Ad

Ad

8 February 2016

ອູ​ລາວ ກຸ່ມ​ບໍລິສັດ​ປ້າຍ​ໂຄສະນາທີ່​ດີ​


   ​ໃນວັນທີ 5 ກຸມພາຜ່ານມາ, ​ທ່ານ ປຣະເສີດ ບັນຈົງພັກດີ ປະທານກຸ່ມບໍລິສັດປ້າຍໂຄສະນາລາວ (Ooh Laos), ຖະແຫລ​​ວ່າ: ​ໄລຍະຜ່ານມາ, ການລົງໂຄສະນາຢູ່ຕາມ​​ແຜ່ນປ້າຍຕ່າງໆເຫັນວ່າມີຄວາມຫຍຸ້ງຍາກຫລາຍໃນການຕິດຕໍ່ພົວພັນ​ ​ແລະ ອື່ນໆ, ​ເມື່ອເປັນແນວນັ້ນ ທັງ 4 ບໍລິສັດປ້າຍໂຄສະ ນາລະດັບແຖວໜ້າຂອງລາວໄດ້ປຶກສາຫາລືກັນຫລາຍຄັ້ງ ຈຶ່ງຕັດສິນໃຈຮ່ວມຕົວກັນ​​ໃຫ້ເປັນໜຶ່ງດຽວໃນນັ້ນປະກອບມີ: ບໍລິສັດ Blue Grass (ຫຍ້າສີຟ້າ), ບໍລິສັດ ປັນຍາທິບ, ບໍລິສັດ MAA ​ແລະ ບໍລິສັດແມັກມີເດຍເພື່ອເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງບໍລິສັດກັບບໍລິສັດໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ສາມາດແຂ່ງຂັນກັບປະເທດພາກພື້ນ​ ​ແລະ ສາກົນ, ​ໃນການຮ່ວໂຕກັນຄັ້ງນີ້ ກຸ່ມບໍລິສັດ ອູລາວ ຍັງ​​ໄດ້ເພີ່ມພື້ນທີ່ປ້າຍໂຄສະນາຫລາຍກວ່າ 250 ປ້າຍ, ທີ່ຕິດຕັ້ງຢູ່ຕາມຈຸດຕ່າງໆຕາມເສັ້ນທາງ​​ໃນຕົວເມືອງນະຄອນຫລວງວຽງຈັນແລະ ບັນດາແຂວງ​​ຕ່າງໆໃນທົ່ວປະເທດ, ສະໜາມບິນສາກົນ, ດ່ານຂົວມິດຕະພາບ, ຕະຫລາດ, ຊຸມຊົນແລະ ອື່ນໆ, ​ເພື່ອສະແດງອອກເຖິງ​​ຄວາມທັນສະໄໝໄປພ້ອມໆກັບຄວາມເປັນລາວ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ້ແລະ ຍັງເປັນການສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ຫົວໜ່ວຍທຸລະກິດທີ່ໄດ້ມາລົງໂຄສະນາກັບພວກເຮົາອີກດ້ວຍ.

No comments:

Post a Comment