Ad

Ad

8 February 2016

ປີຜ່ານມາລາວ​ໂທລະ​ຄົມມະ​ນາ​ຄົມ​ລົງ​ທຶນ​ຂະຫຍາຍຕາໜ່າງຫລາຍ​ກວ່າ​ 46 ລ້ານ​​ໂດ​ລາ​ສະຫະລັດ

      ກອງປະຊຸມສະຫລຸບຜົນງານການເຄື່ອນໄຫວວຽກງານປະຈຳປີ 2015 ຂອງບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ, ​ໄດ້ຈັດຂຶ້ນໃນວັນທີ 5 ກຸມພາຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ, ​​​​ໂດຍການເຂົ້າຮ່ວມຂອງທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີໂທລະຄົມ ມະນາຄົມແລະ ການສື່ສານ, ພ້ອມດ້ວຍຜູ້ອຳນວຍການ, ຮອງຜູ້ອຳນວຍການແລະ ພະນັກງານພາຍໃນບໍລິສັດດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
     ​​ທ່ານ ທອງ​​ໃສ ຊານໄຊຍະ ອຳນວຍການບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມໄດ້ຂຶ້ນຜ່ານບົດສະຫລຸບຜົນງານການເຄື່ອນໄຫວວຽກງານປະຈຳປີ 2015 ​ແລະແຜນວຽກ​​ໃນປີ 2016, ຊຶ່ງ
ທ່ານໄດ້ຍົກໃຫ້ເຫັນຜົນງານ​​ພົ້ນເດັ່ນຫລາຍດ້ານ ທີ່ລາວໂທລະຄົມມະນາຄົມ ສາມາດຍາດມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນໄດ້ລົງທຶນໃສ່ການຂະຫຍາຍຕາໜ່າງໂທລະຄົມມະນາຄົມໃນມູນຄ່າ 46 ລ້ານ​​ໂດລາສະຫະລັດ, ​ໃນນັ້ນມີລະບົບໂທລະສັບມືຖື 38,13 ລ້ານໂດລາສະຫະລັດ, ລະບົບສາຍສົ່ງ 3,6 ລ້ານໂດລາສະຫະລັດ, ​ໂທລະສັບຕັ້ງໂຕະ 0,3 ລ້ານໂດລາສະຫະລັດ, ລະບົບອິນເຕີເນັດແລະ ອື່ນໆ 4 ລ້ານໂດລາສະຫະລັດ, ພ້ອມນີ້ ຍັງໄດ້ເປີດໃຫ້ບໍລິການໂທລະສັບລະຫວ່າງປະເທດ​​ເພີ່ມຂຶ້ນເປັນ 9 ​ເຄືອຂ່າຍ, ​ໃນນັ້ນມີ ດາຕາໂຣມມິ (Data Roaming) ​ເພີ້ມຂຶ້ນ 28 ​ເຄືອຂ່າຍ, ຊຶ່ງທັງໝົດເຫລົ່ານີ້ ມັນໄດ້ກາຍເປັນປັດໃຈຫລັກທີ່ຊ່ວຍໃຫ້ລາວໂທລະຄົມໄດ້ຮັບຄວາມໄວ້ວາງໃຈຂອງລູກຄ້ານັບມື້ຫລາຍຂຶ້ນ, ​ໂດຍສະເລ່ຍແລ້ວ. ມາຮອດປັດຈຸບັນ ມີລູກຄ້າໃຊ້ໂທລະສັບມືຖືໃນ​​ເຄືອຂ່າຍຂອງຕົນ 1,50 ລ້ານກວ່າໝາຍເລກ, ​ໂທລະສັບຕັ້ງໂຕະ 43 ພັນກວ່າເລກໝາຍ, ​ໂທລະສັບວິນໂຟນ 444 ​ແສນກວ່າເລກໝາຍແລະ ອິນເຕີເນັດ 569.000 ​ກວ່າລູກຄ້າ, ​ໃນນີ້ 2015 ຜ່ານມາ ລາວໂທລະຄົມສາມາດສ້າງລາຍຮັບໄດ້ທັງໝົດ 1.659 ຕື້ກີບ, ​ເທົ່າກັບ 119,2% ຂອງແຜນການ, ​ໃນນັ້ນ ມີກຳໄລສຸດທິ 358 ຕື້ກີບ, ​ເທົ່າກັບ 151,7% ຂອງແຜນການ, ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດ​ 450 ກວ່າຕື້ກີບ, ຊຶ່ງກວມເອົາອັດຕາສ່ວນ 32,2% ຂອງລາຍຮັບທີ່ປະຕິບັດໄດ້ໃນປີຜ່ານມາ, ​ທຽບໃສ່ປີ 2014 ​ເພີ່ມຂຶ້ນ 37,9%. ນອກຈາກນີ້ ລາວໂທລະຄົມມະນາຄົມ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນ​ ​ໄປພ້ອມໆກັບການດຳເນີນທຸລະກິດແລະໃນໄລຍະຜ່ານມາ ລາວໂທລະຄົມ ຍັງໄດ້ປະກອບສ່ວນຊ່ວຍເຫລືອແລະໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດແລະ ສັງຄົມ​ ​ເປັນມູນຄ່າ 3,6 ຕື້ກວ່າກີບ.

     ສຳລັບ​​​ປີ 2016ນີ້, ລາວໂທລະຄົມຈະສູ້ຊົນສ້າງລາຍຮັບໃຫ້ໄດ້ທັງໝົດ 1.790 ຕື້ກວ່າກີບ, ຄາດຄະເນກຳໄລສຸດທິໃຫ້ໄດ້ 376 ຕື້ກວ່າກີບ, ​ເພີ່ມຂຶ້ນ 13,3% ຈາກປີ 2015 ​ແລະ ຄາດເນວ່າຈະສາມາດມອບພັນທະໃຫ້ລັດຖະບານໄດ້ 380,1 ຕື້ກີບ. ​ແລະຈະ​​ໄດ້ສຸມໃສ່ສືບຕໍ່ປັບປຸງແລະຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມໃຫ້ຮັບປະກັນທາງດ້ານປະລິມານແລະ ຄຸນນະພາແລະເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມມີປະສິດທິພາບສູງຂຶ້ນ.

No comments:

Post a Comment