Ad

Ad

13 October 2016

ກະຊວງການເງິນຜັນຂະຫຍາຍເນື້ອໃນວຽກງານກວດກາທົ່ວປະເທດຄັ້ງທີ III

          ວັນທີ 12-13 ຕຸລານີ້, ກະຊວງການເງິນ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ດ້ວຍບັນຍາກາດເຄັ່ງຮ້ອນ ພ້ອມກັນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ພະຍາດອາສິດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ລະເມີດລະບຽບກົດໝາຍ, ແບ່ງກຸ່ມກ້ອນ ແລະ ຄົນເຈົ້າຄົນຂ້ອຍ ຊຶ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນໝູ່ພະນັກງານ ແລະ ສັງຄົມຢ່າງກ້ວາງຂວາງ ເຮັດ
ໃຫ້ການປະຕິບັດວຽກງານຂາດປະສິດທິພາບ ແລະ ປະສິດທິຜົນ, ຊຶ່ງວຽກງານກວດກາເປັນວຽກງານໜຶ່ງທີ່ຈະປະເມີນຜົນຂອງການຊີ້ນຳ-ນຳພາຂອງການນຳແຕ່ລະຂັ້ນເຖິງການປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງຕາມລະບຽບຫລັກການ ແນວທາງນະໂຍບາຍ ແລະ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ຖືກຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍລົງສູ່ທ້ອງຖິ່ນຮາກຖານມີປະສິດທິຜົນ, ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານພັກກະຊວງການເງິນ ໄດ້ຍົກເອົາບາງເນື້ອໃນທີ່ສຳຄັນເພື່ອກອງປະຊຸມໄດ້ແລກປ່ຽນບົດຮຽນນຳກັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ.

          ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ 6 ບັນຫາສຳ ຄັນຄື: ໜຶ່ງໃຫ້ພະນັກງານແຕ່ລະຂັ້ນ, ອົງການກວດກາທຸກພາກສ່ວນ ແລະ ພະນັກງານທີ່ເຮັດໜ້າທີ່ວຽກກວດກາຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງເປັນເອກະພາບຕໍ່ກັບວຽກງານກວດກາໃນໄລຍະໃໝ່; ສອງ ການກວດກາຕ້ອງປະຕິບັດຢ່າງເປັນລະບົບ ຂັ້ນເທິງກວດກາຂັ້ນລຸ່ມ ແລະ ຂັ້ນລຸ່ມມີສ່ວນຮ່ວມໃນການຕິດຕາມ ແລະ ສະເໜີຄວາມຄິດເຫັນຕໍ່ຂັ້ນເທິງ; ສາມ ເອົາໃຈໃສ່ປັບປຸງດ້ານການຈັດຕັ້ງ, ບຸກຄະລາກອນ ແລະ ລະບອບແບບແຜນວິທີເຄື່ອນໄຫວຂອງອົງການກວດກາ, ກວດສອບ ແລະ ຜູ້ກວດ ກາໜ່ວຍພັກແຕ່ລະຂັ້ນເປັນເຈົ້າການຕິດຕາມ, ກວດກາ ຫລື ສະໜອງຂໍ້ມູນໃຫ້ກົມກວດກາກ່ຽວກັບພຶດຕິກຳປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນກົມກອງໃນຄວາມຮັບຜິດຊອບຂອງຕົນ, ສີ່ຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນ ແລະ ທຸກພາກ່ວນໃນສັງຄົມມີສ່ວນຮ່ວມໃນການຕິດຕາມ, ກວດກາ ແລະ ທັງໂຄສະນາເຜີຍແຜ່ກົດໝາຍໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ຫ້າການປະຕິບັດຜົນການກວດກາປະສານສົມທົບກັບຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕໍ່ກັບການຕົກລົງແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ, ສັກສິດຕາມລະບຽບຂອງພັກ ແລະ ກົດໝາຍ, ຖ້າກວດກາແລ້ວບໍ່ແກ້ໄຂຖືວ່າການກວດການັ້ນບໍ່ມີຄວາມໝາຍ ແລະ ຫົກຕ້ອງຖືສຳຄັນການຈັດຕັ້ງປະເມີນວຽກງານ ແລະ ຖອດຖອນບົດຮຽນກັບ ສສ ຫວຽດນາມ, ສປ ຈີນ ແລະ ປະເທດອື່ນໆ, ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ຖືສຳຄັນເນື້ອໃນຈິດໃຈຂອງມະຕິກອງປະຊຸມຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດຄັ້ງທີ VIII ໃຫ້ບັນລຸຜົນເປັນຈິງ.

No comments:

Post a Comment