Ad

Ad

12 October 2016

ຈັບມືກາວຕົວອັນຕະລາຍມາດໍາເນີນຄະດີ

          ນາງ ດຳດວນ (ແອ) ອາຍຸ 45 ປີພັກເຊົາຢູ່ບ້ານໂພນສະຫວັນເໜືອ, ເມືອງສີສັດຕະນາກ, ນະ ຄອນຫລວງວຽງຈັນ, ຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈັບຕົວມາດໍາເນີນຄະດີໃນຂໍ້ຫາລັກຊັບພົນລະເມືອງ.
            ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວກໍເຫດລັກຊັບພົນລະເມືອງດ້ວຍວິທີການຈົກກະເປົາຂອງປະຊາຊົນທີ່ມາເລາະຊື້ສີນຄ້າຢູ່ຕະ ຫລາດເຊົ້າ ແລະ ຕະຫລາດຂົວດິນມາແລ້ວຫລາຍຄັ້ງ ແລະ ໄດ້ເງິນຂອງຜູ້ຕົກເປັນເຫຍື່ອມາເປັນຈໍານວນຫລາຍສີບລ້ານກີບ ແລະ ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວຕົນເອງໄດ້ໄປລັກຈົກກະເປົາເງິນຂອງຍິງຄົນໜຶ່ງທີ່ຍ່າງເລາະ
ຊື້ເຄື່ອງຢູ່ຕະຫລາດຂົວດິນ ແລະ ໄດ້ເງິນມາໜຶ່ງລ້ານກວ່າກີບ, ຈາກນັ້ນກໍໄດ້ມາຢູ່ຄອກຝາກລົດຈັກດ້ານນອກຂອງຕະຫລາດດັ່ງກ່າວເພື່ອຊອກຫາເຫຍື່ອລາຍໃໝ່, ແຕ່ຂະນະນັ້ນກໍຖືກຈັບຕົວມາດຳເນີນຄະດີ.
            ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການລົງຕິດຕາມຈັບມືກາວລັກຊັບພົນລະເມືອງຕົວອັນຕະລາຍໃນຄັ້ງນີ້, ເປັນຜົນມາຈາກມີຜູ້ເສຍຫາຍຈໍານວນບໍ່ໜ້ອຍໄດ້ແຈ້ງມາວ່າຖືກຄົນຮ້າຍລັກຈົກເອົາກະເປົາຢູ່ໃນຕະ ຫລາດສອງແຫ່ງດັ່ງກ່າວ, ຈຶ່ງຈັດກໍາລັງລົງກວດກາຕິດຕາມ ແລະ ຈົນໃນທີ່ສຸດກໍສາມາດຈັບຕົວຄົນຮ້າຍມາດໍາເນີນຄະດີໄດ້ ແລະ ນີ້ກໍຖືເປັນຂະຕິເຕືອນປະຊາຊົນທີ່ໄປເລາະຊື້ສີນຄ້າຕາມຕະຫລາດ
ຕ່າງໆຈົ່ງມີສະຕິຮັກສາຊັບສີນ ແລະ ເງິນຄໍາໄວ້ໃຫ້ດີເພື່ອບໍ່ໃຫ້ຕົກເຮ່ຍເສຍຫາຍ.

No comments:

Post a Comment