Ad

Ad

12 October 2016

ລັດຖະບານຊີ້ແຈງຕື່ມກ່ຽວກັບຜະລິດຕະພັນໄມ້ທີ່ອະນຸຍາດສົ່ງອອກ ແລະ ຫ້າມສົ່ງອອກ

          ໃນວັນທີ 11 ຕຸລານີ້, ທ່ານລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ຈະເລີນ ເຢຍປາວເຮີ, ໄດ້ອອກມາຊີ້ແຈງຕື່ມກ່ຽວກັບກໍລະນີຜະລິດຕະພັນໄມ້ທີ່ລັດຖະບານອະນຸຍາດໃຫ້ສົ່ງອອກ ແລະ ຫ້າມສົ່ງອອກຕໍ່ສື່ມວນຊົນ, ພາຍຫລັງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການກຳນົດ ຢ່າງລະອຽດຈະແຈ້ງກ່ຽວກັບມາດຕະຖານ, ລະດັບຂະໜາດ ແລະ ຮູບແບບຂອງຜະລິດຕະພັນໄມ້ແຕ່ລະປະເພດທີ່ອະນຸຍາດໃຫ້ສົ່ງອອກ ແລະ ຫ້າມສົ່ງອອກຕາມການແນະນຳຂອງທ່ານນາຍົກລັດຖະມົນຕີ.

          ໂຄສົກລັດຖະບານ ກ່າວວ່າ: ຜະລິດຕະພັນໄມ້ທີ່ລັດຖະບານອະນຸຍາດໃຫ້ສົ່ງອອກໄດ້ມີ 12 ປະເພດຄື: ຜະລິດຕະພັນຂີ້ເລື່ອຍອັດແທ່ງ-ອັດເມັດ, ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້, ໄມ້ປະກອບໃນອາຄານ, ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້, ເຄື່ອງເຟີນີເຈີເຮັດດ້ວຍໄມ້, ຜະລິດຕະພັນໄມ້ປ່ອງ-ຫວາຍ, ໄມ້ຄ້ຳແບບ,
ໄມ້ຂ້າວ, ໄມ້ຮົ້ວ (ໄມ້ກົມ) ແລະ ໄມ້ເລື່ອຍເປັນແຜ່ນ (ໄມ້ປູກ), ຜະລິດຕະພັນເຫຍື່ອໄມ້ ແລະ ໄມ້ເກດສະໜາບົດເປັນຝຸ່ນ-ເສດໄມ້ນ້ອຍໆ. ສ່ວນຜະລິດຕະພັນໄມ້ທີ່ຫ້າມສົ່ງອອກໄດ້ແກ່ໄມ້ທຸກປະເພດ, ທຸກຊະນິດ, ທຸກຮູບແບບ ແລະ ທຸກຂະໜາດທີ່ບໍ່ໄດ້ລະບຸໃນລາຍການປະເພດໄມ້ທີ່ສົ່ງອອກໄດ້ ຕົວຢ່າງ: ໄມ້ເສົາໂຊ, ໄມ້ເສົາ ແລະ ຄານອັດປະສານ, ຜະລິດຕະພັນໄມ້ໂຕະ ແລະ ຕັ່ງທີ່ເປັນໜ້າໄມ້ທຳມະຊາດ ແຜນດຽວທີ່ມີຂະໜາດໃຫຍ່, ຜະລິດຕະພັນທີ່ມີຂະໜາດໃຫຍ່ (ໜາ 5 ຊັງຕີແມັດ, ກວ້າງ 30 ຊັງຕີແມັດ ແລະ ຍາວ 50 ຊັງຕີແມັດ) ຂຶ້ນໄປ, ໄມ້ປູກທີ່ມີລຳຕົ້ນຂະໜາດໃຫຍ່ກວ່າ 12 ຊັງຕີແມັດຂຶ້ນໄປ, ຖ່ານດຳທຸກຊະນິດ, ໄມ້ປູພື້ນສຳລັບພາຍນອກ, ໄມ້ບົວ, ໄມ້ປະກອບຖັງລົດ, ໂລງສົບ, ລູກຕິ່ງ, ຮາວພະນັກ ແລະ ພະນັກອັດປະສານດັ່ງນີ້ເປັນຕົ້ນ ສະນັ້ນ ເມື່ອມີການກຳນົດໄວ້ຢ່າງລະອຽດ ດັ່ງນັ້ນແລ້ວກໍຂໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕ່າງໆ, ຜູ້ປະກອບການ, ນັກທຸລະກິດ ແລະ ປະຊາຊົນບັນດາ ເຜົ່າພ້ອມກັນປະຕິບັດໃຫ້ຖືກຕ້ອງເຂັ້ມງວດ ແລະ ມີຜົນສັກສິດ.

No comments:

Post a Comment