Ad

Ad

8 February 2016

ດຶ່ມ​ແລ້ວ​ຂັບຂີ່​ຍັງ​ເປັນ​ສາ​ເຫດ​ຫລັກ​ພາ​​ໃຫ້​ເກີດ​ອຸປະຕິ​ເຫດ​

​​ 
    ແລງຂອງວັນທີ 6 ກຸມພາຜ່ານມານີ້, ຢູ່ຖະໜົນທ່າເດື່ອ, ເຂດບ້ານນາໄຫເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນໄດ້ເກີດ​​ເຫດລົດ​​ບັນທຸກຕຳກັບລົດຈັກຢ່າງຮຸນແຮງເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ນາງ ອັກສອນ ອາຍຸ 19 ປີ, ນັກສຶກສາ ຢູ່ບ້ານດົງໂພນເລົາເມືອງຫາດຊາຍອງເສຍຊີວິດຄາທີ່ແລະທ່ຽງຄືນຂອງວັນທີ 5 ກຸມພາຜ່ານມາ, ​ຢູ່ຖະໜົນໄກສອນ ພົມວິຫານ, ເຂດບ້ານພະຂາວເມືອງໄຊທານີ, ໄດ້ເກີດມີລົດໃຫຍ່ຕຳກັບລົດຈັກເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ອ້າຍ ອາຍຸ 26 ປີ ກຳມະ ກອນ ຢູ່ບ້ານດົງໂດກເມືອງໄຊທານີເສຍຊີວິດຄາທີ່.

​     ເຈົ້າໜ້າທີ່ ​​​ໃຫ້ທັດສະນະວ່າ: ອຸປະຕິເຫດສ່ວນໃຫຍ່​​ແມ່ນມັກເກີດຂຶ້ນໃນທ້າຍອາທິດ, ​​ໄລຍະ​​ເທດສະ ການຕ່າງໆ, ​ຊຶ່ງກຸ່ມຄົນເຫລົ່ານັ້ນຈະພາກັນນັດຊຸມແຊວ ດື່ມສິ່ງມຶນເມົາຈົນ​​​ຂາດສະຕິ ຕໍ່ການຂັບຂີ່​​ເຮັດໃຫ້ເກີດອຸປະຕິ​​ເຫດດັ່ງກ່າວ. ດັ່ງນັ້ນ ຈຶ່ງເຕືອນມາຍັງນັກຂັບຂີ່ທຸກຄົນ ຈົ່ງມີສະຕິໃນການຂັບຂີ່ທຸກຄັ້ງ, ຖ້າດື່ມສິ່ງມຶນເມົາແລ້ວກໍບໍ່ຄວນຂັບຂີ່ທັງນີ້ກໍເພື່ອຄວາມປອດໄພຂອງທຸກຄົນ. ​

No comments:

Post a Comment