Ad

Ad

12 October 2016

ລາວກຽມສະເໜີພູຫີນໜາມໜໍ່ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກດ້ານທຳມະຊາດ

          ວັນທີ 11 ຕຸລານີ້, ຄະນະກຳມະການປະສານງານແຫ່ງຊາດເພື່ອມໍລະດົກໂລກ ຮ່ວມກັບອົງ ການສາກົນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ, ໄດ້ຈັດກອງປະຊຸມຄົບຄະນະຂອງຕົນ ຂຶ້ນທີ່ຫໍວັດທະນະ ທຳແຫ່ງຊາດ ເພື່ອກຽມຄວາມພ້ອມຕ່າງໆໃຫ້ແກ່ການນຳສະເໜີເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ, ໂດຍການເປັນປະ ທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງ
ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານຄະນະກຳມະການປະສານງານແຫ່ງຊາດ ເພື່ອມໍລະດົກໂລກ, ຊຶ່ງຈະໄດ້ພ້ອມກັນສັງເກດຕີລາຄາຜົນຂອງການກະກຽມຕ່າງໆ ເພື່ອນຳສະເໜີອົງການອຸຍແນສໂກ ພິຈາລະນາເອົາພູຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ຕາມທິດຊີ້ນຳຂອງລັດຖະບານແລະ ຈະໄດ້ຮ່ວມກັນພິຈາລະນາບັນຫາທີ່ສຳຄັນ ແລະ ຈຳເປັນອີກຫລາຍບັນຫາເພື່ອນຳສະເໜີຂັ້ນເທິງ ເປັນຕົ້ນ ການປັບປຸງຄະນະກຳມະການແຫ່ງຊາດ, ບັນດາແຜນວຽກ ແລະ ແຜນງົບປະມານທີ່ຈຳເປັນຈຳນວນໜຶ່ງໃນການຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຕາມລະບຽບການທີ່ອົງການອຸຍແນສໂກ ວາງອອກ. ພາຍຫລັງພູຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ຈະເຮັດໃຫ້ປະຊາຊົນຢູ່ໃກ້ຄຽງມີວຽກເຮັດງານທຳ ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລັ່ງໄຫລເຂົ້າມາທ່ຽວຊົມ, ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ເປັນຢ່າງດີ ແລະ ຍັງຈະເຮັດໃຫ້ຊາວລາວໄດ້ມີຄວາມເອກອ້າງທະນົງໃຈຕໍ່ຄວາມສວຍສົດງົດງາມໄປຂອງທຳມະຊາດແຫ່ງນີ້, ພ້ອມກັນນີ້ ສະຖານທີ່ດັ່ງກ່າວຍັງນອນຢູ່ໃນລະບົບນິເວດດຽວກັນກັບແຫລ່ງມໍລະດົກທາງທຳມະຊາດ ຟອງຍ່າແກ່ບາງ ຂອງ ສສ ຫວຽດນາມ ທີ່ຮັບຮອງເປັນມໍລະດົກໂລກໃນປີ 2003 ແລະ ຢູ່ໃນເງື່ອນໄຂຂອງການຮັບຮອງຄັ້ງນັ້ນ ຍັງໄດ້ລະບຸໄວ້ວ່າ: ຕ້ອງສືບຕໍ່ຮ່ວມມືກັບຝ່າຍລາວເພື່ອນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ຂອງລາວໃຫ້ເຂົ້າຢູ່ໃນບັນຊີມໍລະດົກໂລກແບບຂ້າມພົມແດນ (Trans-Boundary Inscription)ໄດ້.

          ຫົວໜ້າກົມມໍລະດົກ ໃຫ້ຮູ້ວ່າ: ປ່າສະຫງວນແຫ່ງຊາດຫີນໜາມໜໍ່ແຫ່ງນີ້, ຕັ້ງຢູ່ລຽບຊາຍແດນລາວ-ຫວຽດນາມ, ໃນເນື້ອທີ 88.500 ເຮັກຕາ, ຖືກຮັບຮອງເປັນປ່າສະຫງວນແຫ່ງຊາດໃນປີ 1993 ເປັນຕົ້ນມາ, ໂດຍກົມຄຸ້ມຄອງປ່າສະຫງວນແຫ່ງຊາດ ກະຊວງກະສິກຳ ແລະ ປ່າໄມ້, ມາຮອດປັດຈຸບັນ ໄດ້ມີການກະກຽມຂໍ້ມູນທາງວິຊາການຈຳນວນໜຶ່ງແລ້ວ, ໂດຍຄະນະວິຊາການຂອງລາວ ໄດ້ສົມທົບກັບອົງການອະນຸລັກທຳມະຊາດສາກົນ (IUCN), ອົງການ GIZ ຂອງເຢຍລະມັນ ແລະ ພາກສ່ວນກ່ຽວຂ້ອງສາກົນອື່ນໆ ເພື່ອຍື່ນຕໍ່ອົງການອຸຍແນສໂກ ນຳເອົາປ່າສະຫງວນຫີນໜາມໜໍ່ເຂົ້າຢູ່ໃນບັນຊີເປົ້າໝາຍເປັນຂັ້ນຕອນທຳອິດແລ້ວ ເພື່ອເປັນການເປີດສາກໃຫ້ແກ່ການກະກຽມນຳສະເໜີຄຳຮ້ອງເຂົ້າເປັນມໍລະດົກໂລກໃນຂັ້ນຕໍ່ໄປ.

No comments:

Post a Comment