Ad

Ad

15 December 2016

2017 ນີ້ສະພາສະເໜີລັດເລັ່ງແກ້ໄຂບັນຫາເຄັ່ງຮ້ອນໃຫ້ໝົດໄປ

           ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ທີ່ສໍາເລັດລົງເມື່ອເດືອນພະຈິກຜ່ານມານີ້, ໂດຍສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນຈໍານວນໜຶ່ງຄື: ຕ້ອງພິຈາລະນາຈັດສັນງົບປະມານໂຄງການລົງທຶນຂອງລັດລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ເໝາະສົມ ແລະ ສອດຄ່ອງຕາມລະບຽບກົດໝາຍ, ຄວນໂຈະໂຄງການທີ່ບໍ່ມີປະສິດທິຜົນ ຫລື ບໍ່ມີຜົນຕອບແທນສູງ, ຕ້ອງຫລຸດຜ່ອນການເອື່ອຍອິງຊັບພະ ຍາກອນທໍາມະຊາດ, ເລັ່ງຕິດຕາມກວດກາການຄຸ້ມຄອງການອອກໃບຕາດິນ, ການແກ້ໄຂການອອກໃບຕາດິນຊໍ້າຊ້ອນ ແລະ ການຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຮີບຮ້ອນ
ມີມາດຕະການ ແລະ ວິທີການແກ້ໄຂຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ທໍາມະຊາດຈາກການນໍາໃຊ້ສານເຄມີອັນຕະລາຍຊະຊາຍເຂົ້າໃນການຜະລິດກະສິກໍາ ແລະ ການປຸງແຕ່ງອາຫານ, ແກ້ໄຂບັນຫານໍ້າເປື້ອນ, ກິ່ນເໝັນ, ອາກາດເປັນພິດທີ່ເກີດຈາກໂຮງຈັກໂຮງງານອຸດສະຫະກໍາ ແລະ ໂຄງການພັດທະນາຕ່າງໆທີ່ມີຜົນກະທົບຕໍ່ປະຊາຊົນ, ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເພື່ອສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃນຂົງເຂດວຽກງານປ່າໄມ້ໃຫ້ຫລຸດລົງ ແລະ ໝົດໄປເທື່ອລະກ້າວ ແລະ ເລັ່ງແກ້ໄຂກົນໄກບໍລິຫານລັດໃຫ້ມີຄວາມຄ່ອງຕົວ, ປະຕິບັດກົດໝາຍ ແລະ ລະບຽບການວາງອອກໃຫ້ເຂັ້ມງວດ, ຍົກສູງຄວາມຮັບພິຊອບ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພະນັກງານນໍາພາ, ພະນັກງານຄຸ້ມຄອງ ແລະ ວິຊາການໃນກົງຈັກລັດໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ.

No comments:

Post a Comment