Ad

Ad

12 October 2016

ລາວສະຫຼອງວັນ ເດັກຍິງສາກົນ ພາຍໃຕ້ຫົວຂໍ້ “ ການລົງທືນໃສ່ໄວໜຸ່ມຍິງເພື່ອການພັດທະນາແບບຍືນຍົງ ”

          ວັນທີ 11 ຕຸລານີ້, ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ໄດ້ຮ່ວມກັບກະຊວງແຜນການ ແລະ ການລົງທຶນ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ  11 ຕຸລາ 2016 ພາຍໃຕ້ຫົວຂໍ້ ການລົງທືນໃສ່ໄວໜຸ່ມຍິງເພື່ອການພັດທະນາແບບຍືນຍົງ ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອະລຸນໄຊ ສູນນະລາດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ, ທ່ານ ນາງ
ທຸມມະລີ ວົງພະຈັນ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ເຟຣເດີຣິກາ ເມເຈີ ຜູ້ຕາງໜ້າອົງການ UNFPA ປະຈຳລາວເຂົ້າຮ່ວມນຳດ້ວຍໃນພິທີບັນດາຜູ້ເຂົ້າຮ່ວມຕ່າງກໍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງໄວໜຸ່ມເຂົ້າໃນການສ້າງສາພັດທະນາປະເທດຊາດ, ໂດຍສະເພາະແມ່ນໄວໝຸ່ມຍິງໃນປະເທດທີ່ພັດທະນາແລ້ວແມ່ນໄດ້ປະກອບສ່ວນສຳຄັນຢູ່ໃນໜ້າວຽກຕ່າງໆ, ນັບທັງອົງການບໍລິຫານທັງພາກລັດ ແລະ ເອກະຊົນແມ່ຍິງແມ່ນມີບົດບາດສຳຄັນຫຼາຍ, ແຕ່ກົງກັນຂ້າມກັບປະເທດທີ່ກໍລັງພັດທະນາເຊັ່ນດຽວກັບປະເທດລາວເຮົາເຖິງວ່າແມ່ຍິງຈະອອກແຮງງານຫຼາຍແຕ່ວ່າຍັງມີບົດບາດໜ້ອຍໃນຂະບວນການຕັດສິນໃຈໃນລະດັບຕ່າງໆນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນແມ່ນຍັງມີໜ້ອຍທີ່ສຸດເມື່ອທຽບໃສ່ປະເທດທີ່ພັດທະນາແລ້ວ, ດັ່ງນັ້ນເພື່ອຍາກໃຫ້ປະ ເທດຊາດມີການພັດທະນາໄປໃກ້ພວກເຮົາຕ້ອງໄດ້ຊຸກຍູ້ ແລະ ເປີດໂອກາດໃຫ້ແມ່ຍິງຫຼາຍຂຶ້ນ, ໂດຍສະເພາະແມ່ນການສ້າງແມ່ຍິງນັບແຕ່ໄວໜຸ່ມເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ( SDG ) ເນື່ອງຈາກໃນກຳລັງຂອງການພັດທະນາສຳຄັນທີ່ສຸດແມ່ນກຳລັງແຮງຂອງໄວໜຸ່ມ,ໃນນັ້ນແມ່ນມີຍິ່ງໜຸ່ມຊຶ່ງເປັນປັດໄຈທີ່ສຳຄັນ, ເນື່ອງຈາກປະເທດເຮົາມີໄວໜຸ່ມກວມເອົາເກືອບ 60% ຂອງປະຊາ ກອນທັງໝົດ, ຂະນະທີ່ປັດຈຸບັນພາກລັດເອງກໍໄດ້ສຸ່ມທຸກກຳລັງ ແລະ ເຫືອແຮງເຂົ້າໃນການ ພັດທະ ນາໄວໜຸ່ມ,ໂດຍສະເພະແມ່ນຍິງໜຸ່ມໃນເຂດຊົນນະບົດ ແລະ ຖ້າຫາກພວກເຮົາໃຫ້ຄວາມສຳຄັນຕໍ່ແມ່ຍິງແຕ່ເຍົາໄວຍິ່ງຈະມີບົດບາດສຳຄັນໃນການບັດລຸເປົ້າໝາຍຕ່າງໆ,ໂດຍສະເພາະແມ່ນຄຸນນະ ພາບຊີວິດຂອງໄວໜຸ່ມຍິງ,ເຖິງຢ່າງໃດກໍຕາມການພັດທະນາໄວໜຸ່ມຍິງຂອງປະເທດເຮົາກໍຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼ!ຍຢ່າງເປັນຕົ້ນແມ່ນແມ່ຍິ່ງຢູ່ໃນເຂດຊົນນະບົດແມ່ນຍັງເຂົ້າເຖິງຂໍ້ມູນຂ່າວສານໄດ້ໜ້ອຍ,ຍ້ອນຍັງມີສິ່ງກີດກັນເຊັ່ນ: ພາສາ, ຮີດຄອງປະເພນີ, ສາສະໜາ ແລະ ອື່ນໆ,ຊຶ່ງລ້ວນແລ້ວແຕ່ເຮັດໃຫ້ການພັດທະນາແມ່ຍິງມີຄວາມຫຍຸ້ງຍາກ.

          ໂອກາດນີ້ ຜູ້ຕາງໜ້າອົງການ UNFPA ປະຈຳລາວຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສະໜັບສະໜູນ ແລະ ເຮັດວຽກຮ່ວມກັບລັດຖະບານລາວເພື່ອຊ່ວຍເດັກຍິງຂອງລາວໄດ້ເຮັດຕາມພອນສະຫວັນ ແລະ ກຳນົດເສັ້ນທາງຂອງຕົນເອງໃນການດຳລົງຊີວິດ. ກໍຄືການມີສ່ວນຮ່ວມເຂົ້າໃນການພັທະນາໃຫ້ຫຼາຍຂຶ້ນ.

No comments:

Post a Comment