Ad

Ad

12 October 2016

ກວດກາການກໍ່ສ້າງດ່ານໜອງນົກຂຽນເພື່ອກະກຽມເປີດເປັນດ່ານສາກົນ

              ເມື່ອຕົ້ນເດືອນຕຸລານີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງດ່ານໜອງນົກຂຽນ ເພື່ອກຽມຄວາມພ້ອມເປີດເປັນດ່ານສາກົນໃນທ້າຍເດືອນພະຈິກປີນີ້.
              ຜ່ານຈາກການກວດກາຕົວຈິງເຫັນວ່າມີບາງໜ້າວຽກທີ່ຈະຕ້ອງໄດ້ປັບປຸງສ້ອມແປງຄືນໃໝ່ເຊັ່ນ: ພື້ນຖານໂຄງລ່າງ, ອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ໄດ້ມາດຕະຖານ, ຕູ້ກວດກາຄົນເຂົ້າ-ອອກເມືອງ, ອາຄານດ່ານກວດກາເອກະສານລົດເຂົ້າ-
ອອກກໍຈະຕ້ອງໄດ້ຕົກ ແຕ່ງລະບົບເຟີນີເຈີ ເພື່ອອໍານວຍຄວາມສະດວກແກ່ການປະຕິບັດໜ້າທີ່ຂອງພະນັກງານ-ວິຊາການ ແລະ ຕົກແຕ່ງທັດສະນີຍະພາບ, ສວນດອກໄມ້ບໍລິເວນດ່ານໃຫ້ມີຄວາມສະອາດຈົບງາມ ໂດຍມອບໃຫ້ຫ້ອງວ່າການປົກຄອງແຂວງ, ພະແນກແຜນການ ແລະ ການລົງ ທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການເງິນ ແລະ ດ່ານໜອງນົກຂຽນ ປະສານສົມທົບກັນຮີບຮ້ອນຈັດສັນຫາບໍລິສັດມາກໍ່ສ້າງປັບປຸງ-ສ້ອມແປງໃຫ້ສໍາເລັດກ່ອນວັນທີ 15 ພະຈິກ 2016 ເພື່ອກະກຽມຄວາມພ້ອມເປີດເປັນດ່ານສາກົນໃນທ້າຍເດືອນພະຈິກນີ້.

              ທ່ານ ກິດຕິສັກ ຈົງຮັກ ຫົວໜ້າໂຄງການກໍ່ສ້າງດ່ານໜອງນົກຂຽນໃຫ້ຂໍ້ມູນວ່າ: ດ່ານໜອງນົກຂຽນ ຕັ້ງຢູ່ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ ເຊື່ອມຕໍ່ກັບເມືອງຕຣາປຽງກຣຽນ ແຂວງຊຽງແຕງ ລາຊະອານາຈັກກໍາປູເຈຍ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2010 ໂດຍແມ່ນບໍລິສັດ ພົງຊັບທະວີກໍ່ສ້າງ ເປັນຜູ້ຮັບເໝົາ ລວມມີມູນຄ່າຫລາຍກວ່າ 30 ຕື້ກີບ. ຖ້າວ່າດ່ານດັ່ງກ່າວໄດ້ເປີດເປັນດ່ານສາກົນ ຈະເປັນສິ່ງອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດແຜນພັດທະນາເຂດ 3 ຫຼ່ຽມພັດທະນາ ລາວ-ຫວຽດນາມ ແລະ ກໍາປູເຈຍ ສະດວກດີຂຶ້ນ ແລະ ຊ່ວຍໃຫ້ການໄປມາ ຫາສູ່ລະຫວ່າງປະຊາຊົນ ລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດກັບເຂດເສດຖະກິດ 3 ຫຼ່ຽມພັດທະນາດັ່ງກ່າວມີຄວາມສະດວກສະບາຍຂຶ້ນ.

No comments:

Post a Comment