Ad

Ad

12 October 2016

ສົມຄວນຫລືບໍ່ຈະຫັນປ່ຽນເອົາຖະຫນົນເຈົ້າອານຸ ແລະ ຝຣັ່ງຊົວງິນ ເຂດບ້ານວັດຈັນເປັນບ່ອນຈອດລົດ ( ຄໍລຳ ແລກປ່ຽນຄຳເຫັນ )

ມີປະຊາຊົນເຂດບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ສ່ອງແສງມາ ວ່າ: ສົມຄວນບໍ່ທີ່ທາງສະຖາບັນໂຍທາ ແລະ ຂົນສົ່ງທີ່ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ ຈະປັບປຸງຖະໜົນເຈົ້າອານຸ ແລະ ຝຣັ່ງຊົວງິ ໃນເຂດແຄມຂອງ ເປັນບ່ອນຈອດລົດຢູ່ສອງຟາກທາງ, ໃນຂະນະເສັ້ນທາງດັ່ງກ່າວກໍຄັບແຄບຢູ່ແລ້ວ ຍິ່ງຈະເພີ່ມຄວາມແອອັດຫລາຍຂຶ້ນ.

ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ນີ້ແມ່ນຄຳຊີ້ແຈງຂອງຄະນະວິຊາການສະຖາບັນໂຍທາ ແລະ ຂົນ ສົ່ງ ຕໍ່ປະຊາຊົນຜູ້ຢູ່ອາໄສໃນເຂດເສັ້ນທາງດັ່ງກ່າວ ເມື່ອວັນທີ 28 ກັນຍາຜ່ານມາ ຢູ່ທີ່ວັດອົງຕື້ ນະ ຄອນຫລວງວຽງຈັນ ໂດຍສະຖາບັນດັ່ງກ່າວອ້າງວ່າ ນີ້ແມ່ນການປັບປຸງຖະໜົນເຈົ້າອານຸ ແລະ ຖະໜົນຝຣັ່ງຊົວງິນ ພາຍໃຕ້ກອບໂຄງການວຽງຈັນທົດລອງ ແລະ ຫລາຍຄົນຜູ້ມາຮ່ວມຟັງກໍບໍ່ເຫັນພ້ອມກັບໂຄງການດັ່ງກ່າວດ້ວຍຫລາຍ
ເຫດຜົນ ໂດຍສ່ວນໃຫຍ່ເວົ້າວ່າ: ທັງສອງຖະໜົນນີ້ນອນຢູ່ເຂດເມືອງເກົ່າຂອງນະຄອນຫລວງວຽງຈັນ ແລະ ຢູ່ບໍລິເວນນັ້ນກໍເຕັມໄປດ້ວຍວັດວາອາຮາມອັນເກົ່າແກ່ ແລະ ສັກກາລະບູຊາ ຄືວັດອົງຕື້, ວັດອິນແປງ, ວັດຈັນ, ວັດມີໄຊ ແລະ ອື່ນໆ ອັນເປັນບ່ອນເອກອ້າງທາງດ້ານວັດທະນະທຳອັນງົດງາມຂອງຊາດລາວເຮົາ ແລະ ກົງກັນຂ້າມ, ໃນສອງເສັ້ນທາງນີ້ກໍບໍ່ມີການເປ່ເພເຊື່ອມໂຊມແຕ່ຢ່າງໃດ, ທຸກຢ່າງມັນຢູ່ໃນຄວາມເປັນລະບຽບຮຽບຮ້ອຍດີ ແລະ ແຕ່ລະເຊົ້າຢູ່ສອງຟາກທາງດັ່ງກ່າວກໍເປັນບ່ອນຕັກບາດຢາດນ້ຳຖວາຍສັງຂະທານແກ່ພະສົງເປັນຈຳນວນ ຫລວງຫລາຍຢູ່ບັນດາວັດແຫ່ງນີ້, ແຕ່ແລ້ວບໍ່ຮູ້ວ່າດ້ວຍເຫດຜົນໃດທີ່ສະຖາບັນໂຍທາ ແລະ ຂົນສົ່ງດັ່ງກ່າວຈຶ່ງຢາກມາປັບປຸງຈັດສັນເປັນບ່ອນຈອດລົດ ແລະ ພາຫະນະຕ່າງໆໃຫ້ເພີ່ມຄວາມແອອັດຂຶ້ນ ແລະ ຈະເຮັດໃຫ້ສະພາບແວດລ້ອມອັນສະຫງ່າງາມໃນເຂດເສັ້ນທາງປະຫວັດສາດເກົ່າແກ່ນີ້ມີການປ່ຽນໄປ ຍ້ອນເຫັນລາຍຮັບອັນເລັກໆນ້ອຍໆຂອງຜູ້ໃຫຍ່ທຶນສະໜັບສະໜູນ ແລະ ການເກັບລາຍຮັບຈາກຜູ້ເຂົ້າມາຈອດລົດ. ຈຸດນີ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະຄະນະນຳກະຊວງໂຍທາທິການ ແລະ ຂົນສົ່ງ ຈະຕ້ອງໄດ້ພິຈາລະນາຖ້າເພື່ອການພັດທະນາຕົວເມືອງ ແທ້ກໍມີຫລາຍບ່ອນທີ່ເປ່ເພເປັນ ບວກເປັນຂຸມຈົນຈະໃຊ້ງານບໍ່ໄດ້ກຳລັງລໍຖ້າການປົວແປງຢູ່ ແລະ ອີກເບື້ອງໜຶ່ງກໍຢ່າໃຫ້ຜູ້ຢູ່ເບື້ອງ ນອກເຂົ້າມາປ່ຽນແປງວັດທະນະທຳ ແລະ ຄວາມງົດງາມຂອງບ້ານເມືອງເຮົາ.

No comments:

Post a Comment