Ad

Ad

16 December 2016

ລະວັງ !!! ສະພາອາກາດຈະເຢັນລົງແຕ່ 4-6 ອົງສາ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 16-18 ທັນວານີ້, ມວນອາກາດເຢັນຈະມີກຳລັງແຮງເພີ້ມຂຶ້ນປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງແຮງ, ເຊິ່ງຈະເຮັດໃຫ້ສະພາບອາກາດເຢັນລົງແຕ່ 4-6 ອົງສາ, ໃນແຕ່ລະພາກ, ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ໃນນັ້ນ ພາກເໜືອດ້ານເວັນອອກ: ອາກາດຈະເຢັນຫລາຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຊຽງຂວາງ, ອຸນຫະພູມຕ່ຳສຸດ 4-6 ອົງສາ ແລະ ສູງສຸດ 18-20 ອົງສາ. ສະເພາະເຂດຈອມພູ, ພູສູງ, ເນີນພູ ແລະ ຮ່ອມພູ ອາກາດຈະໜາວເຢັນຫລາຍ, ຊຶ່ງອຸນຫະພູມອາດເຖິງຈຸດລະດັບນ້ຳກ້າມ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 1-3 ອົງສາ; ສ່ວນພາກເໜືອ
ດ້ານຕາເວັນຕົກ: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 4-6 ອົງສາ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫລວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 24-26 ອົງສາ, ສະເພາະຢູ່ເຂດຈອມພູ, ພູສູງ ອາກາດຈະໜາວເຢັນຫລາຍ. ອຸນຫະພູມຕ່ຳສຸດ 2-4 ອົງສາ; ສຳລັບນະຄອນຫລວງວຽງຈັນ: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 3-5 ອົງສາ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 27-29 ອົງສາ; ພາກກາງ: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 4-6 ອົງສາ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຄຳມ່ວນ, ບໍລິຄຳໄຊ ແລະ ແຂວງວຽງຈັນ, ອຸນຫະພູມຕ່ຳສຸດ 11-13 ອົງສາ ແລະ ສູງສຸດ 26-28 ອົງສາ. ສຳລັບແຂວງໄຊສົມບູນ ອາກາດຈະໜາວຫລາຍ, ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕ່ຳສຸດ 1-3 ອົງສາ ແລະ ພາກໃຕ້: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 2-4 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງເຊກອງ, ຈຳປາສັກ ແລະ ອັດຕະປື, ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 28-30 ອົງສາ, ສຳລັບເຂດພູພຽງບໍລະເວນ ແລະ ເຂດເມືອງດາກຈິງ ອາກາດຈະໜາວເຢັນຫລາຍ ພ້ອມມີຝົນຕົກໃນລະດັບຄ່ອຍ, ອຸນຫະພູມຕ່ຳສຸດ 2-4 ອົງສາ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນໂດຍສະເພາະຜູ້ຢູ່ບັນດາແຂວງພາກເໜືອຄື: ແຂວງໄຊສົມບູນ, ເມືອງດາກຈຶງ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫລາຍ ຈົ່ງມີສະຕິ, ຮັກສາສຸຂະພາບ ແລະ ນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ. ນອກຈາກນີ້ ຕ້ອງມີສະຕິລະມັດລະວັງກ່ຽວກັບສະພາບໝອກໜາ, ຊຶ່ງອາດກໍໃຫ້ເກີດອຸປະຕິເຫດໃນການເດີນທາງໄດ້ງ່າຍ.

No comments:

Post a Comment