຈຍ ຈະ​​ເຮັດ​ສຸດ​ຄວາມ​ສາ ມາດ​ຂອງ​ຕົນ​ຮ່ວມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ລາວ ບັນດາ​ເຜົ່າ ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ລະຫວ່າງ ກຳປູ​ເຈຍ - ລາວ ​​ໃຫ້​ຍືນ​ຍົງ​ຄົງ​ຕົວຕະ ຫລອດ​ໄປ; ພ້ອມ​ກັນ​ນັ້ນ, ສົມ​ເດັດ ຮຸນ​​ແຊນ ​ໄດ້​ຝາກ​ຄຳ​ຢື້ຢາມ​ຖາມ​ຂ່າວ ອັນ​ສະໜິດສະໜົມ ​ເຖິງ​ສະຫາຍ ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ແລະ ບັນດາ​ສະຫາຍ​ການ​ນຳ​ຂອງພັກ, ລັດລາວ ​ແລະ ຕອບ​ຮັບ​ຄຳ​ເຊື້​ອເຊີນ​ຂອງ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ, ເລຂາທິການ​ໃຫຍ່ ​ມາ​ຢ້ຽມຢາມ ລາວ ​ໃນ​ເວລາ​ທີ່​ເໝາະ​ສົມ​.

No comments:

Post a Comment