Ad

Ad

15 December 2016

ຍົກລະດັບຊາວໜຸ່ມອາສາສະໝັກໃຫ້ເປັນນັກວິທະຍາກອນທີ່ມີຄຸນນະພາບ

ໃນວັນທີ 12 ທັນວານີ້, ອົງການກາແດງລາວ ໄດ້ຈັດຊຸດອົບຮົມໃຫ້ຊາວໜຸ່ມອາສາສະໝັກໃຫ້ກາຍເປັນນັກວິທະຍາກອນເພື່ອປ່ຽນແປງພຶດຕິກຳແບບເກົ່າໄປສູ່ແບບໃໝ່, ຂຶ້ນທີ່ນະຄອນ ຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານຮອງປະທານອົງການກາແດງລາວ, ມີຄະນະກຳມະການສະຫະພັນກາແດງສາກົນ ປະຈຳບາງກອກ, ຄູຝຶກຈາກສະພາກາຊາດໄທມາໃຫ້ຄວາມຮູ້ເພື່ອຍົກລະດັບຄວາມສາມາດຂອງຊາວໜຸ່ມອາສາສະໝັກລາວ ໃຫ້ໄດ້ຮັບການພັດທະນາທັກສະສຳລັບ 7 ຫລັກການຂອງອົງການກາແດງ, ການພັດທະນາທັກສະພາຍໃນບຸກຄົນ, ການພັດທະນາຄວາມຮູ້ການສຶກສາແບບ
ເພື່ອນສອນເພື່ອນ, ການພັດທະນາຄວາມຮູ້, ການອຳນວຍຄວາມສະດວກ, ການພັດທະນາການສື່ສານ ແລະ ການຮ່ຳຮຽນການພັດທະນາຄວາມຮູ້ແຮງຈູງໃຈ ແລະ ອື່ນໆ. ໃນນັ້ນຍັງມີການແລກປ່ຽນຄຳຄິດເຫັນລະຫວ່າງຄູຝຶກ ແລະ ນັກສຳມະນາກອນໃຫ້ຊາວໝຸ່ມມີຄວາມຮູ້ຄວາມສາມາດໃນການປ່ຽນພຶດຕິກຳໃນສັງຄົມໃຫ້ດີຂຶ້ນ. ຊຸດຝຶກອົບຮົມດັ່ງກ່າວຈະໄດ້ດຳເນີນເປັນເວລາ 5 ວັນ.

No comments:

Post a Comment