Ad

Ad

15 December 2016

ສະຫລອງວັນສ້າງຕັ້ງວິທະຍາຄານໄກສອນພົມວິຫານຄົບຮອບ 20 ປີ


           ໃນວັນທີ 13 ທັນວານີ້, ທີ່ວິທະຍາຄານໄກສອນ ພົມວິຫານ ໄດ້ຈັດງານສະເຫລີມສະ ຫລອງວັນສ້າງຕັ້ງວິທະຍາຄານດັ່ງກ່າວຄົບຮອບ 20 ປີ (13 ທັນວາ 1996-13 ທັນວາ 2016), ໂດຍການເຂົ້າຮ່ວມຂອງທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາພະນັກງານອາວຸໂສບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ອະດີດຄະນະນຳຂອງວິທະຍາຄານໄກສອນ ພົມວິຫານ ແລະ ພະນັກງານ-ນັກຮົບຈາກອົງການກົມກອງອ້ອມຂ້າງກະຊວງເຂົ້າຮ່ວມເປັນຈໍານວນຫລາຍ.
           ໃນພິທີທ່ານພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າການເມືອງວິທະຍາຄານໄກສອນ ພົມວິຫານ ໄດ້ຂຶ້ນກ່າວປາໄສທົບທວນຫວນຄືນມູນເຊື້ອຂອງວິທະຍາຄານໄກສອນ ພົມວິຫານ ຕະຫລອດໄລຍະ 20 ປີຜ່ານມາ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໂດຍທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດແຫ່ງ ສປປ ລາວ ໃຫ້ກຽດເປີດປ້າຍຢ່າງເປັນທາງການ ແລະ ໄດ້ກຳນົດທີ່ຕັ້ງພາລະບົດບາດຂອງວິທະຍາຄານວ່າ: ແມ່ນສະຖາບັນການສຶກສາສູງສຸດຂອງກອງທັບປະຊາຊົນລາວ, ມີຖານະທຽບເທົ່າກັບສະຖາບັນການເມືອງ-ການປົກຄອງ ແລະ ມະຫາວິທະຍາໄລແຫ່ງຊາດ, ຢູ່ພາຍໃຕ້ການຊີ້ນຳ-ຄຸ້ມຄອງຂອງນາຍົກລັດຖະມົນຕີໂດຍກົງ, ກະຊວງປ້ອງກັນປະເທດມີໜ້າທີ່ບຳລຸງກໍ່ສ້າງນາຍທະຫານຂັ້ນກາງ, ຂັ້ນສູງຂອງກອງທັບປະຊາຊົນລາວ.
           ໃນໂອກາດດັ່ງກ່າວ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງຕໍ່ຜົນງານ, ໄຊຊະນະ ແລະ ມູນເຊື້ອທີ່ຄູອາຈານ- ພະນັກງານ-ນັກຮົບຍາດມາໄດ້ຕະຫລອດ 20 ປີຜ່ານມາ, ການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງວິທະຍາຄານດັ່ງກ່າວແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນປະຕິວັດ ແລະ ສະແດງໃຫ້ເຫັນຜົນງານດ້ານດີທີ່ພົ້ນເດັ່ນຫລາຍດ້ານເພື່ອສ້າງເງື່ອນໄຂກະຕຸກຊຸກຍູ້, ໂດຍສະເພາະການກໍ່ສ້າງພະນັກງານການນຳ ແລະ ນາຍທະຫານໃຫ້ແກ່ກອງທັບປະຊາຊົນລາວຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ-ລັດ. ພ້ອມດຽວກັນນັ້ນ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ຍັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນສະມາຊິກພັກ-ພະນັກງານ-ນັກຮົບວິທະຍາຄານພ້ອມກັນຕັ້ງໜ້າເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງໜັກແໜ້ນ, ເຊີດຊູສະ

ຕິລະວັງຕົວໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ແລະ ປົກປັກຮັກສາຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ ແລະ ໂອກາດນີ້, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ປະດັບຫລຽນໄຊພິລາດອາດຫານຊັ້ນ II ໃຫ້ກົມກອງລວມໝູ່ 3 ກົມກອງ ແລະ 64 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ III ໃຫ້ກົມກອງລວມໝູ່ 9 ກົມກອງ ແລະ 104 ສະຫາຍ ແລະ ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດໃຫ້ບຸກຄົນດີເດັ່ນທີ່ມີຜົນງານ 133 ສະຫາຍ.

No comments:

Post a Comment