Ad

Ad

13 October 2016

ໄຂງານສັບປະດາວັດທະນະທຳຊິນຈຽງຢູ່ນະຄອນຫລວງວຽງຈັນ

          ວັນທີ 11 ຕຸລານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ໄດ້ໄຂງານສັບປະດາວັດທະນະທຳຊິນຈ່ຽງ, ຂຶ້ນທີ່ຫໍວັດ ທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລາວ-ຈີນ ທາງດ້ານວຽກງານວັດທະນະທຳໃຫ້ຫລາຍຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານສະມາຄົມມິດຕະພາບລາວ-ຈີນ, ມີທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ.


          ຫົວໜ້າພະແນກວັດທະນະທຳເຂດຊິນຈ່ຽງ ສປ ຈີນ ກ່າວວ່າ: ງານດັ່ງກ່າວ ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍຈະມີການສະແດງສິລະປະວັດທະນະທຳໃນຫົວຂໍ້: ມ່ວນ ຊື່ນກັບຊິນຈຽງ”, ການສາຍສາລະຄະດີກ່ຽວກັບຊິນຈ່ຽງໃນຫົວຂໍ້: ມົນສະເໜ່ ຊິນຈຽງ”, ການວາງ ສະແດງມໍລະດົກວັດທະນະທຳບໍ່ມີຕົວຕົນໃນຫົວຂໍ້: ຄວາມງາມຊິນຈຽງ”, ການວາງສະແດງຜົນງານດ້ານພາບ, ສຽງ, ປຶ້ມໃນຫົວຂໍ້: ສຶກສາຊິນຈຽງ”, ການວາງສະແດງພາບຖ່າຍໃນຫົວຂໍ້: ຄວາມປະທັບໃຈຊິນຈຽງແລະ ການປາຖະກະຖາກ່ຽວກັບວັດຖຸບູຮານໃນຫົວຂໍ້: ຊອກຄົ້ນຄວາມລັບຊິນຈຽງ”, ໂດຍຜ່ານບົດເພງກັບການຟ້ອນອັນງົດງາມ, ພ້ອມພາບປະກອບການເຄື່ອນໄຫວ ແລະ ຂໍ້ມູນທີ່ແທ້ຈິງອັນຄົບຖ້ວນ, ສະແດງໃຫ້ເຫັນເຖິງຮີດຄອງປະເພນີຂອງປະຊາ ຊົນຊິນຈ່ຽງ, ທິວທັດທຳມະຊາດ, ການພັດທະນາດ້ານປະຫວັດສາດ ແລະ ອື່ນໆເພື່ອໃຫ້ຜູ້ທີ່ສົນໃຈເຂົ້າຮ່ວມຢ້ຽມຊົມຕາມອັດ ທະຍາໄສ. ງານດັ່ງກ່າວແມ່ນເລີ່ມແຕ່ວັນທີ 9-15 ຕຸລານີ້.

No comments:

Post a Comment