Ad

Ad

12 October 2016

ອີກ 5 ປີລາວຈະມີແຫລ່ງຜະລິດພະລັງງານໄຟຟ້າ 75 ແຫ່ງລວມກຳລັງຕິດຕັ້ງປະມານ 10.000 ເມກາວັດ


             ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງຢູ່ໃນພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ເມືອງພີນ-ສາລະວັນ ເມື່ອຕົ້ນເດືອນຕຸລານີ້ວ່າ: ປັດຈຸບັນ, ຂະແໜງການຂອງຕົນພວມສຸມໃສ່ພັດທະນາແຫລ່ງຜະລິດພະລັງງານໄຟຟ້າຈຳນວນ 35 ໂຄງການ ລວມມີກຳລັງຕິດຕັ້ງປະມານ 5.000 ເມກາວັດ, ໃນນັ້ນມີ 30 ໂຄງການເປັນເຂື່ອນພະລັງງານນ້ຳ, 3 ໂຄງການເປັນໂຮງໄຟຟ້າພະລັງງານຄວາມຮ້ອນ (ຖ່ານຫີນ) ແລະ ອີກ 2 ໂຄງການເປັນພະລັງງານແສງຕາເວັນ ແລະ ພະລັງງານລົມ ໂດຍຄາດວ່າຈະໃຫ້ສຳເລັດສົມບູນໃນປີ 2020 ແລະ ຮອດເວລານັ້ນ ລາວເຮົາຈະມີແຫລ່ງຜະລິດພະລັງງານໄຟຟ້າທັງໝົດ 75 ແຫ່ງ ລວມມີກຳລັງຕິດຕັ້ງປະມານ 10.000 ເມກາວັດ ແລະ
ຈະຊ່ວຍໃຫ້ການພັດທະນາເສດຖະກິດຂອງປະເທດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນ.

               ທ່ານລັດຖະມົນຕີ ໃຫ້ຮູ້ອີກວ່າ: ປັດຈຸບັນຢູ່ລາວເຮົາມີແຫລ່ງຜະລິດພະລັງງານໄຟຟ້າແລ້ວ 40 ແຫ່ງ ລວມມີກຳລັງຕິດຕັ້ງທັງໝົດຫລາຍກວ່າ 6.300 ເມກາວັດ, ແຕ່ລະປີສາມາດຜະລິດກະ ແສໄຟຟ້າໄດ້ປະມານ 33.000 ກວ່າກິກາວັດໂມງ ແລະ ຊ່ວຍໃຫ້ຈຳນວນຄອບຄົວປະຊາຊົນພາຍໃນປະ ເທດໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວກວມ 91,50%.

No comments:

Post a Comment