Ad

Ad

15 December 2016

ຜູ້ຊີ້ນໍາວຽກງານຖະແຫລງຂ່າວຕ້ອນຮັບຫົວໜ້າອຳນວຍການໂທລະພາບເສດຖະກິດກວາງເຈົາ

          ໃນວັນທີ 14 ທັນວານີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຜູ້ຊີ້ນໍາວຽກງານຖະ ແຫລງຂ່າວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂອງທ່ານ ຫວູ ຈຽນ ປິງ (Wu Jian ping) ຫົວໜ້າອໍານວຍການສະຖານີໂທລະພາບນະຄອນກວາງເຈົາ, ແຂວງເຊີນເຈີນ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 13-20 ທັນວານີ້ ເພື່ອແລກປ່ຽນບົດຮຽນດ້ານວັດທະນະທໍາ ແລະ ທ່ອງທ່ຽວຢູ່ ສປປ ລາວ.

          ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຂອງທ່ານ ຫວູ ຈຽນ ປິງ ແລະ ຄະນະ, ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ນັບກ້ວາງຂວາງຍິ່ງໆຂຶ້ນ, ໂດຍສະເພາະແມ່ນການພົວພັນຮ່ວມມືດ້ານວຽກງານໂທລະພາບຂອງລາວ ແລະ ສະຖານີໂທລະພາບເສດຖະກິດທ່ອງທ່ຽວນະຄອນກວາງເຈົາໃຫ້ນັບມື້ນັບແຕກດອກອອກຜົນງອກງາມຍິ່ງຂຶ້ນ.

          ພ້ອມດຽວກັນນີ້, ທ່ານ ຫວູ ຈຽນ ປິງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານຮອງລັດຖະມົນຕີທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ, ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ດ້ວຍຜົນສໍາເລັດສູງ.

No comments:

Post a Comment