Ad

Ad

8 February 2016

ວາງ​ສີ​ລາ​ເລີກ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນໍ້າ​ງື່ມລະຫວ່າງນາ​ບົງ-ທ່າ​ກົກ​ໄຮ

           ພິທີວາງສີລາເລີກໂຄງການກໍ່ສ້າງຂົວຂ້າມນໍ້າງື່ມແຫ່ງທີ 5 ​ໃນຈຸດລະຫວ່າງບ້ານນາບົງຫາບ້ານທ່າກົກໄຮ,​ເມືອງປາກງື່ມ, ນະຄອນຫລວງວຽງຈັນ,​ ໂດຍທຶນຊ່ວຍເຫລືອຫລາຍກວ່າຮ້ອຍຕື້ກີບຂອງທ່ານ ສັກໄຊ ວົງມາລາສິດ ປະທານກຸ່ມບໍລິສັດລາວເວີນອະສັງຫາລິມາຊັບ, ​ໄດ້ຈັດຂຶ້ນໃນເຊົ້າວັນທີ 5 ກຸມພານີ້, ​ໂດຍມີທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສີນລະວົງ ຄຸດໄພທູນ, ທ່ານລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງ ດຣ ບຸນຈັນ ສີນທະວົງ ພ້ອມດ້ວຍອໍານາດການປົກຄອງແລະ ປະຊາຊົນຊາວເມືອງປາກງື່ມເຂົ້າຮ່ວມເປັນຈໍານວນຫລາຍ.

    ທ່ານປະທານກຸ່ມບໍລິສັດລາວເວີນອະສັງຫາລິມະຊັບ​ ​ກ່າວວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນ​​ເຮັດໃນສິ່ງທີ່ມີຄຸນຄ່າແລະ ສ້າງປະໂຫຍຄືນໃຫ້ແກ່ສັງຄົມກໍຄືການກໍ່ສ້າງຂົວຂ້າມນໍ້າງື່ມແຫ່ງນີ້. ຄືດັ່ງພວກເຮົາຮັບຮູ້ນໍາກັນວ່າຈຸດທີ່ຈະສ້າງຂົວນີ້ເຄີຍເກີດໂຊກນາດຕະກໍາເຮືອບັກລົ່ມຈົນມີເດັກນ້ອຍນັກຮຽນ 10 ຄົນເສຍຊີວິດຢ່າງໜ້າສົງສານ, ຈຶ່ງຕັດສີນໃຈສ້າງຂົວຂ້າມ​​ແຫ່ງນີ້ຂຶ້ນ​.
   ຂົວດັ່ງກ່າວມີຄວາມຍາວປະມານ 236 ​ແມັດ, ກວ້າງ 11 ​ແມັດ, ມີທາງຍ່າງສອງຝາກທາງແລະ ມີລະບົບໄຟຟ້າແສງສະຫວ່າງຄົບຊຸຸດ, ລວມມີມູນຄ່າກໍ່ສ້າງປະມານ 14 ລ້ານໂດລາສະຫະລັດ ຫລືຫລາຍກວ່າ 100 ຕື້ກີບແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງພາຍໃນ 24 ​ເດືອນ​.

            ​ໃນໂອກາດນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ຂຶ້ນກ່າວຄໍາເຫັນ​, ຊຶ່ງ​​ໄດ້ຕາງໜ້າໃຫ້ພັກແລະ ລັດຖະບານ ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານປະທານກຸ່ມບໍລິສັດລາວເວີນທີ່ໄດ້ປະກອບສ່ວນທຶນຢ່າງຫລວງຫລາຍເພື່ອກໍ່ສ້າງຂົວແຫ່ງນີ້ແລະ ເມື່ອກໍ່ສ້າງສໍາເລັດຈະຊ່ວຍໃຫ້ການຄົມມະນາຄົມ, ສັນຈອນໄປມາ, ການຂົນສົ່ງສີນຄ້າຂອງປະຊາຊົນ​​ໃນເຂດລ່ອງງື່ມມີຄວາມສະດວກ,​ເປັນການປະກອບສ່ວນຍົກລະດັບພື້ນຖານໂຄງລ່າງແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ດີຂຶ້ນເທື່ອລະກ້າວ

No comments:

Post a Comment