Ad

Ad

16 December 2016

ລາວ ແລະ ແຂວງຫູໜານ ຫາລືການຮ່ວມມືສອງຝ່າຍ

ກະຊວງແຜນການ ແລະ ການລົງທຶນຮ່ວມກັບຄະນະຜູ້ແທນ ແຂວງຫູໝານ ສປ ຈີນ ໄດ້ຈັດເວທີສົນທະນາຫາລືການຮ່ວມມື ດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ລະ ຫວ່າງສອງຝ່າຍ ຂຶ້ນໃນວັນທີ 14 ທັນວານີ້ ທີ່ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍທ່ານ  ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ແລະ ຝ່າຍຈີນນຳໂດຍ ທ່ານນາງ ຫວງ ລານຊ່ຽງ ຄະນະປະຈຳພັກແຂວງ, ຫົວໜ້າແນວໂຮມເອກະພາບ ແຂວງຫູໝານ, ພ້ອມບັນດານັກທຸລະກິດສອງຝ່າຍເຂົ້າຮ່ວມນຳດ້ວຍ.

ໃນກອງປະຊຸມຕ່າງກໍໄດ້ແຈ້ງສະພາບການ ແລະ ນະໂຍບາຍສົ່ງເສີມການພັດທະນາເສດ ຖະກິດ-ສັງຄົມ ໃຫ້ກັນຊາບໂດຍສະເພາະດ້ານການທ່ອງທ່ຽວ ທີ່ຕ່າງຝ່າຍມີຄວາມສົນໃຈ, ແລະ ພ້ອມນັ້ນຝ່າຍລາວໄດ້ເນັ້ນໜັກໃສ່ການນຳສະເໜີ ນະໂຍບາຍ ກໍຄື ກົດໝາຍສົ່ງເສີມການລົງທຶນ ເພື່ອ ເລັ່ງໃສ່ດຶງດູດການລົງທຶນຂອງນັກທຸລະກິດ ສປ ຈີນ ເຂົ້າໃນຂົງເຂດການຜະລິດ ແລະ ປຸງແຕ່ງຜົນຜະລິດກະສິກຳເພື່ອສົ່ງອອກ ແລະ ການຮ່ວມມືໃນຂະແໜງການທ່ອງທ່ຽວ ໃຫ້ຫລາຍຂື້ນ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ນັກລົງທຶນ ແຂວງ ຫູໜານ ໄດ້ເຂົ້າມາລົງທຶນ ຢູ່ ສປປ ລາວ ຫລາຍກວ່າ 1 ແສນຄົນ, ເຊິ່ງສິ່ງເຫລົ່ານີ້ ໄດ້ເປັນທ່າແຮງອັນສຳຄັນ ໃນການຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຫູນານ ມີປະສິດທິຜົນສູງຂຶ້ນ, ເຊິ່ງສະແດງອອກໃຫ້ເຫັນປັດຈຸບັນ ຍອດມູນຄ່າສັນຍາໂຄງການກໍ່ສ້າງຕ່າງໆຂອງແຂວງຫູໜານ ຢູ່ ສປປ ລາວ ມີເຖິງ 83 ລ້ານໂດລາສະຫະລັດ, ມູນຄ່າການຄ້າຂອງສອງຝ່າຍເພີ່ມເປັນ 35 ລ້ານໂດລາສະຫະລັດ ແລະ ຄາດວ່າໃນອະນາຄົດ ຈະເພີ່ມສູງຂຶ້ນຕື່ມອີກ

No comments:

Post a Comment