Ad

Ad

11 October 2016

ຜົນສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດເອຊີດີ ຄັ້ງທີ 2 ຂອງ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ

          ໃນໂອກາດທີ່ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 9-10 ຕຸລາ 2016 ນີ້ ຊຶ່ງມີຜູ້ນຳ ແລະ ຄະນະຜູ້ແທນຈາກຈາກ 34 ປະເທດ ເຂົ້າຮ່ວມພາຍໃຕ້ການເປັນປະເທດຂອງທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ.
          ກອງປະຊຸມສຸດຍອດຄັ້ງນີ້ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນທິດທາງການເສີມຂະຫຍາຍການຮ່ວມມືດ້ານເສດຖະກິດລະຫວ່າງປະເທດສະມາຊິກ ແລະ ໄດ້ຮັບຮອງເອົາ 3 ເອກະສານ ຄື : 1.) ວິໄສທັດເອຊີດີ ເພື່ອຮ່ວມມືອາຊີ 2030; 2.) ຖະແຫລງການບາງກອກ; ແລະ 3.) ຖະແຫລງການ ເອຊີດີ ວ່າດ້ວຍການເຕີບໂຕ ໂດຍຜ່ານການຮ່ວມມືໃນການເຊື່ອມຈອດ, ບັນດາເອກະ ສານດັ່ງກ່າວ ຈະ
ວາງພື້ນຖານອັນຫນັກແຫນ້ນເພື່ເຮັດໃຫ້ອາຊີກາຍເປັນທະວີບແຫ່ງສັນຕິພາບ, ມີຄວາມກ້າວຫນ້າ, ຄວາມສະຫງົບສຸກ, ມີສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງວັດທະນາ ແລະ ເພື່ອບັນລຸເປົ້າມໝາຍການພັດທະນາແບບຍືນຍົງ.
          ໃນໂອກາດນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນຫນັກບາງປະເດັນທີ່ສຳຄັນວ່າ ເອຊີດີ ເປັນອົງການໜຶ່ງດຽວຂອງທະວີອາຊີ ທີ່ເປັນເວທີປຶກສາຫາລືການຮ່ວມມືດ້ານເສດຖະກິດໃນຂອບ ເອຊີດີ, ໂດຍສະເພາະການຮ່ວມມືໃນ 6 ຂົງເຂດວຽກງານທີ່ໄດ້ກຳ ນົດໄວ້ໃນວິໄສທັດ ເອຊີດີ 2030 ກໍຄືຖະແຫລງການບາງກອກ.
          ທ່ານນາຍົກລັດຖະຕີມົນຕີໄດ້ກ່າວຕໍ່ໄປວ່າ ປັດຈຸບັນ ລັດຖະບານ ສປປ ລາວ ພວມດຳເນີນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແບບຍືນຍົງຕາມທິດສີຂຽວ ໂດຍອີງໃສ່ທ່າແຮງດ້ານການພັດທະນາຂອງຕົນ, ໃນນີ້ ການພັດທະນາພະລັງງານໄຟຟ້າແມ່ນຫ່ຶງໃນທ່າແຮງບົ່ມຊ້ອນທີ່ຈະເປັນບ່ອງອີງອັນສຳຄັນໃຫ້ແກ່ການຂະຫຍາຍຕົວດ້ານເສດຖະກິດ, ທ່ານກ່າວຕື່ມວ່າ : ການເຊື່ອມຈອດກໍແມ່ນອີກຂົງເຂດຫນຶ່ງທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ໃຫ້ການສົ່ງເສີມດ້ວຍການສຸມໃສ່ການພັດທະນາໂຄງລ່າງພື້ນຖານ ເປັນຕົ້ນ : ລະບົບຄົມມະນາຄົມ-ຂົນສົ່ງ, ທັງນີ້ ກໍເນື່ອງຈາກວ່າ ສປປ ລາວ ແມ່ນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ສະນັ້ນ, ການເຊື່ອມຈອດຈະມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ດ້ວຍເຫດນີ້, ລັດຖະບານລາວຈຶ່ງມີນະໂຍບາຍຫັນປະເທດທີ່ບໍ່ມີຊາຍແດນຕິດທະເລໃຫ້ກາຍເປັນເປັນປະເທດເຊື່ອມຈອດ ເຊິ່ງຈະສ້າງເງື່ອນໄຂສະດວກ ບໍ່ພຽງແຕ່ໃຫ້ແກ່ ສປປ ລາວ ແຕ່ຍັງຈະເປັນຂົວຕໍ່ລະຫວ່າງປະເທດໃກ້ຄຽງກໍຄືໃນອະນຸພາກພື້ນນີ້. ນອກຈາກນີ້ ສປປ ລາວ ຍັງໄດ້ໃຈໃສ່ໃນການສົ່ງເສີມອຸດສາຫະກຳທ່ອງທ່ຽວທີ່ເປັນຫນ່ຶງໃນ 6 ຂົງເຂດການຮ່ວມມືໃນຂອບ ເອຊີດີ, ເປັນຕົ້ນແມ່ນການທ່ອງທ່ຽວວັດທະນະທຳ ແລະ ການທ່ອງທ່ຽວທຳມະຊາດ ຊຶ່ງຈະນຳຜົນປະໂຫຍດດ້ານເສດຖະກິດ ກໍຄືເປີດໂອກາດໃຫ້ມີການແລກປ່ຽນວັດທະນະ ທຳທີ່ຫລາກຫລາຍຂອງພາກພື້ນອາຊີ, ທ່ານໄດ້ສະເຫນີຕໍ່ກອງປະຊຸມວ່າ ເອຊີດີ ຄວນມີກົນໄກຕິດຕາມການຈັດຕັ້ງປະຕບັດບັນດາວຽກງານການຮ່ວມມືຕ່າງ ແລະ ເຫັນດີໃຫ້ມີການສ້າງຕັ້ງກອງເລຂາຖາວອນ ເພື່ອເປັນເສນາທິການໃນການຕິດຕາມ, ສະຫລຸບ ແລະ ຕີລາຄາການຮ່ວມມື ເອຊີດີ ໃນແຕ່ລະໄລຍະ, ທ່ານ ສະເຫນີ ໃຫ້ມີການສືບຕໍ່ຊຸກຍູ້ການມືສ່ວນຮ່ວມຂອງພາກທຸລະກິດເຂົ້າໃນຂະບນລວມຂອງການຮ່ວມໃນຂະແຫນງການຕ່າງໆໃນຂອບເອຊີດີ ແນ່ໃສ່ນຳໃຊ້ທ່າແຮງບົ່ມຊ້ອນອັນຫລວງ ຫລາຍຂອງພາກເອະຊົນ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງປະເທດສະມາຊິກ ເອຊີດີ, ສຸດທ້າຍພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ສະເຫນີໃຫ້ຖືເອົາຂອບການຮ່ວມມື ເອຊີດີ ເປັນບ່ອນອີງໃນການເສີມຂະຫຍາຍໃນລະດັບສອງຝ່າຍ, ເພາະເຫັນວ່າຜົນສຳເລັດຂອງການພົວພັນ 2 ຝ່າຍ ກໍຈະເປັນການປະກສອບໃຫ້ແກ່ການຮ່ວມມືໃນຂອບ ເອຊີດີ ໂດຍລວມ.

          ກອງປະຊຸມເອຊີດີ ສຸດຍອດຄັ້ງທີ 2 ໄດ້ສເລັດລົງດ້ວຍຜົນສຳເລັດສະຫງ່າງາມ ເຊິ່ງ ວາງພື້ນຖານອັນຫນັກແຫນ້ນໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດລະຫວ່າງປະເທດສະມາຊິກ ໃນອະນາຄົດ ແລະ ຈາກນີ້ໄປ ສະຫະລັດ ອາຫລັບ ເອມີເຣດສ ຈະເປັນປະເທດປະທານ ເອຊີດີ ຕໍ່ຈາກ ຣາຊະອານາຈັກໄທ.

No comments:

Post a Comment