Ad

Ad

13 October 2016

ເປີດຕະຫລາດນັດ ເຕັກໂນໂລຊີ 2016 ທີ່ສູນການຄ້າລາວ-ໄອເຕັກ

          ວັນທີ 12 ຕຸລານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ເປີດງານວາງສະແດງ-ຕະ ຫລາດນັກ ເຕັກໂນໂລຊີ (Lao Techmart 2016) ຂຶ້ນທີ່ສູນການຄ້າລາວ-ໄອເຕັກ, ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ, ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ພ້ອມດ້ວຍຜູ້ປະກອບການທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.

          ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວໃນພິທີເປີດ
ງານວາງສະແດງດັ່ງກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ແມ່ນໜຶ່ງໃນແຜນການຈັດຕັ້ງປະ ຕິບັດເປົ້າໝາຍຍຸດທະສາດ ເພື່ອສົ່ງເສີມການຖ່າຍທອດ, ການຄົ້ນຄວ້າ, ການປະດິດຄິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນ, ສະນັ້ນ ກະ ຊວງວິທະຍາສາດ ຈຶ່ງໄດ້ຈັດງານວາງສະແດງ-ຕະຫລາດນັດເຕັກໂນໂລຊີ 2016 ຂຶ້ນ ໃນລະຫວ່າງວັນທີ 12-16 ຕຸລານີ້ ແລະ ໄດ້ເຊື້ອເຊີນເອົາບັນດາສະຖາບັນຄົ້ນຄວ້າ ແລະ ພັດທະນາ, ມະຫາວິທະ ຍາໄລ, ພາກສ່ວນທຸລະກິດຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫລາຍກວ່າ 250 ຮ້ານ, ຊຶ່ງໄດ້ນຳເອົາຜະລິດຕະພັນເຕັກໂນໂລຊີ ໃນຂົງເຂດເຕັກໂນໂລຊີຊີວະພາບ ແລະ ກະສິກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີການແພດ, ການຂົນສົ່ງ, ການປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ເຕັກໂນໂລຊີໄຟຟ້າ-ເອເລັກໂຕຣນິກ, ຜະລິດຕະພັນເຕັກໂນໂລຊີຊັ້ນສູງ ແລະ ນະວັດຕະກຳ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ພ້ອມທັງຮ່ວມກັບບັນດາສະຖາບັນຄົ້ນຄວ້າ, ບໍລິ ສັດຈາກບັນດາປະເທດອາຊຽນ ແລະ ປະເທດຄູ່ຮ່ວມມືອື່ນໆເຂົ້າມາຮ່ວມນຳດ້ວຍ ແລະ ພ້ອມນັ້ນ ຍັງໄດ້ຈັດກິດຈະກຳທີ່ປິ່ນອ້ອມເປັນຕົ້ນການຈັດກອງປະຊຸມສຳມະນາຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເປັນການເປີດໂອກາດໃນການພົບປະຈັບຄູ່ຮ່ວມມື ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງສະຖາບັນການຄົ້ນຄວ້າ, ຜູ້ຜະລິດ, ບໍລິການ ແລະ ທຸລະກິດຕ່າງໆຂອງລາວ, ນອກນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ຜົນສຳເລັດຂອງການຄົ້ນຄວ້າ ແລະ ນຳສະເໜີບັນດາເຕັກໂນໂລຊ ເພື່ອສ້າງເປັນໂຄງການຮ່ວມມືໃນອະນາຄົດ, ເພື່ອສົ່ງເສີມການຖ່າຍທອດນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແລະ ທັນສະໄໝ ຈາກຕ່າງປະເທດ ໃນການຊຸກຍູ້ສົ່ງເສີມນຳໃຊ້ເຂົ້າໃນການຜະລິດ ແລະ ການບໍລິການໃຫ້ມີປະສິດທິພາບສູງຂຶ້ນ ເພື່ອເຮັດໃຫ້ຜູ້ຜະລິດ, ຜູ້ໃຫ້ບໍລິການຂອງລາວໄດ້ສຶກສາ ແລະ ຄົ້ນຄວ້ານຳໃຊ້ເຂົ້າໃນການຜະລິດຕົວຈິງ ເຮັດໃຫ້ສິນຄ້າຂອງລາວສາມາດແຂ່ງຂັນ ທັງຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດໄດ້.

No comments:

Post a Comment