Ad

Ad

16 December 2016

ທຳລາຍສິນຄ້າເກືອດຫ້າມ ແລະ ໝົດອາຍຸເປັນຈໍານວນຫລາຍ

  ເມື່ອບໍ່ດົນມານີ້, ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ນໍາສີນຄ້າເກືອດຫ້າມ ເຊັ່ນ: ໝາກກະໂພກ, ດອກໄມ້ໄຟ, ບັ້ງພຸ ແລະ ວັດຖຸທີ່ເຮັດໃຫ້ມີສຽງແຕກຫລາຍກວ່າ 995 ກິໂລ ແລະ ສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸຫລາຍລາຍການລວມມີມູນຄ່າຫລາຍກວ່າ 47 ລ້ານກີບ ທີ່ຢຶດໄດ້ຈາກຮ້ານມີນິມາກ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ຕະຫລາດຕ່າງໆໃນໄລຍະສອງເດືອນຜ່ານມາໄປທໍາລາຍຖີ້ມຕາມແຈ້ງການຂອງເຈົ້າຄອງນະຄອນຫລວງວຽງຈັນກ່ຽວກັບໃຫ້ເອົາໃຈໃສ່ກວດກາ, ສຶກສາອົບຮົມ, ສະກັດກັ້ນ, ແກ້ໄຂການນຳເຂົ້າ, ຢຸດຕິການວາງຂາຍ, ການຈູດ ວັດຖຸ
ທີ່ເຮັດໃຫ້ມີສຽງແຕກເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງສັງຄົມ ແລະ ຄຳສັ່ງຂອງທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າກ່ຽວກັບການຕິດສະຫລາກສິນຄ້າເປັນພາສາລາວ. ເພື່ອແນໃສ່ສະກັດກັ້ນ ແລະ ບໍ່ໃຫ້ເປັນຊ່ອງຫວ່າງຂອງກຸ່ມຄົນບໍ່ດີສວຍໂອກາດກໍຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກໃຫ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ.

           ພະແນກດັ່ງກ່າວໃຫ້ຮູ້ວ່າ: ໃນຕໍ່ໜ້າຈະເອົາໃຈໃສ່ລົງຕິດຕາມກວດກາຢ່າງເປັນປົກກະຕິ, ເພື່ອແນໃສ່ໂຄສະນາເຜີຍແຜ່ລະບຽບການຕ່າງໆໃຫ້ຜູ້ນຳເຂົ້າ ແລະ ຈຳໜ່າຍສິນຄ້າຮັບຮູ້ເຂົ້າໃຈກ່ຽວກັບການດໍາເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ, ໂດຍສະເພາະບໍ່ໃຫ້ຈຳໜ່າຍສິນຄ້າຕ້ອງຫ້າມ ແລະ ສິນຄ້າໝົດອາຍຸອາສົ່ງຜົນສະທ້ອນບໍ່ດີຕໍ່ສຸຂະພາບ ແລະ ຊັບສິນຂອງຜູ້ຊົມໃຊ້, ເປັນການຍົກສູງສະຕິໃນການເລືອກຊື້ສິນຄ້າຂອງຜູ້ຊົມໃຊ້ ແລະ ສະຕິເຄົາລົບລະບຽບກົດໝາຍຂອງສັງຄົມໃຫ້ສູງຂຶ້ນ. ພ້ອມຮຽກຮ້ອງເຖິງອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນທຸກຊັ້ນຄົນໃຫ້ຄວາມຮ່ວມມືຊ່ວຍເປັນຫູເປັນຕາ, ຫາກພົບເຫັນການຈຳໜ່າຍສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸ ຫລື ສິນຄ້າທີ່ຜິດຕໍ່ລະບຽບກົດໝາຍແມ່ນໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງໂດຍໄວ ເພື່ອສະກັດກັ້ນບໍ່ໃຫ້ສິນຄ້າອັນຕະລາຍດັ່ງກ່າວມີຈຳໜ່າຍເດັດຂາດ.

No comments:

Post a Comment