Ad

Ad

15 December 2016

ລາວພະຍາຍາມປັບປຸງຄ່າກະແສໄຟຟ້າໃຫ້ເໝາະສົມທີ່ສຸດ

ໃນໂອກາດເຂົ້າຮ່ວມກອງປະຊຸມເປີດກ້ວາງລັດຖະບານປະຈຳສົກປີ 2015-2016 ໃນວັນທີ 14 ທັນວາຜ່ານມານີ້, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດວ່າ: ຄືດັ່ງທີ່ຮູ້ນຳກັນແລ້ວ ທຶນຮອນໃນການກໍ່ສ້າງເຂື່ອນຕ່າງໆນັ້ນແມ່ນເປັນຂອງບໍລິສັດທີ່ມາຈາກຕ່າງປະເທດ ແລະ ສປປ ລາວ ກໍມີຮຸ້ນຢູ່ນຳພຽງເລັກນ້ອຍເທົ່ານັ້ນ, ພາຍຫລັງສິ້ນສຸດການສຳປະທານຈາກຜູ້ລົງທຶນແລ້ວ, ເຂື່ອນໄຟຟ້າເຫລົ່ານັ້ນຈຶ່ງຈະເປັນຂອງລັດຖະບານລາວຢ່າງສົມບູນ, ສຳລັບໄລຍະເວລາໃນການສຳປະທານແມ່ນ 20-30 ປີ, ເມື່ອຮອດຕອນນັ້ນ ລັດຖະບານລາວກໍຈະປັບປຸງຄ່າຊົມໃຊ້ໄຟຟ້າໃຫ້ມີລາຄາຫລຸດລົງ
ຕາມຄວາມ ເໝາະສົມ. ປັດຈຸບັນບໍລິສັດໄຟຟ້າກໍຄືກະຊວງພະລັງງານ ແລະ ບໍ່ແຮ່ຍັງໄດ້ປັບປຸງຄ່າຊົມໃຊ້ໄຟຟ້າຕື່ມ, ຊຶ່ງແບ່ງອອກເປັນຫລາຍລາຄາສຳລັບຜູ້ຢູ່ອາໃສຄື: ລາຄາເກື້ອກູນ, ລາຄາປະຢັດເປັນຕົ້ນ. ມາຮອດປັດຈຸບັນພວກເຮົາຍັງໄດ້ກະ ກຽມຕິດຕັ້ງພະລັງງານແສງອາທິດຢູ່ເຂດເມືອງນາຊາຍທອງ, ເຂດບ້ານນາບົງ ແລະ ເຂດອື່ນໆໃນທົ່ວປະເທດ, ພ້ອມນີ້ກວດກາ ແລະ ວັດແທກຄວາມແຮງຂອງລົມ ເພື່ອຕິດຕັ້ງພະລັງງານລົມຕື່ມ. ແຕ່ແນວໃດກໍຕາມ ພະລັງງານທົດແທນເປັນພະລັງງານທີ່ມີລາຄາສູງຂະນະດຽວກັນສະເພາະຢູ່ນະຄອນຫລວງວຽງຈັນກໍໄດ້ມີການສຶກສາ, ສຳຫລວດ ແລະ ກວດກາ ເພື່ອສ້າງພະລັງງານໄຟຟ້າຈາກຂີ້ເຫຍື້ອ, ໂດຍສະເພາະຢູ່ຫລັກ 36, ຊຶ່ງເປັນສະຖານທີ່ບຳບັດ ຂີ້ເຫຍື້ອຂອງນະຄອນຫລວງວຽງຈັນໃຫຍ່ທີ່ສຸດຂອງລາວ, ຊຶ່ງປັດຈຸບັນພວມເລັ່ງກວດກາ ເພື່ອໃຈ້ແຍກເອົາປະເພດໃດທີ່ຈະສາມາດເອົາມາເປັນເຊື້ອເພີງ ແລະ ສາມາດເອົາມາເປັນພະລັງງານໄຟຟ້າໄດ້. 

No comments:

Post a Comment