Ad

Ad

19 December 2016

ຮ້ານຄໍາສີດາລາດຊະວົງມອບລາງວັນໃຫ້ລູກຄ້າໂຊກດີ

   ພາຍຫລັງມີພິທີຈັບສະຫລາກລາງວັນໃຫ້ລູກຄ້າເມື່ອອາທິດຜ່ານມາ ແລະ ໃນວັນ 17 ທັນ ວານີ້, ຮ້ານຂາຍຄໍາ ສີດາ ລາດຊະວົງ ກໍໄດ້ຈັດພິທີມອບລາງວັນໃຫ້ລູກຄ້າໂຊກດີຢູ່ທີ່ຕະຫລາດເຊົ້າຊອບປິງມໍ, ຊຶ່ງລາງວັນທີ 1 ແມ່ນລົດຈັກຮອນດາເອັມເອສເອກ (Honda MSX) ມູນຄ່າ 20 ລ້ານກີບຜູ້ໂຊກດີໄດ້ແກ່ນາງ ນິດ ສີວິໄລ ຢູ່ບ້ານນ້ອຍຊຽງດາ, ເມືອງໄຊເສດຖາ. ລາງວັນທີ 2 ລົດຈັກຮອນດາເວບ 100 (Honda Wave 100) ຜູ້ໂຊກດີໄດ້ແກ່ທ້າວ ຄໍາຕັນ ປັນຍາສັກ ຢູ່ບ້ານວຽງຈະເລີນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ແລະ ນອກຈາກນີ້ຍັງມີຜູ້ໂຊກດີອີກຫລາຍໆຄົນທີ່ໄດ້ຮັບລາງວັນໂທລະພາບ
ຂະໜາດ 43 ນີ້ວຈໍານວນ 5 ໜ່ວຍ, ຕູູ້ເຢັນໂຕຊິບາຂະໜາດ 6,1 ຄິວ 10 ໜ່ວຍ, ໝໍ້ຫຸງເຂົ້າ 30 ໜ່ວຍ ແລະ ອື່ນໆ ລວມມີມູນຄ່າຫລາຍກວ່າ 300 ລ້ານກີບ, ໂດຍແມ່ນທ່ານນາງ ວຽງສອນ ທິບຸນມາ ເຈົ້າຂອງຮ້ານຄໍາດັ່ງກ່າວເປັນຜູ້ມອບ, ພ້ອມທັງມີຄໍາເຫັນວ່າ: ກິດຈະກໍາມອບໂຊກຄັ້ງນີ້ຈັດຂຶ້ນເປັນປີທີ 4 ເພື່ອເປັນການຄືນກໍາໄລໃຫ້ລູກຄ້າທີ່ຊື່ຄໍາຮູບປະພັນຢູ່ຮ້ານພວກເຮົາ, ທັງເປັນການມອບໂຊກເພື່ອອວຍພອນໄຊໃຫ້ລູກຄ້າເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2016 ແລະ ຕ້ອນຮັບປີໃໝ່ 2017 ທີ່ຈະໄດ້ໝູນວຽນມາອີກວາລະໜຶ່ງໃຫ້ມີບັນຍາກາດຄືກຄື້ນມ່ວນຊື່ນ ແລະ ໃນຕໍ່ໜ້ານີ້ພວກເຮົາຍັງຈະສືບຕໍ່ຈັດກິດຈະກໍາມອບໂຊກໃຫ້ລູກຄ້າຫລາຍຂຶ້ນອີກ.

No comments:

Post a Comment