Ad

Ad

13 October 2016

ກະຊວງແຮງງານລົງຊຸກຍູ້ ຊ່ວຍເຫລືອປະຊາຊົນ 2 ແຂວງພາກເໜືອ

          ລະຫວ່າງວັນທີ 10-13 ຕຸລານີ້, ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ ໄດ້ລົງຊຸກຍູ້ຢຽ້ມຢາມ, ໂອ້ ລົມ ແລະ ເຮັດວຽກຢູ່ 2 ແຂວງພາກເໜືອຄື: ຫລວງພະບາງ ແລະ ໄຊຍະບູລີ, ເພື່ອສ້າງ ກຳລັງໃຈໃຫ້ກັບພະນັກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ເຮັດໜ້າທີ່ຂອງຕົນດ້ວຍຜົນສຳເລັດ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໃຫ້ທ້ອງ ຖີ່ນ ກໍຄືພະແນກແຮງງານແຂວງ ຈົ່ງພ້ອມກັນສືບຕໍ່ໃນການຈັດຕັ້ງປະຕິບັດທີ່ວຽກງານພັກ ແລະ ລັດຖະບານມອບຫມາຍດ້ວຍຄວາມຕັ້ງໜ້າ, ໂດຍສະເພາະວຽກງານ
ແຮງງານ ແລະ ວຽກງານປະກັນສັງຄົມ ເພື່ອໃຫ້ປະເທດຊາດ ກໍໍຄືປະຊາຊົນລາວ ໄດ້ຮັບຮູ້ກ່ຽວກັບການຈັດ ຕັ້ງປະຕິບັດກົດຫມາຍ ແລະ ດຳລັດຕ່າງໆວາງອອກຢ່າງເຂັ້ມງວດ ແລະ ຮູ້ວາງແຜນ ຄົນ, ແຜນວຽກໃນການຈັດຕັ້ງປະຕິບັດວຽກງານແບບໃໝ່, ເຮັດວຽກແບບລວມສູນປະຊາ ທິປະໄຕເປັນໝູ່ຄະນະ. ນອກນີ້ ຮອງລັດຖະມົນຕີ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດຢູ່ສອງແຂວງດັ່ງກ່າວມີມູນຄ່າເກືອບ 200 ລ້ານກີບ ແລະ ເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ເພື່ອສືບຕໍ່ນຳໄປແຈກຢາຍໃຫ້ປະຊາ ຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ຄອບຄົວຜູ້ທີ່ທຸກ ຢູ່ບັນດາເມືອງດັ່ງກ່າວໃຫ້ທົ່ວເຖິງ.

No comments:

Post a Comment