Ad

Ad

15 December 2016

ໝົດປີ 2016 ນີ້ ລາວຈະຢຸດຕິການເກັບເງິນຄ່າບໍລິການ ສີດຢາຂ້າເຊື້ອພະຍາດຕາມຈຸດຜ່ານແດນຕ່າງໆ

    ທ່ານລັດຖະມົນຕີກະຊວງກະສິກ ແລະ ປ່າໄມ້ ໃຫ້ສພາດສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມເປີດກວ້າງລັດຖະບານ ໃນວັນທີ 13 ທັນວານີ້ວ່າ: ໝົດປີ 2016 ນີ້, ລາວຈະຢຸດຕິການເກັບເງິນຄ່າບໍລິການສີດນ້ຳຢາຂ້າເຊື້ອພະຍາດຕິດແປດຕາມຈຸດຜ່ານແດນຕ່າງໆໃນທົ່ວປະເທດຢ່າງແນ່ນອນ, ພາຍຫລັງມີແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຖິງກະຊວງຂອງຕົນ ເຊິ່ງເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວໃຫ້ກວດກາຄືນຕໍ່ລະບົບການບໍລິການສີດຢາຂ້າເຊື້ອພະຍາດຕິດແປດຢູ່ຕາມຈຸດຜ່ານແດນຕ່າງໆ, ຖ້າດ່ານຜ່ານແດນ
ໃດທີ່ຕິດກັບປະເທດໃດທີ່ບໍ່ມີການລະບາດຂອງພະຍາດຕິດແປດຮ້າຍແຮງກໍໃຫ້ຢຸດເຊົາ ແລະ ຈຸດຜ່ານແດນໃດມີຄວາມຈຳເປັນກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດ ໂດຍລັດຖະບານຈະເປັນຜູ້ສະໜອງງົບປະມານໃຫ້ຕາມຄວາມເໝາະສົມ ເພື່ອບໍ່ຕ້ອງໄປເກັບເງິນຄ່າບໍລິການດັ່ງກ່າວນຳລົດລາງພາຫະນະຕ່າງໆຂ້າມຜ່ານແດນດັ່ງຜ່ານມາ ແລະ ຕໍ່ບັນຫານີ້, ກະຊວງກະສິກຳກໍໄດ້ເລັ່ງປະຕິບັດແຈ້ງການດັ່ງ ກ່າວ ໂດຍຈະໄດ້ເຊື້ອເຊີນເອົາຜູ້ຕາງໜ້າຢູ່ດ່ານຜ່ານແດນຕ່າງໆນັ້ນມາຮ່ວມປະຊຸມວຽກງານປ່າໄມ້ ເຊິ່ງຈະຈັດຂຶ້ນໃນວັນທີ 28 ທັນວານີ້ ເພື່ອອອກລະບຽບການໃຫ້ຈັດຕັ້ງປະຕິບັດເປັນເອກະພາບໃນທົ່ວປະເທດ.

            ທ່ານລັດຖະມົນຕີກະຊວງດັ່ງກ່າວ ເປີດເຜີຍວ່າ: ໃນຜ່ານມາ ກະຊວງໄດ້ມອບວຽກງານນີ້ໃຫ້ກົມລ້ຽງສັດເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງການເກັບເງິນຄ່າບໍລິການ ເພື່ອໄປຊື້ນ້ຳຢາຂ້າເຊື້ອ ແລະ ໃຊ້ຈ່າຍເຂົ້າໃນວຽກງານບໍລິຫານອື່ນໆດ້ວຍຄວາມໂປ່ງໃສ.

No comments:

Post a Comment