Ad

Ad

8 February 2016

ນະຄອນຫຼວງ​ຫາລື​ການ​ຄຸມ​ຄອງ​ພະຍາດ​ໄຂ້​ເລືອດ​ອອກ​ປີ 2016

ວັນທີ 5 ກຸມພານີ້, ຄະນະກຳມະການຕ້ານແລະ ຄວບຄຸມພະຍາດຕິດຕໍ່ນະຄອນຫຼວງວຽງຈັນໄດ້ຮ່ວມກັບພະແນກສາທາລະນະສຸກນະຄອນຫຼວງວຽງຈັນຈັດກອງປະຊຸມປຶກສາຫາລືຖອດຖອນບົດຮຽນການເຝົ້າລະວັງພະຍາດໄຂ້ເລືອດອອກໃນປີຜ່ານມາແລະ ວາງມາດຕະການປ້ອງກັນປະຈຳປີ 2016 ຶ້, ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ,​ ໂດຍການເປັນປະທານຂອງທ່ານ ສາຍທອງແກ້ວດວງດີ , ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຄະນະກຳມະການຕ້ານແລະ ຄວບຄຸມພະຍາດຕິດຕໍ່ນະຄອນຫຼວງວຽງຈັນ​, ມີຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ຫົວໜ້າພະແນກສາທາລະນະສຸກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ.


ທ່ານປະທານກອງປະຊຸມກ່າວວ່າ: ​ຜ່ານມາປະເທດເຮົາກໍເປັນປະເທດໜຶ່ງທີ່ມີການລະບາດຂອງພະຍາດໄຂ້ເລືອດອອກຄື: ໃນປີ 2010 ​ແລະ 2013 ​ເຊິ່ງມີຜູ້ຕິດເຊື້ອພະຍາດດັ່ງກ່າວຫຼາຍກ່າວ 1 ​ແສນ​​ຄົນແລະ ກໍ່ມີຫຼາຍພາກສ່ວນ​​ເຂົ້າມາມີບົດບາດໃນການປ້ອງກັນແລະ ຄວບຄຸມພະດດັ່ງກ່າວເຊັ່ນ: ອຳນາດການປ້ອງຄອງຂັ້ນບ້ານ, ຂັ້ນເມືອງ, ວັດ, ນັກຮຽນ​, ນັກສຶກສາ ໂດຍສະເພາະນັກສຶກສາແພດສາດກໍໄດ້ລົງມາຊ່ວຍຕ້ານແລະ ຄວບຄຸມພະຍາດດັ່ງກ່າວໃນປີ 2013 ທີ່ມີການລະບາດ​​ໃຫຍ່ໃນນັ້ນກໍໄດ້ນຳໃຊ້ງົບປະມານຈາກພາກລັດແລະເອກະຊົນ ຈົນຮອດການຊ່ວຍ​​ເຫຼືອສາກົນເປັນຈຳນວນ​​ຫຼວງຫຼາຍແລະເຫັນໄດ້ພາຍຫຼັງມີການລະບາດສິ້ນສຸດລົງ ປະຊາຊົນກໍ່ຄືອຳນາດການປົກຄອງມີຄວາມຕື່ມຕົວແລະເປັນເຈົ້າການໃນການເຝົ້າລະວັງຍັງບໍ່ຕໍ່ເນື່ອງແລະ ຂາດຄວາມຍືນຍົງໃນກາເຝົ້າລະວັງພະຍາໄຂ້ຍຸງລາຍດ້ວຍຕົວ​​ເຂົາ​​ເຈົ້າເອງ​ ​ເນື່ອງຈາກຍັງາດຜູ້ທີ່ຈະເປັນຫຼັກໃນການນຳພາຂັ້ນບ້ານແລະ ຄວາມຮູ້ໃນການປ້ອງກັນພະຍາດໄຂ້ຍຸງລາຍຍັງບໍ່ທັນສູງ, ສະນັ້ນໃນປີ 2016  ​ເຊິ່ງ​​ເປັນປີທີ່ຄົບຮອບວຽນຂອງການລະ ບາດຂອງພະຍາດດັ່ງກ່າວເຊິ່ງ 2-3 ປີ​​​​ໃດຈະມີການລະບາດກັບຄືນມາ, ຕາມປົກກະຕິແລ້ວໃນລະຫວ່າງ​​ເດືອນຕຸລາຫາ ​​ທັນວາ ກໍມັກຈະມີການລະບາດຂອງ​​ໄຂ້ເລືອດອອກຄື: ​​ປີ 2015 ຜ່ານມາແມ່ນ​​ມີການລາຍງານສູງຢູ່,ດັ່ງນັ້ນເພື່ອເປັນການກຽມພ້ອມໃນງານກອງປະຊຸມສຳຄັນລະດັບຊາດທີ່ຈະຈັດໃນນະຄອນຫຼວງວຽງຈັນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ວາງມາດຕະການ​​ແຕ່ຫົວທີ,ໂດຍອິງຕາມກອງປະຊຸມໄຂ້ຍຸງລາຍປະຈຳປີ 2015 ຜ່ານມາແລະ ທິດຊີ້ນຳຂອງຫົວໜ້າກົມຄຸມຄອງພະຍາດຕິດຕໍ່ກະຊວງສາທາລະນະສຸກທີ່ໄດ້ມີທິດເພື່ອປຶກສາຫາລືຮ່ວມກັບຄະນະກຳມະທິການຄວບຄຸມພະຍາດຕິດຕໍ່ຂັ້ນນະຄອນຫຼວງວຽງຈັນ​​, ຊຶ່ງມີຈຸດປະສົງເພື່ອຮັບຟັງການລາຍງານຂອງການກະກຽມຄວາມພ້ອມໃນການປ້ອງກັນການລະບາດຂອງພະຍາດໄຂ້ຍຸງລາຍໃນປີ 2016 ພ້ອມທັງ​​ແຜນການຫັນເອົາພະນັກງານສາທາລະນະສຸກລົງຕິດຕາມແລະ ຊຸກຍູ້ຢ່າງໃກ້ສິດຢູ່ໃນ​​ແຕ່ລະເມືອງໃນນະຄອນຫຼວງເພື່ອເປັນກຳລັງ​​ແຮງຊ່ວຍໃນການປ້ອງກັນພະຍາໄຂ້ຍຸງລາຍບໍ່ໃຫ້ມີການລະບາດເກີດຂຶ້ນ.

No comments:

Post a Comment