Ad

Ad

16 December 2016

ລາວຫາລືກຽມຄວາມພ້ອມກ່ອນການເຈລະຈາແຜນງານ FLEGT VPA ກັບສະຫາພາບເອີຣົບ

ວັນທີ 15 ທັນວານີ້, ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມຄະນະຮັບຜິດຊອບດ້ານວິຊາການສຳລັບແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ລະຫ່ວາງ ສປປ ລາວ ແລະ ສະຫາພາບເອີຣົບ ( FLEGT ) ກ່ອນສະເໜີໃຫ້ສະຫາພາບເອີຣົບ, ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານຫົວໜ້າກົມກວດກາປ່າໄມ້, ກະຊວງດັ່ງກ່າວ, ໂດຍມີຜູ້ຕາໜ້າຈາກອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມນຳດ້ວຍ.


ທ່ານຫົວໜ້າກົມວ່າ: ການນຳສະເໜີຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍແມ່ນບາດກ້າວການກະກຽມທີ່ສຳຄັນສຳລັບການເຈລະຈາລະຫວ່າງລັດຖະບານລາວ ແລະ ສະຫາພາບເອີຣົບກ່ຽວກັບຂໍ້ຕົກລົງການເປັນຄູ່ຮ່ວມໃນສັນຍາຄ້າໄມ້ແບບສະໝັກໃຈ ( VPA ) ຊຶ່ງຈະຈັດຂື້ນເປັນຄັ້ງທຳອິດໃນທ້າຍເດືອນກຸມພາ 2017 ທີ່ຈະມາເຖິງນີ້, ສຳລັບນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍແມ່ນມີຄວາມສຳຄັນຕໍ່ກັບການປັບປຸງການຄຸ້ມຄອງໄມ້ແບບຍືນຍົງ ແລະ ການຄຸ້ມຄອງໄມ້ທີ່ດີໃນປະເທດເຮົາ,ເນື່ອງຈາກມັນສາມາດສ້າງຄວາມເຂົ້າໃຈເພີ່ມເຕີມໃຫ້ແກ່ພະນັກງານລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງໃນຂະແໜງປ່າໄມ້ ແລະ ອຸດສາຫະກຳໄມ້, ໂດຍສະເພາະແມ່ນວຽກງານຕິດຕາມກວດກາໄມ້, ພ້ອມນັ້ນຍັງຊ່ວຍກຳນົດຊ່ອງວ່າງ ແລະ ແກ້ໄຂປັບປຸງກົດໝາຍ ແລະ ລະບຽບການທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ຄະນະຮັບຜິດຊອບດ້ານວິຊາການໃນແຜນງານດັ່ງກ່າວຈະໄດ້ພ້ອມກັນຮັບຟັງການລາຍງານ ແລະ ປຶກສາຫາລືບັນດາຫົວຂໍ້ທີ່ສຳຄັນເປັນຕົ້ນແມ່ນຈຸດປະສົງ ແລະ ຂໍ້ມູນໃໝ່ໆກ່ຽວກັບການຮ່າງນິຍາມໄມ້ທີ່ຖືກຕ້ອງ ຕາມລະບຽບກົດໝາຍ, ເປັນຕົ້ນແມ່ນໄມ້ທີ່ຂຸດຄົ້ນຈຸດເຂດອຸດສາຫະກຳ, ໄມ້ທີ່ຍູ່ໃນຂັ້ນຕອນປຸງແຕ່ງ ແລະ ການຄ້າໄມ້ ແລະ ຂອບຜະລິດຕະພັນໄມ້, ຂັ້ນຕອນ ແລະ ຂະບວນການຄວບຄຸ້ມຕ່ອງໂສ້ການສະໜອງໄມ້, ຂັ້ນຕອນການຢັ້ງຢືນ ແລະ ຮູບແບບການຄຸ້ມຄອງໄມ້ໃນເຂດສຳປະທານ, ລວມເຖິງການກະກຽມແຜນງານສຳລັບການເຈລະຈາໃນແຜນງານດັ່ງກ່າວອິກດ້ວຍ.

No comments:

Post a Comment