Ad

Ad

19 December 2016

ຫົວເຫວີຍ GR5 2017 ຮຸ່ນໃໝ່ມີຈຳໜ່າຍໃນລາວແລ້ວ

          ວັນທີ 17 ທັນວານີ້, ບໍລິສັດ ຫົວເຫວີຍ ໄດ້ນຳສະເໜີສະມາດໂຟນ ຫົວເຫວີຍ GR5 2017 ຮຸ່ນໃໝ່ ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ໂດຍການນຳສະເໜີຂອງ ນາງ ແອນນິຕ້າ ທູດການຄ້າ (Brand Ambassador) ຂອງຫົວເຫວີຍ, ມີບັນດາສາຂາຈຳໜ່າຍ ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານ ຊູຈິນຢົງ ອຳນວຍການຝ່າຍອຸປະກອນສື່ສານ ກ່າວວ່າ: ພາຍຫລັງຫົວເຫວີຍ P9 ປະສົບຜົນສຳເລັດຢູ່ລາວ, ຊຶ່ງເປັນສັນຍານທີ່ລູກຄ້າໄວ້ວາງໃຈ ແລະ ເຊື່ອໝັ້ນໃນ
ຜະລິດຕະພັນຫົວເຫວີຍ, ສະນັ້ນ ຫົວເຫວີຍຈຶ່ງສືບຕໍ່ນຳສະເໜີຜະລິດຕະພັນທີ່ມີຄຸນນະພາບຮຸ່ນໃໝ່ລ່າສຸດ ຫົວເຫວີຍ GT5 2017, ຊຶ່ງຍັງຄົງເກັບຮັກສາກ້ອງຄູ່ ຈາກບໍລິສັດໄລກ້າ Leica ທີ່ສາມາດຖ່າຍຮູບອອກມາສົມຈິງ ແລະ ແຈ້ງ, ພ້ອມປະກອບສິ່ງທີ່ຈຳເປັນ ແລະ ມີຄຸນນະພາບເຂົ້າໄປໃນຮຸ່ນດັ່ງກ່າວຕື່ມອີກຢ່າງຫລວງ ຫລາຍ. ສຳລັບລູກຄ້າທີ່ເຂົ້າໄປຊື້ໃນໄລຍະນີ້ ຮັບໄປເລີຍສາຍຫັດແຂນອັດສະລິຍະ Huawei Band A1, ຊິມມືຖື ທີ່ສາມາດໂທ ແລະ ຫລິ້ນອິນເຕີເນັດແບບບໍ່ຈຳກັດ. ພິເສດບໍລິສັດຍັງແຖມສະລັກຊື່ໃສ່ເທິງໂທລະສັບມືຖືພ້ອມ.

          ພາຍໃນງານດັ່ງກ່າວ ຍັງໄດ້ມີການສະແດງຕ່າງໆເພື່ອສ້າງຄວາມມ່ວນຊື່ນໃຫ້ກັບຜູ້ທີ່ເຂົ້າຮ່ວມເປັນຕົ້ນການສະແດງລົດຖີບ BMX, ການເຕັ້ນຮູບແບບ B-Boy, ການຮ້ອງເພັງຈາກນັກຮ້ອງຂອງລາວທີ່ມີຊື່ສຽງ, ການສະແດງຄອນເສີດຈາກດີເຈຊື່ດັງ ແລະ ອື່ນໆຫລາຍລາຍການ. 

No comments:

Post a Comment