Ad

Ad

12 October 2016

ວຽກງານວິທະຍາສາດ-ເຕັກໂນໂລຊີມີບົດບາດສໍາຄັນໃນການຫັນເປັນອຸດສະຫະກໍາທັນສະໄໝ ຂອງປະເທດ

             ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ-ເຕັກໂນໂລຊີ ຫຸມພັນ ອິນທະຣາດ, ໃຫ້ຮູ້ຢູ່ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດທີ່ຈັດຂຶ້ນໃນວັນທີ 11-14 ຕຸລານີ້ຢູ່ນະຄອນ ຫລວງວຽງຈັນວ່າ: ໃນຍຸກປັດຈຸບັນ, ບັນດາປະເທດທີ່ພັດທະນາ ແລະ ກໍາລັງພັດທະນາ ລ້ວນແຕ່ຖືເອົາວຽກງານວິທະຍາສາດ ແລະ ເຕັກໂນໂລຊີເປັນປັດໃຈພື້ນຖານ, ເປັນກໍາລັງແຮງ ແລະ ເປັນພາຫະ ນະໃນການພັດທະນາເສດຖະກິດ-ສັງຄົມ ແລະ ນັບແຕ່ຊຸມປີຂອງທ້າຍສັດຕະວັດທີ 20 ມາຫາຕົ້ນສັດຕະວັດທີ 21 ນີ້, ຂະບວນການແຂ່ງຂັນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງໂລກໄດ້ມີທ່າອ່ຽງ
ເພີ່ມທະວີຂຶ້ນຢ່າງວ່ອງໄວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ຊີວະພາບ, ວັດສະດຸໃໝ່, ນາໂນເຕັກໂນໂລຊີ ແລະ ອື່ນໆ, ອັນໄດ້ເຮັດໃຫ້ປະເທດທີ່ພວມພັດທະນາກາຍເປັນປະເທດພັດທະນາ ແລະ ປະເທດທີ່ພັດທະນາແລ້ວຍິ່ງພັດທະນາໄວຂຶ້ນອີກ, ຈາກພື້ນຖານເສດຖະກິດອາໄສທໍາມະຊາດກ້າວໄປສູ່ພື້ນຖານເສດຖະກິດທີ່ນໍາໃຊ້ແຫລ່ງຄວາມຮູ້ ແລະ ສະຕິປັນຍາຫລາຍຂຶ້ນ.
             ຢູ່ ສປປ ລາວ, ພັກ ແລະ ລັດຖະບານ ກໍໃຫ້ຄວາມສໍາຄັນຫລາຍແກ່ວຽກງາວິທະຍາສາດ-ເຕັກໂນໂລຊີ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ບໍ່ພໍເທົ່າໃດປີພັກ ແລະ ລັດຖະບານ ກໍໄດ້ຕົກລົງສ້າງຕັ້ງສະພາວິທະຍາສາດ-ເຕັກນິກຂອງລາວຂຶ້ນໃນວັນທີ 12 ຕຸລາ 1987 ຕໍ່ມາລັດຖະ ບານ ໄດ້ສ້າງຕັ້ງອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມທີ່ຂຶ້ນກັບສໍານັກງານນາ ຍົກລັດຖະມົນຕີ ແລະ ມາຮອດປີ 2011 ລັດຖະບານໄດ້ປັບປຸງ ແລະ ຍົກລະດັບອົງການດັ່ງກ່າວຂຶ້ນເປັນກະຊວງເພື່ອເຮັດໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຕະຫລອດໄລຍະ 2 ປີຜ່ານມາ, ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ປະເທດເຮົາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນຫລາຍດ້ານ, ເຊິ່ງ ວຽກງານວິທະຍາສາດ-ເຕັກໂນໂລຊີ ໄດ້ເຊື່ອມສານເຂົ້າຢູ່ໃນທຸກຂົງເຂດວຽກງານ ແລະ ໄດ້ປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາຂອງບັນດາຂະແໜງການ ກໍຄືຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII, ເຮັດໃຫ້ບົດບາດຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີນັບມື້ສູງເດັ່ນຂຶ້ນ.

             ທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ຜົນສໍາເລັດອີກບາດກ້າວໜຶ່ງຂອງວຽກງານການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ-ເຕັກໂນໂລຊີ ແມ່ນການບັນລຸຄວາມພະຍາຍາມໃນການສ້າງກອງທຶນພັດທະນາວິທະຍາສາດ -ເຕັກໂນໂລຊີ, ເຊິ່ງລັດຖະບານໄດ້ຮັບຮອງເອົາເປັນທີ່ຮຽບຮ້ອຍແລ້ວ ແລະ ຈະຊ່ວຍໃຫ້ປະເທດເຮົາຈະມີກອງທຶນທີ່ສາມາດນຳໃຊ້ເພື່ອພັດທະນາວິທະຍາສາດ-ເຕັກໂນໂລຊີ, ເຊິ່ງຈະເປັນກຳລັງແຮງຂອງເສດຖະກິດ, ການຜະລິດໃນປະເທດເຮົາ ແລະ ໄດ້ຊຸກຍູ້ສົ່ງເສີມການຄົ້ນຄວ້າ ແລະ ພັດທະນາວິທະຍາສາດໃນຂົງເຂດນິເວດວິທະຍາ, ເຕັກໂນໂລຊີຊີວະພາບ, ພະລັງງານທົດແທນ, ວັດສະດຸໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຂົງເຂດອື່ນໆ, ເຊິ່ງສະແດງອອກໃນຜົນສຳເລັດການຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າໂດຍນຳໃຊ້ງົບປະມານໃນສົກປີ 2011-2012 ແລະ 2012-2013 ລວມທັງໝົດ 102 ໂຄງການ ເຊັ່ນ: ການສ້າງສວນອະນຸລັກຊະນິດພັນຕົ້ນຈຳປາ ແລະ ເກັບຕົວຢ່າງຕະກູນຕົ້ນດອກເຜິ້ງຈໍານວນ 55 ຊະນິດທີ່ເມືອງກາສີແຂວງວຽງຈັນມາອະນຸລັກ, ເພາະລ້ຽງເນື້ອເຍື່ອ ແລະ ຂະຫຍາຍຊະນິດພັນກ້ວຍ ແລະ ດອກເຜິ້ງ. ສຳເລັດການຄົ້ນຄວ້າ ແລະ ພັດທະນາຊອບແວຈຳນວນໜຶ່ງຄື: ຊອບແວຄຸ້ມຄອງຊັບສິນ, ພະນັກງານ, ເອກະ ສານ, ຄວບຄຸມໄຟອຳນາດແບບອັດຕະໂນມັດ ແລະ ສຳເລັດການສ້າງໂປຣແກຣມຮັບໃຊ້ການນັບຄະ ແນນສຽງເລືອກຕັ້ງຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ຄຽງຄູ່ກັນນັ້ນຍັງໄດ້ ຮ່ວມກັບສະຖາບັນຄົ້ນຄວ້າຕ່າງປະເທດຄົ້ນຄວ້າໂຄງການວິໄຈພະຍາດພືດ-ສັດຮ່ວມກັບສະຖາບັນຊີວະເຕັກໂນໂລຊີຂອງສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ, ຄົ້ນຄວ້າ ແລະ ປັບປຸງແນວພັນເຂົ້າພື້ນ ເມືອງລາວຮ່ວມກັບສະຖາບັນພັນທຸກຳກະສິກຳຫວຽດນາມ, ໂຄງການປັບປຸງ ແລະ ຍົກລະດັບຜະລິດ ຕະພາບການປູກເຂົ້າຮ່ວມກັບບໍລິສັດ ບີຈີໄອ ຈາກ ສປ ຈີນ ແລະ ໂຄງການຄົ້ນຄວ້າສ້າງຕົວແບບເຕົາປະຢັດທີ່ໄດ້ມາດຕະຖານຮ່ວມກັບສະມາຄົມໜໍ່ໄມ້ຈາກປະເທດໄທ ແລະ ອື່ນໆຢ່າງມີຜົນສໍາເລັດ ແລະ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດກ້າວຂຶ້ນ.

No comments:

Post a Comment