Ad

Ad

5 February 2016

ລາວ​ກຽມພ້ອມ​​ເຝົ້າລະວັງ​ພະຍາດ​ຊິ​ກ້າ

ເມື່ອຜ່ານມານີ້, ກະຊວງສາທາລະນະສຸກໄດ້ຮ່ວມກັບອົງການອະນາໄມໂລກ, ໄດ້ຈັດພິທີຖະ​ແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບສະພາບການລະບາດຂອງພະຍາດຊິກ້າ​ ( zika ) ຢູ່ພາກພື້ນອາເມລິກາແລະ ການກຽມຄວາມພ້ອມຂອງ ສປປ ລາວໃນການປ້ອງກັນພະຍາດດັ່ງກ່າວຂຶ້ນຢູ່ນະຄອນ ຫຼວງວຽງຈັນ, ໂດຍທ່ານ ສາດ ສະດາຈານ ດຣເອສະຫວ່າງວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກຖະແຫຼງວ່າ: ບັດຈຸບັນໄດ້ເກີດມີການລະບາດຂອງເຊື້ອຈຸລະ​​ໂລກຊິກ້າໃນພາກພື້ນອາເມລິກາ, ຊຶ່ງກາຍເປັນສິ່ງທີ່ໜ້າເປັນຫ່ວງທີ່ສຸດຂອງບັນດາປະເທດຕ່າງໆໃນທົ່ວໂລກ, ກໍຄືປະເທດລາວຂອງພວກເຮົາແລະເຖິ່ງວ່າປັດຈຸບັນການລະບາດຂອງພະາດດັ່ງກ່າວຍັງບໍ່ມາເຖິງ​​​ແຕ່ກະຊວງສາທາລະນະສຸກກໍຈະເພີ່ມຄວາມ​​
ເຂັ້ມ​​ແຂງໃນການເຝົ້າລະວັງພະຍາດນີ້ແລະ ມາຮອດປັດຈຸບັນພາກສ່ວນກ່ຽວຂ້ອງທາງກະຊວງສາທາລະນະສຸກສາມາດຢືນຢັນທາງດ້ານວິເຄາະໄດ້ວ່າການປ້ອງກັນພະຍາດຊິກ້າແມ່ນຄ້າຍຄືກັບການ​​ປ້ອງກັນພະຍາດໄຂ້ຍຸງລາຍເນື່ຶອງຈາກການແພ່ເຊື້ອຂອງພະຍາດນີ້ແມ່ນຄ້າຍຄືກັບພະຍາດໄຂ້ຍຸງລາຍທັງນັ້ນທາງກະຊວງສາທາລະນະສຸກ, ຈຶ່ງໄດ້ຮ່ວມມືກັບອຳນາດການປົກຄອງທຸກຂັ້ນ, ​ເພື່ອໃຫ້ຄວາມສຳຄັນໃນຂະບວນການທຳລາຍ​​ແຫຼ່ງເພາະພັນຂອງຍຸງລາຍ, ​ໂດຍການມີສ່ວນຮ່ວມຂອງຊຸມຊົນໃນການປະຕິບັດຫຼັກການ 5 ໃຫ້ການ​​ເປັນຄວາມສິນ​​ເຄີຍປະຈຳວັນຄື: ປິດ, ປ່ຽນ, ປ່ອຍ, ປັບປຸງ, ປະຕິບັແລະປັດໃຈຮ່ວມທີ່ພົວພັນກັບພະຍາດຊິກ້າ ຊຶ່ງລວມມີອາການສະໝອງນ້ອຍແລະ ອາການກ້າມຊີ້ນອ່ອນແຫຼວ, ພ້ອມນັ້ນທາງໂຄງການອະນາໄມໂລກຍັງໃຫ້ການສະນັບສະໜູນກະຊວງສາທາລະນະສຸກໃນການເພີ່ມຄວາມເຂັ້ມ​​ແຂງແລະ ການປ້ອງກັນພະຍາດດັ່ງກ່າວ​​ເຊັ່ນ: ການສ້າງຫ້ອງວິເຄາະເພື່ອກວດຫາເຊື້ອພະຍາດ, ​ເພີ່ມຄວາມເຂັ້ມແຂງວຽກງານການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງຈາກພະຍາດດັ່ງກ່າວຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວກ່າວວ່າ: ທຸກຄົນສາມາດປ້ອງກັນຕົວເອງຈາພະຍາດຊິກ້າໄດ້ໂດຍບໍ່ໃຫ້ຍຸງກັດ, ຍ້ອນຍຸງ​​ເປັນພາຫະທີ່ກໍໃຫ້ເກີດພະຍາດນີ້, ຄົນສ່ວນໃຫຍ່ທີ່ຕິດພະຍາດຊິກ້າແມ່ນບໍ່ມີອາການສະແດງອອກ ຫຼື ຈະມີພຽງອາການໄຂ້ເບົາບາງ, ມີຜືນຕາມຜິວໜັງແລະເຫຍື້ອເມືອກຕາອັກເສບແລະ ອາການເຫຼົ່ານີ້ຈະຫາຍໄປໃນໄລຍະເວລາ 2 - 7 ວັນ, ການປິ່ນປົວຄົນເຈັບດັ່ງກ່າວແມ່ນໃຫ້ຢາແກ້ປວດ, ​ແກ້ໄຂ້ , ດື່ມນ້ຳຫຼາຍໆແລະ ຜັກຜ່ອນໃຫ້ພຽງພໍ, ຜູ້ຕ່າງໜ້າອົງການອະນາໄມໂລກໃຫ້ຮູ້ອີກວ່າ: ​ພະຍາດຊິກ້າ​​ເປັນ​​ເຊື້ອຈຸລະໂລກຊະນິດໜຶ່ງຊຶ່ງມັນ​​ເກີດໃນ​​ເຂດ​​ຮ້ອນຊຸ່ມແລະ ກວດພົບພະຍາດດັ່ງກ່າວຄັ້ງທຳອິດໃນປີ 1947 ​​ທີ່ມີຊື່ວ່າ ຊິກ້າປະເທດອຸກັນດາ, ທະວີບອາຟຼິກກາແລະ ພະຍາດດັ່ງກ່າວໄດ້ເກີດລະ ບາດຂຶ້ນຢູ່ກະແຈກກະຈາຍຈົນເຖິງປີ 2013  ​ແລະ ປັດຈຸບັນມີການລາຍງານພົບຜູ້ຕິດເຊື້ອພະຍາດດັ່ງກ່າວໃນຂົງເຂດອາຊີເຊັ່ນ: ປະເທດໄທ, ​ອິນໂດເນເຊຍແລະ ກຳປູເຈຍເປັນຕົ້ນ.

No comments:

Post a Comment