Ad

Ad

15 December 2016

ກອງປະຊຸມລັດຖະບານ ເປີດກວ້າງໄດ້ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງຊາດ

           ກອງປະຊຸມ ລັດຖະບານ ປະຈໍາສົກປີ 2015-2016 ໄດ້ດໍາເນີນມາເປັນເວລາ 2 ວັນ ( 13-14 ທັນວາ 2016 ) ເຊິ່ງກອງປະຊຸມດັ່ງກ່າວໂດຍໃຫ້ກຽດເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງ, ເຈົ້າແຂວງ ແລະ ບັນດາທ່ານຫົວໜ້າອົງການພັກ-ລັດເຂົ້າຮ່ວມ.
ໃນໂອກາດດັ່ງກ່າວນີ້ກໍໄດ້ຮັບຟັງການລາຍງານ, ປະກອບຄຳຄິດຄຳເຫັນ ແລະ ຕົກລົງຫລາຍບັນຫາທີ່ສໍາຄັນດັ່ງນີ້ : ເຫັນດີໃຫ້ປັບປຸງຮ່າງຄຳສັ່ງມາເປັນດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການ
ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2017 ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການລົງທຶນຂອງລັດ ແລະ ມະຕິຂອງສະພາແຫ່ງຊາດ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍໃຫ້ກະທັດຫັດ ແລະ ຊັດເຈນຕື່ມ ເພື່ອໃຫ້ສາມາດປະກາດໃຊ້ ແລະ ເລີ່ມຈັດຕັ້ງປະຕິບັດໂດຍໄວ; ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງ-ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າ ແລະ ກວດກາຕື່ມການມອບພັນທະງົບປະມານ, ການຄຸ້ມຄອງການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍ ໂດຍຫັນເອົາການຄຸ້ມຄອງດັ່ງກ່າວເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ ແລະ ສາມາດກວດກາ-ກວດສອບໄດ້; ໃຫ້ເອົາໃຈໃສ່ແກ້ໄຂການເບີກຈ່າຍເງິນເດືອນໃຫ້ສຳເລັດພາຍໃນປີ 2016 ນີ້ ໂດຍບໍ່ໃຫ້ມີການເບີກຈ່າຍຄ້າງຄາອີກ, ຖ້າມີບັນຫາກໍ່ໃຫ້ຮີບຮ້ອນສະເໜີຫາລັດຖະບານ ເພື່ອມີວິທີແກ້ໄຂ, ໃນປີ 2017 ຕ້ອງໃຫ້ການເບີກ-ຈ່າຍເງິນເດືອນໄປຕາມລະບົບ, ວ່ອງໄວ ແລະ ທົ່ວເຖິງທົ່ວປະເທດ; ມອບໃຫ້ກະຊວງການເງິນ ສົມທົບກັບທະນາຄານ ແລະ ກະຊວງພາຍໃນ ປະສານງານໃກ້ຊິດ ເພື່ອແກ້ໄຂ ບັນຫານີ້,ມອບໃຫ້ບັນດາແຂວງຊີ້ນຳຂັ້ນເມືອງຢ່າງໃກ້ສິດ, ລວມທັງເງິນອຸດໜູນຕ່າງໆ ເພາະໄດ້ມີການຕົກລົງໄປແລ້ວ, ໃຫ້ກະຊວງພາຍໃນ ສົມທົບກັບບັນດາກະຊວງ-ອົງການ ແລະ ອົງການປົກ ຄອງທ້ອງຖິ່ນ ຮີບຮ້ອນກວດກາບັນຊີພະນັກງານ-ລັດຖະກອນໃຫ້ລະອຽດ ແລະ ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບົບທັນສະໄໝ, ວ່ອງໄວ; ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 15/ນຍ, ພ້ອມນີ້ກໍ່ໃຫ້ສືບຕໍ່ແກ້ໄຂບັນຫາໂຮງເລື່ອຍ-ໂຮງຊອຍທີ່ຢູ່ໃນເຂດປ່າສະຫງວນ ແລະ ການເຄື່ອນຍ້າຍໄມ້ ເພື່ອໃຫ້ຖືກຕ້ອງຕາມການຕົກລົງ ແລະ ບໍ່ໃຫ້ລັດເສຍຜົນປະ ໂຫຍດ; ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕະຫຼອດເຖິງທ້ອງຖິ່ນ ເອົາໃຈໃສ່ວຽກງານຄຸ້ມຄອງລາຄາສິນຄ້າໃຫ້ມີປະສິດທິຜົນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ ແລະ ຜູ້ມີລາຍໄດ້ຕ່ໍາ. ຢູ່ສູນກາງມອບໃຫ້ກະຊວງວອຸດສາຫະກຳ ແລະ ການຄ້າ, ສ່ວນຢູ່ທ້ອງຖິ່ນແມ່ນມອບໃຫ້ແຂວງເອົາໃຈໃສ່ຊີ້ນຳພະແນກອຸດສາຫະກຳ ແລະ ການຄ້າ ສົມທົບກັນລົງຕິດຕາມກວດກາ ຢ່າງເປັນປົກກະຕິ. ຄວນກຳນົດວ່າມີຈັກປະເພດສິນຄ້າ ທີ່ຄວນມີການຄວບຄຸມ ພ້ອມທັງລາຍງານນາຍົກ-ຮອງນາຍົກລັດຖະມົນຕີ ແລະແຈ້ງລາຄາສິນຄ້າ ໃຫ້ປະຊາຊົນໄດ້ຮັບຊາບ ເປັນປົກກະຕິ, ສຶກສາອົບຮົມໃຫ້ຜູ້ຄ້າຂາຍ ແລະ ປະຊາຊົນເຂົ້າໃຈສະພາບ, ບໍ່ໃຫ້ມີການສວຍໂອກາດປັ່ນປ່ວນ; ມອບໃຫ້ກະຊວງການເງິນສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າມາດຕະການ ເພື່ອຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ມາດຕະການຕ້ານການຟຸມເຟືອຍ ເປັນແຕ່ລະບັນຫາໃຫ້ສຳເລັດໂດຍໄວ, ໂດຍເລີ່ມຈາກບັນຫາການນຳໃຊ້ລົດ ແລະ ການປະມູນ, ການຈັດຊື້-ຈັດຈ້າງແລ້ວ ໃຫ້ຈັດສຳມະນາຢ່າງກວ້າງຂວາງ ເພື່ອລະດົມຄວາມຄິດເຫັນ ກ່ອນຈະເຊັນປະກາດໃຫ້ໃຫ້ສາມາດຈັດຕັ້ງປະຕິບັດໄດ້; ກ່ຽວກັບຮ່າງຄຳສັ່ງວ່າດ້ວຍການຄຸ້ມຄອງຮ້ານອາຫານ ແລະ ຮ້ານບັນເທິງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ສະຖານທີ່ຫຼໍ່ແຫຼມ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວຄົ້ນຄວ້າ ແລະ ຈັດສຳມະນາ ແລ້ວປັບປຸງກ່ອນນຳສະເໜີລັດຖະບານພິຈາລະນາ; ໃຫ້ເອົາໃຈໃສ່ກວດກາ, ມີມາດຕະການທີ່ເໝາະສົມ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫລວງ ໃນທຸກຮູບແບບ, ມອບໃຫ້ຄະນະຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ລົງເລິກຊີ້ນໍາ ແລະ  ມອບໃຫ້ຄະນະຊີ້ນຳການແກ້ໄຂໜີ້ສິນໂຄງ ການລົງທຶນຂອງລັດ ລົງເລິກ ເຮັດວຽກແກ້ໄຂໜີ້ສິນຢ່າງຖືກຕ້ອງ, ແທດຕົວຈິງ, ໂປ່ງໃສ ແລະ ສືບຕໍ່ເກັບກຳຂໍ້ມູນໃຫ້ຊັດເຈນ ແລະ ຄົ້ນຄວ້າມາດຕະການແກ້ໄຂ ບັນຫາໜີ້ສິນຂອງລັດ ສືບຕໍ່ສະກັດກັ້ນການບໍ່ໃຫ້ເກີດມີໜີ້ສິນຂຶ້ນຕື່ມອີກ. ພ້ອມທັງ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີຄວາມຮັບຜິດຊອບ ໃນການຄົ້ນຄວ້າອະນຸມັດໂຄງການລົງທຶນຂອງລັດໃຫ້ໄປຕາມແຜນການ, ສອດຄອງກັບລະບຽບການ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ຄວາມສາມາດຕົວຈິງທາງດ້ານງົບປະມານ; ໃຫ້ທະນາຄານ ແຫ່ງ ສປປ ລາວ ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້, ໃຫ້ຮີ້ບຮ້ອນຄົ້ນຄວ້າແກ້ໄຂບັນຫາຄວາມແຕກຕ່າງລະຫວ່າງອັດຕາແລກປ່ຽນ ໃນລະບົບທະນາ ຄານ ແລະ ນອກທະນາຄານ; ໃຫ້ເອົາໃຈໃສ່ຕິດຕາມກວດກາຮ້ານແລກປ່ຽນເງິນຕາ ໃຫ້ເຄື່ອນໄຫວຖຶກຕ້ອງຕາມລະບຽບການ ບໍ່ໃຫ້ມີການກັກຕູນເງິນຕາຕ່າງປະເທດ ເພື່ອແກງກຳໄລ ຖ້າພົບເຫັນຕ້ອງດຳເນີນມາດຕະການເດັດຂາດຕໍ່ຜູ້ກະທຳຜິດ; ໃຫ້ບັນດາກະຊວງ, ອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ກວດກາ, ຄົ້ນຄວ້າ ແລະ ຫາວິທີແກ້ໄຂ ບັນຫາການຈັດສັນທີ່ຢູ່ອາໄສ ແລະ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການຕ່າງໆໃຫ້ເໝາະສົມ ພ້ອມທັງນຳສະເໜີລາຍງານຫາລັດຖະບານ; ຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ໄລຍະສອງ : ກອງປະຊຸມ ຮັບຊາບການລາຍງານ ກ່ຽວກັບຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ໄລຍະສອງ.
ກອງປະຊຸມເຫັນດີເປັນເອກະພາບ ກ່ຽວກັບຄວາມໝາຍ, ຄວາມສຳຄັນ ຂອງສອງໂຄງ ການດັ່ງກ່າວ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າປຶກສາຫາລືໃນລາຍລະອຽດ ຕາມການປະກອບຄໍາເຫັນຂອງກອງປະຊຸມ. ການປັບປຸງກົນໄກປະສານງານ ລະຫວ່າງບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ສໍານັກງານນາຍົກລັດ ຖະມົນຕີ: ກອງປະຊຸມ ເຫັນດີໃຫ້ປັບປຸງ ດໍາລັດ 220/ນຍ. ແຕ່ມອບໃຫ້ກະຊວງພາຍໃນນໍາໄປຈັດສໍາມະນາໃຫ້ມີລັກສະນະກວ້າງຂວາງ ດຳລັດສະບັບປັບປຸງໃຫ້ລວມເອົາການປະສານງານລະຫວ່າງສຳນັກງານນາຍົກລັດຖະມົນຕີ ກັບບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ພ້ອມກັນນັ້ນກໍ່ໃຫ້ກຳນົດລະອຽດບັນຫາໃດທີ່ຈະເອົາເຂົ້າກອງປະຊຸມລັດຖະບານ, ກອງປະຊູມນາຍົກ-ຮອງນາຍົກລັດຖະມົນຕີ, ຜູ້ຕົກລົງເອົາຫົວຂໍ້ເຂົ້າຜ່ານບັນດາກອງປະຊຸມດັ່ງກ່າວ ແລະ ບັນຫາອື່ນໆ. ຫລັງຈາກນັ້ນ ຈຶ່ງນໍາມາຜ່ານກອງປະຊຸມລັດຖະບານປະຈໍາເດືອນ ມັງກອນ 2017 ນີ້. ຮ່າງລັດຖະບັນຍັດວ່າດ້ວຍການກໍານົດອັດຕາຄ່າທໍານຽມທາງ: ກອງປະຊຸມ ເຫັນດີໃຫ້ປັບຄ່າອັດຕາຄ່າທຳນຽມທາງ ໃຫ້ແທດເໝາະກັບສະພາບຕົວຈິງ ໃນປະຈຸບັນ, ການສະຫຼຸບຕີລາຄາການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງບັນດາຂະແໜງການ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ; ກອງປະຊຸມ ໄດ້ຕົກລົງ ໃຫ້ພາກສ່ວນກ່ຽວຂ້ອງ ລົງເລິກ, ປັບປຸງລະບຽບການຂັ້ນຕອນຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ, ມີວິທະຍາສາດໃນການສ້າງ ປະກອບຄໍາເຫັນ ແລະ ຜ່ານກົດໝາຍ ລວມທັງ ການຈັດຕັ້ງປະຕິບັດກົດໝາຍ, ການສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະລັດຖະບານ ຊຸດທີ 8.

ໃນຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະບັນດາເຈົ້າແຂວງ ຈົ່ງນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມໃນປີ2017 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງດັ່ງນີ້: ຕ້ອງສືບຕໍ່ຮັບປະກັນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອຳນວຍໃຫ້ພວກເຮົາໃນການສ້າງສາພັດທະນາ ຢ່າງຕໍ່ເນື່ອງ, ສຸມທຸກກໍາລັງແຮງເຂົ້າໃນການພັດທະນາທາງດ້ານເສດຖະກິດ-ສັງຄົມ ຕາມທິດທາງ, ຄາດໝາຍສູ້ຊົນ, ນະໂຍບາຍ, ວຽກຈຸດສຸມ, ກົນໄກ ແລະ ມາດຕະການ ທີ່ໄດ້ກຳນົດໃນ ຮ່າງດຳລັດທີ່ພວກເຮົາໄດ້ເອົາມາຜ່ານກອງປະຊຸມລັດຖະບານ ໃນຄັ້ງນີ້ ແລະ ລັດຖະບານ ຈະປະກາດໃຊ້ໃນອາທິດນີ້. ດຳລັດດັ່ງກ່າວໄດ້ກຳນົດວຽກງານຈຸດສຸມຂອງບັນດາກະຊວງ, ອົງການຂັ້ນສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ. ດັ່ງນັ້ນ ແຕ່ລະພາກ ສ່ວນ ຕ້ອງຈັດຕັ້ງເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ເພື່ອສະຫລຸບລາຍງານຄວາມຄືບໜ້າໃຫ້ລັດຖະບານ ເປັນປົກກະຕິ ທຸກໆໄຕມາດ; ຖອດຖອນບົດຮຽນ ແລະ ປັບປຸງບັນດາຂໍ້ຄົງຄ້າງໃນການເຄື່ອນໄຫວ ວຽກງານໃນໄລຍະ 8 ເດືອນຜ່ານມາ. ໃນມື້ນີ້, ພວກເຮົາກໍ່ໄດ້ສະຫຼຸບຕີລາຄາການ ເຄື່ອນໄຫວວຽກງານຂອງລັດຖະບານ ແລະ ຖອດຖອນບົດຮຽນຈຳນວນໜຶ່ງ. ຕໍ່ໜ້າ ຕ້ອງຖືເອົາການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນທີ່ເປັນພື້ນຖານໃຫ້ແກ່ການປັບປຸງ. ພ້ອມນີ້ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາການປະສານງານລະຫວ່າງຂະແໜງການ ດ້ວຍກັນ ແລະ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ ໂດຍໃຫ້ຮີບຮ້ອນປັບປຸງດຳລັດ 220/ນຍໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍລັດຖະບານແລະສະພາບຕົວຈິງໃນປະຈຸບັນ. ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການສ່ອງແສງ ແລະ ຄຳເຫັນຂອງ ສະພາແຫ່ງຊາດ ກໍ່ຄືສະພາທ້ອງຖິ່ນ ໃນການເຄື່ອນໄຫວບໍລິຫານຄຸ້ມຄອງລັດ ຄຸ້ມຄອງສັງຄົມ ຂອງລັດຖະບານ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ, ໃຫ້ບັນດາສະຫຍາຍເລຂາ, ເຈົ້າແຂວງ ຊີ້ນໍາການຈັດກອງປະຊຸມສະພາປະ ຊາຊົນແຂວງແຂວງ (ຕາມການສະເໜີຂອງສະພາແຫ່ງຊາດ), ຕໍ່ໄປໃຫ້ເອົາໃຈໃສ່ບັນຫາທີ່ດິນ, ບັນຫາຢາເສບຕິດ ນັ້ນແມ່ນວຽກຈຸດສຸມສຳຄັນຈຳນວນໜຶ່ງຂອງປີ 2017 ທີ່ສະເໜີໃຫ້ບັນດາສະຫາຍ ຈະພ້ອມກັນເຊີດຊູຍົກສູງຄວາມຮັບຜິດຊອບ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.  

No comments:

Post a Comment