Ad

Ad

16 December 2016

ນະຄອນຫລວງກຽມລົງແກ້ໄຂຄວາມບໍ່ເປັນລະບຽບຕາມເສັ້ນທາງໃນຕົວເມືອງ

  ພາຍຫລັງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາຢູ່ກອງປະຊຸມ ລັດຖະບານປະຈໍາເດືອນພະຈິກຜ່ານມາວ່າໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງໃນຕົວເມືອງໂດຍໄວ, ໂດຍສະເພາະບັນຫາການກໍານົດສະຖານທີ່ຈອດລົດ ແລະ ການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆໃນຕົວເມືອງທີ່ມີສຽງຈົ່ມວ່າຈາກສັງຄົມກ່ຽວກັບຄວາມບໍ່ສອດຄ່ອງ ແລະ ໂປ່ງໃສ ລວມເຖິງການແກ້ໄຂບັນຫາສິ່ງກີດຂວາງການສັນຈອນຕາມເສັ້ນທາງ ເປັນຕົ້ນ: ການຂາຍເຄື່ອງໃສ່ແຄມທາງ, ທາງຍ່າງ (ຟຸດບາດ) ແລະ ຈອດລົດແບບຊະຊາຍ, ການເອົາວັດຖຸຕ່າງໆມາຕັ້ງຕັນຕາມ
ແຄມທາງ ແລະ ການຕິດຕັ້ງປ້າຍໂຄສະນາ, ການຕໍ່ເທີບ-ເງີບທີ່ບໍ່ຖືກຕ້ອງຕາມລະບຽບການຕ່າງໆໃຫ້ໝົດໄປຢ່າງຂາດຕົວ. ສະນັ້ນເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຂະແໜງການກ່ຽວຂ້ອງອື່ນໆ ເພື່ອກະກຽມລົງຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງໃນຕົວເມືອງໃນໄວໆນີ້, ຊຶ່ງກໍານົດເຂດທີ່ຈະໄດ້ລົງແກ້ໄຂບັນຫາການຈອດລົດຊະຊາຍ ແລະ ຂາຍເຄື່ອງບໍ່ເປັນລະບຽບຢູ່ເຂດໂຮງແຮມລ້ານຊ້າງ, ສໍານັກງານໃຫຍ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເຂດຮ້ານອາຫານຂອບໃຈເດີ, ຖະໜົນສາມແສນໄທ, ເຂດກົມບໍ່ແຮ່, ຖະໜົນລ້ານຊ້າງ, ເຂດຕະຫລາດເຊົ້າ, ຖະໜົນຂຸນບູລົມ, ຕໍ່ໜ້າໄປສະນີ, ຖະໜົນເປ3 (P3), ຖະໜົນເຈົ້າອານຸວົງ, ຖະໜົນເຕ2 (T2), ເຂດຕະຫລາດແລງໜອງດ້ວງ, ເສັ້ນທາງແຕ່ສະຫວ່າງ-ດົງໂດກ, ໂຮງໝໍ 150 ຕຽງ, ເສັ້ນທາງຕໍ່ໜ້າໂຮງແຮມດອນຈັນພາເລດ, ຖະໜົນຄູວຽງ, ຖະໜົນດົງປາລານ, ດົງປາຍນາ, ຖະໜົນໄກສອນພົມວິຫານ, ທາດຫລວງ, ໂພນພະເນົາ, ກໍາແພງເມືອງ, ສຸພານຸວົງ, ຟ້າງຸ່ມ, ຕໍ່ໜ້າໂຮງຮຽນປາກປາສັກ, ແຄມຂອງ, ໜ້າພັດຕະຄານໄຜ່ໜາມ, ຫ້ວຍຫົງ, ດອນໜູນ, ທ່າເດື່ອ ແລະ ຈຸດອື່ນໆທີ່ເຫັນວ່າມີການຕັ້ງໂຕະ, ເຕັ້ນ, ລໍ້ຍູ້ທີ່ບໍ່ເປັນລະບຽບ ແລະ ມີການຈອດລົດຊະຊາຍເຮັດໃຫ້ກີດຂວາງການສັນຈອນແອອັດ.

   ພະແນກ ຍທຂ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາມາ ນີ້, ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ລົງກວດກາແກ້ໄຂຄວາມບໍ່ເປັນລະບຽບຕາມເສັ້ນ ທາງສາຍສໍາຄັນໃນ 6 ເມືອງນະຄອນຫລວງ ແລະ ສາມາດພົບເຫັນປະກົດການບໍ່ເປັນລະບຽບຮຽບຮ້ອຍຫລາຍກວ່າພັນກໍລະນີ, ສາມາດແກ້ໄຂໄດ້ 700 ກວ່າກໍລະນີ. ສ່ວນໃຫຍ່ແມ່ນວາງຂາຍສີນຄ້າຊະຊາຍຕາມແຄມທາງ, ທາງຍ່າງ ແລະ ຈອດລົດຊະຊາຍ.     

No comments:

Post a Comment