Ad

Ad

16 December 2016

ອົງການກາແດງລາວຈັດການແຂ່ງຂັນກິລາກ໊ອຟເພື່ອການກຸສົນ

ທ້າຍອາທິດຜ່ານມານີ້, ອົງການກາແດງລາວ ໄດ້ຈັດການແຂ່ງຂັນກິລາກ໊ອຟ ເພື່ອປຸກລະດົມຂົນຂວາຍທຶນຮອນຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຜູ້ຖືກເຄາະຮ້າຍຈາກໄພພິບັດຕ່າງໆ, ເປັນຕົ້ນແມ່ນ ໄພນ້ຳຖ້ວມ, ໄຟໄໝ້, ໄພໜາວ ແລະ ອື່ນໆ, ພ້ອມທັງການປະກອບສ່ວນເຂົ້າໃນວຽກງານປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ, ເພື່ອສະໜອງເລືອດໃຫ້ແກ່ສັງຄົມໄດ້ຢ່າງທົ່ວເຖິງປອດໄພທັນເວລາ ແລະ ພຽງພໍກັບຄວາມຕ້ອງການຂອງຄົນເຈັບ. ດັ່ງນັ້ນ ອົງການກາແດງລາວ ຈື່ງໄດ້ຈັດ ການແຂ່ງຂັນກິລາ
ກ໊ອຟນີ້ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີຫົວໜ້າຫ້ອງ ການສຳນັກງານນາຍົກລັດຖະມົນຕີ, ມີທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ສອນທະນູ ທຳມະວົງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ.

No comments:

Post a Comment