Ad

Ad

19 December 2016

ງານວາງສະແດງໄອຊີທີໄດ້ຮັບຄວາມສົນໃຈຈາກມວນຊົນ

           ງານວາງສະແດງລາວໄອຊີທີເອັກໂປ (Lao ICT Expo 2016) ທີ່ຈັດຂຶ້ນເປັນຄັ້ງທໍາອິດຢູ່ສູນປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ແຕ່ວັນທີ 14-17 ທັນວານີ້ພາຍໃຕ້ຫົວຂໍ້: ຮ່ວມກັນສ້າງເສດຖະກິດ-ສັງຄົມດີຈີຕອນທີ່ປອດໄພ ແລະ ເປັນປະໂຫຍດ ເພື່ອສ້າງໃຫ້ຂະແໜງການໄອທີຊີເປັນເຄື່ອງມືສໍາຄັນໃນການຈັບເຄື່ອນຂະແໜງການຕ່າງໆ ກໍຄືການພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມເປົ້າໝາຍ ເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໃຫ້ປະກົດຜົນເປັນຈິງ, ຊຶ່ງງານດັ່ງກ່າວ
ແມ່ນໄດ້ຮັບຄວາມສົນໃຈຈາກມວນຊົນນັບທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ, ໂດນສະເພາະໄດ້ມີພາກລັດ, ເອກະຊົນ, ບໍລິສັດ, ຫ້າງຮ້ານ ແລະ ຜູ້ປະກອບການດ້ານໄອຊີທີ ແລະ ໂທລະຄົມມານາຄົມຫລາຍກວ່າ 50 ຫົວໜ່ວຍ ໄດ້ນໍາເອົາຜະລິດຕະພັນ, ການບໍລິການ ແລະ ນະວັດຕະກໍາທາງດ້ານໄອຊີທີຂອງໂລກ ແລະ ຂອງຕົນມາແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການພັດທະນາ ແລະ ສ້າງຄວາມຮູ້ດ້ານໄອຊີທີແກ່ສັງຄົມ ເປັນຕົ້ນ: ເຄືອຂ່າຍລະບົບ 4ຈີ, ລະບົບອີນເຕີເນັດຄວາມໄວສູງ, ຜະລິດຕະພັນມືຖືສະມາດໂຟນ, ແທບເລັດ, ຄອມພິວເຕີ ແລະ ໂປລແກລມຕ່າງໆ, ຊຶ່ງນັບແຕ່ເລີ່ມເປີດງານແມ່ນມີມວນຊົນເຂົ້າຮ່ວມຊົມຫລາຍພັນຄົນຕໍ່ວັນ.

           ທ່ານລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທັນສະໄໝ ກົມມະສິດ ກ່າວວ່າ: ປັດຈຸບັນ, ສປປ ລາວ ມີເຄືອຂ່າຍໂທລະຄົມມະນາຄົມທຽບເທົ່າສາກົນ ແລະ ສາມາດເຊື່ອມໂຍງກັບສາກົນໄດ້ເປັນຢ່າງດີຄື: ມີສັນຍານຄວບຄຸມກວມພື້ນທີ່ 90% ຂອງປະເທດ, ໃນນີ້ໃຫ້ບໍລິການລະບົບ 3G, 4G ປະມານ 60-70%, ຂະນະທີ່ 95% ຂອງປະຊາກອນລາວແມ່ນມີໂທລະ ສັບມືຖືໃຊ້, ແຕ່ສ່ວນໃຫຍ່ແມ່ນມີໄວ້ໂທຕິດຕໍ່ກັນທຳມະດາ, 25% ແມ່ນໃຊ້ຫລິ້ນອິນເຕີເນັດ ແລະ ໃຊ້ໃນທາງມີປະໂຫຍດແທ້ໆມີປະມານ 10%. ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ, ກະ ຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງໄດ້ຜ່ານກົດໝາຍ ICT ໃນກອງປະຊຸມສະ ພາຜ່ານມາ ແລະ ຜ່ານດຳລັດກ່ຽວກັບສູນຂໍ້ມູນຂ່າວສານ ແລະ ການສຶກສາ, ນອກນີ້, ຍັງໄດ້ສຳເລັດການເອົາລະຫັດສູງສຸດທາງອິນເຕີເນັດດ໋ອດລາ (.la) ທີ່ໄດ້ໃຫ້ບໍລິສັດຕ່າງປະເທດເຊົ່າເພື່ອບໍລິການຢູ່ຕ່າງປະ ເທດເປັນເວລາ 10 ກວ່າປີກັບຄືນມາໄດ້ ແລະ ເອົາເຂົ້າຢູ່ໃນສູນມະຫາວິທະຍາໄລແຫ່ງຊາດ ເປັນທີ່ຮຽບຮ້ອຍແລ້ວໃນໄລຍະ 2-3 ເດືອນຜ່ານມາ.

No comments:

Post a Comment