Ad

Ad

8 February 2016

ກັກຜູ້ຖືກຫາ 5 ຄົນພ້ອມຂອງກາງຢາບ້າ 24 ພັນເມັດ

ຂ່າວ-ພາບ : ຫນັງສືພິມ ປກສ
ເຈົ້າໜ້າທີ່ຕຳຫລວດສະກັດກັ້ນແລະ ຕ້ານຢາເສບຕິດແຂວງຈຳປາສັກ, ລາຍງານ ໃຫ້ຮູ້ວ່າ: ໃນວັນທີ 1 ກຸມພາທີ່ຜ່ານມານີ້. ໜ່ວຍງານຂອງຕົນໄດ້ນຳກຳລັງເຂົ້າມ້າງຄະດີຢາ ເສບຕິດລາຍໃຫຍ່ ທີ່ນັດຊື່ຂາຍ ຢາບ້າຢູ່ໂຮງແຮມແຫ່ງຫນຶ່ງໃນເຂດ ບ້ານໂພນດຳດວນ ເມືອງ ໂຂງ ແຂວງຈຳປາສັກ, ແລະ ສາມາດກັກຕົວຜູ້ຕ້ອງຫາໄດ້ 5 ຄົນ ຄື: ທ້າວ ຄຳພົນ ອາຍຸ 35 ປີ ຢູ່ ບ້ານໄຊສົມບູນ ເມືອງ ແລະ ແຂວງແຂວງນ້ຳທາ, ທ້າວ ສອນ ວິໄລອາຍຸ 40 ປີ, ທ້າວ ຫວາດອາຍຸ 48 ປີ, ທັງສອງຢູ່ບ້ານ ເວີນແຄນ ເມືອງມຸນລະປະໂມກ ແຂວງ ຈຳປາສັກ, ທ້າວ ກອງ ອາຍຸ 34 ປີ ບ້ານໜອງແຕ້ ແລະ ທ້າວ ສີລິສັກ ອາຍຸ 40 ປີ,ຢູ່ບ້ານສີສຸລາດ, ທັງສອງຂຶ້ນກັບເມືອງ ແລະ ແຂວງຈຳ
ປາສັກ, ພ້ອມທັງຍຶດຂອງກາງປະເພດຢາບ້າໄດ້ 12 ມັດ, ເທົ່າກັບ 24 ພັນເມັດ, ພ້ອມຂອງກາງ ທີ່ພົວພັນກັບການເຄື່ອນໄຫວຄ້າຂາຍ ຢາເສບຕິດຄັ້ງນີ້ລວມມີ ລົດ  ໃຫຍ່ 3 ຄັນ ແລະ ວັດຖຸມີຄາ ຈຳນວນໜຶ່ງ.
           ຜ່ານການສືບສວນສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 27 ມັງກອນ  2016 ພວກຕົນໄດ້ໄປຊື່ຢາບ້າ. ນຳ ທ້າວ ໄໝຢູ່ແຂວງຫຼວງນ້ຳທາ, ຈຳນວນ 24 ພັນເມັດ    ເພື່ອຈະເອົາມາຂາຍໃຫ້ ນາງ ນຽງ ຄົນສັນຊາດກຳປູເຈຍ. ແລະ ໄດ້ນັດຊື່ຂາຍກັນຢູ່ໂຮງແຮມດັ່ງກ່າວ ແຕ່ໃນເວລາທີ່ມາລໍຖ້າຈຶ່ງຖືກເຈົ້າໜ້າທີ່ບຸກເຂົ້າກັກຕົວໄດ້ກ່ອນ.


No comments:

Post a Comment