Ad

Ad

11 October 2016

ນາຍົກຊີ້ອະບາຍຍະມຸກທຸກແບບຕ້ອງຢູ່ຫ່າງສະຖານສຶກສາ

           ໃນໂອກາດໂອ້ລົມຕໍ່ພິທີສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ 2016 ທີ່ຫໍວັດທະນາທໍາແຫ່ງຊາດຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ຊຶ່ງທ່ານໄດ້ເນັ້ນໃຫ້ຂະແໜງກ່ຽວຂ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການພັດທະນາວຽກງານສຶກສາໃຫ້ມີຄຸນນະພາບ ກໍຄືການກໍ່ສ້າງພະນັກ ງານຄູເພື່ອສະໜອງໃຫ້ເຂດຊົນນະບົດຫ່າງໄກຊອກຫລີກໃຫ້ພຽງພໍ ແລະ ທ່ານຍັງໄດ້ຊີ້ນໍາໃຫ້ເອົາໃຈ ໃສ່ແກ້ໄຂບັນດາອາບາຍຍະມຸກທຸກຮູບແບບບໍ່ໃຫ້ຢູ່ໃກ້ສະຖານການສຶກສາ, ໝາຍວ່າໃນຕໍ່ໜ້ານີ້ຈະບໍ່ອະນຸຍາດໃຫ້ຕັ້ງຮ້ານກິນດື່ມມືນເມົາ, ສະຖານບັນເທິງ ແລະ ບ່ອນຫລີ້ນການພະນັນ ເຊັ່ນ: ຮ້ານສະ ນຸກເກີ, ຮ້ານເກມ ແລະ
ສິ່ງບໍ່ດີອື່ນໆຢູ່ໃກ້ສະຖາບັນການສຶກສາ, ໂຮງຮຽນ ໂດຍເດັດຂາດ, ເນື່ອງຈາກຜ່ານມາສະຖານທີ່ບໍລິການຫລີ້ນກິນຮູບແບບດັ່ງກ່າວ ແມ່ນໄພອັນຕະລາຍຮ້າຍແຮງສົ່ງຜົນກະທົບອັນບໍ່ດີໂດຍກົງຕໍ່ລະບົບການສືກສາ, ເປັນບ່ອນດຶງດູດເບື່ອເມົາບັນດານັກຮຽນ-ນັກສຶກສາໄປມົ້ວສຸມດື່ມ ກິນມນເມົາ, ຕິດໄພສັງຄົມຫລີ້ນກິນຟູມເຟືອຍ, ພົວພັນຢາເສບຕິດ, ປະລະການຮຽນ ແລະ ເກີດປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມຕາມມາ. ດັ່ງນັ້ນບັນຫາດັ່ງກ່າວຂະແໜງການສຶກສາຕ້ອງໄດ້ຮ່ວມມື, ປະສານສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆເພື່ອກວດກາ ແລະ ພ້ອມກັນແກ້ໄຂບັນດາໜໍ່ແໜງອັນບໍ່ດີກົດໜ່ວງທ່ວງດຶງລະບົບການສຶກສາເຮົາໃຫ້ໝົດໄປເທື່ອລະກ້າວ.  

No comments:

Post a Comment