Ad

Ad

17 April 2014

ປວງຊົນລາວທັງຊາດສະຫລອງບຸນປີໃໝ່ດ້ວຍບັນຍາກາດເບີກບານມ່ວນຊື່ນ



      ນັບແຕ່ວັນທີ 14-16 ເມສາ 2014 ນີ້ເປັນໄລຍະສະເຫລີມສະຫລອງປີໃໝ່ ລາວ ຊຶ່ງເປັນບຸນປະເພນີປະຈຳຊາດຂອງລາວ “ສົ່ງທ້າຍປີເກົ່າປີມະເສັງ ພສ. 2556 ແລະ ຕ້ອນຮັບປີໃໝ່ປີມະເມຍ ພສ. 2557” ປະຊາຊົນລາວໃນທົ່ວປະເທດ ຕ່າງກໍ ໄດ້ຈັດຕັ້ງການສະເຫລີມສະຫລອງດ້ວຍຄວາມ ເບີກບານມ່ວນຊື່ນ ແລະ ເຕັມໄປ ດ້ວຍຄວາມຮັກແພງສາມັກຄີຂອງວົງສາຄະນາ ຍາດແຫ່ງຊາດ.
      ໃນວັນທີ 14 ເມສາ 2014 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 5 ລາວ ເປັນມື້ສັງຂານ ລ່ວງປວງຊົນລາວທັງຊາດໄດ້ເລີ່ມຕົ້ນສະເຫລີມສະຫລອງຢ່າງຄຶກຄື້ນມ່ວນຊື່ນຕາມຮີດຄອງປະເພນີອັນດີງາມຂອງຊາດ ຊຶ່ງ ປະຊາຊົນລາວໃນທົ່ວປະເທດຕ່າງກໍໄດ້ຈັດກິດຈະກຳສຳຄັນຕ່າງໆທາງພຸດທະສາສະໜາເປັນຕົ້ນຢູ່ຕາມວັດວາອາຣາມແຕ່ລະ ແຫ່ງໄດ້ນຳເອົາພະພຸດທະຮູບລົງປະດິດສະຖານໄວ້ທີ່ຫໍສົງເພື່ອເປີດໂອກາດໃຫ້ຊາວພຸດທະສາສະນິກະຊົນບໍລິສັດທັງຫລາຍ ໄດ້ຫົດສົງຕາມຮີດຄອງປະເພນີອັນດີງາມທີ່ມີມາແຕ່ດຶກດຳບັນ.

     ໃນຂະນະດຽວກັນ, ຢູ່ຕາມສຳນັກງານອົງການ, ຄຸ້ມບ້ານຊານເມືອງບໍ່ວ່າຢູ່ນະຄອນຫຼວງວຽງຈັນຫຼືບັນດາແຂວງຕ່າງໆກໍ ໄດ້ຈັດພິທີບາສີສູ່ຂວັນ, ທຳພິທີຕັກບາດ, ຈັດຕັ້ງພິທີອວຍພອນໃຫ້ແກ່ການນຳຂອງຕົນຕະຫລອດ ເຖິງຄາະວະສົມມາຜູ້ຊົງຄຸນ ວຸດທິ, ພໍ່ແມ່ເຖົ້າແກ່ອາວຸໂສເພື່ອສະແດງຄວາມຮູ້ບຸນຄຸນກະຕັນຍູກະຕະເວທີຕໍ່ຜູ້ມີພະຄຸນເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບ ປີໃໝ່ບົນຈິດໃຈແຫ່ງຄວາມສາມັກຄີຮັກແພງເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດຕົນ.
      ສຳລັບການສະເຫລີມສະຫລອງວັນບຸນປະເພນີສຳຄັນຂອງຊາດສະເພາະຢູ່ນະຄອນຫລວງວຽງຈັນໃນຕອນບ່າຍຂອງມື້ ສັງຂານລ່ວງ, ມວນຊົນຊາວນະຄອນຫລວງວຽງຈັນ ໄດ້ຈັດກິດຈະກຳສຳຄັນທາງປະເພນີເປັນຕົ້ນ:ການແຫ່ນາງສັງຂານປະຈຳປີ 2557, ຕາມເສັ້ນທາງເລີ່ມຈາກວັດອິນແປງແຫ່ໄປຕາມຖະໜົນເສດຖາທິລາດໄປຮອດວັດສີເມືອງແລ້ວໂຄ້ງກັບຄືນຕາມ ຖະໜົນສາມແສນໄທຮອດສາມແຍກໄຟອຳນາດສີຫອມລ້ຽວໄປສິ້ນສຸດທີ່ວັດອິນແປງ. ໃນຂະບວນແຫ່ປະກອບ ມີ: ຂະບວນ ຮັບພະພຸດທະຮູບ, ຂະບວນພະສົງ, ຂະບວນການນຳນະຄອນຫຼວງວຽງຈັນ ແລະ ເຖົ້າແກ່ແນວໂຮມຊຶ່ງນຳໂດຍທ່ານ ສົມສະ ຫວາດ ເລັ່ງສະຫວັດ ກຳ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ສຸກັນ ມະຫາລາດເລຂາ ທິການ ສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ຂະບວນແຫ່ຫົວພະຍາກະບິນລະພົມ, ນາງສັງຂານ       ( ນາງທັງ 7 ຊຶ່ງເປັນລູກສາວຂອງພະຍາກະບິນລະພົມ), ຂະບວນດົນຕີມະໂຫລີພື້ນເມືອງລາວ, ຂະບວນແຮ່ຜາສາດ, ອ່າງນ້ຳ ຫົດສົງ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຫລວງຫລາຍ.
      ໃນວັນທີ 15 ເມສາ 2014 ກົງກັບມື້ແຮມ 1 ຄ່ຳເດືອນ 5 ລາວ ເປັນມື້ເນົາ ແລະ ເປັນມື້ທີສອງຂອງການສະເຫລີມສະ ຫລອງກຸດສົງການປີໃໝ່ລາວ, ຊາວນະຄອນຫລວງວຽງຈັນ ກໍຄືຊາວລາວທົ່ວປະເທດໄດ້ພ້ອມກັນສືບຕໍ່ສະຫລອງບຸນກຸດ ສົງການຢ່າງມ່ວນຊື່ນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນຕາມຮີດຄອງປະເພນີທີ່ເຄີຍປະຕິບັດມາແຕ່ບູຮານນະການ.
     ສຳລັບຢູ່ນະຄອນຫລວງວຽງຈັນປະຊາຊົນລາວບັນດາເຜົ່າໄດ້ຫົດສົງພະຢູ່ຕາມວັດຕ່າງໆ ແລະ ຫົດສົງນ້ຳຢ່າງຄຶກຄື້ນມ່ວນ ຊື່ນຕາມເສັ້ນທາງສຳຄັນຕ່າງໆເປັນຕົ້ນຖະໜົນເສດຖາທິລາດ, ເຈົ້າຟ້າງຸ່ມ ແລະ ສະຖານທີ່ອື່ນໆໃນ ນີ້ຖະໜົນເສດຖາທິລາດ ເລີ່ມແຕ່ໄຟແດງວັດອິນແປງຫານ້ຳພຸ (ບ້ານຊຽງຍືນ) ໄດ້ມີການປິດການສັນຈອນເລີ່ມແຕ່ເວລາ 13:00 ໂມງຫາ 17:00 ໂມງ ເພື່ອ ໃຫ້ມວນຊົນຊາວນະຄອນຫລວງວຽງຈັນ ກໍຄືນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຮ່ວມການສະຫລອງ ບຸນປີໃໝ່ລາວດ້ວຍຄວາມມ່ວນຊື່ນ ແລະ ປອດໄພ.
     ໂດຍລວມແລ້ວສະພາບການສະຫລອງປີໃໝ່ລາວຢູ່ນະຄອນ ຫລວງວຽງຈັນສ່ວນໃຫຍ່ແມ່ນຮັກສາໄດ້ຮີດຄອງປະເພ ນີອັນດີງາມຂອງລາວເຮົາ ແລະ ຮັບປະກັນຄວາມສະຫງົບປອດໄພດີ, ບໍ່ມີເຫດຮ້າຍໃດໆເກີດຂຶ້ນ, ສ່ວນ ການປະຕິບັດນ້ຳໃຈ ປະຢັດມັດທະຍັດແມ່ນດຳເນີນໄປດີ, ຢູ່ຕາມສຳນັກງານອົງການຕ່າງໆໂດຍບໍ່ໄດ້ຈັດງານລ້ຽງໃຫຍ່ໂຕໃຊ້ຈ່າຍຟຸມເຟືອຍດັ່ງ ຫລາຍປີຜ່ານມາ, ແຕ່ຄຽງຄູ່ກັນນັ້ນກໍມີບາງສິ່ງທີ່ພວກເຮົາຈະໄດ້ເອົາໃຈໃສ່ຕື່ມໂດຍສະເພາະແມ່ນການນຸ່ງຖືຂອງໄວໜຸ່ມເຂົ້າ ຫົດສົງພະໃນວັດວາອາຮາມຕ່າງໆຍັງບໍ່ສຸພາບ ແລະ ແທດເໝາະກັບວັດທະນະທຳລາວ, ພ້ອມນັ້ນ ກໍແມ່ນການຫົດສົງກັນ ແບບໂລດໂຜນຍັງມີແຜ່ຫລາຍຢູ່ຕາມສາຍທາງໃຫຍ່ຕ່າງໆໃນນະຄອນຫລວງເຊັ່ນ: ເອົານ້ຳໃສ່ຖົງຢາງດຶກແກວ່ງໃສ່ກັນ, ໃຊ້ໂຕ ໂຍ ຫລື ເອົາຖັງນ້ຳໃສ່ລົດເລາະຫົດໄປຕາມຖະໜົນ ຫລື ເອົານ້ຳສີຫົດແມ່ນຍັງເກີດມີໃຫ້ ເຫັນ, ສະພາບກິນດື່ມຟຸມເຟືອຍໃນ ມວນຊົນຍັງມີຢູ່ເຮັດໃຫ້ການປະຕິບັດຄຳສັ່ງແນະນຳຂອງນະຄອນຫລວງຍັງບໍ່ໄດ້ດີພໍ ແລະ ບັນຫາອຸປະຕິເຫດຍັງເກີດຂຶ້ນຫຼາຍ. ສະເພາະວັນທີ 12-15 ເມສາ ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 40 ກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີ ວິດ 4 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນມີຈຳນວນເພີ່ມຂຶ້ນ.
      ການສະຫລອງບຸນປີໃໝ່ລາວທີ່ນະຄອນຫລວງວຽງຈັນ ນັບແຕ່ວັນທີ 12-16 ເມສາ 2014 ໄດ້ມີການເຄື່ອນໄຫວກິດຈະ ກຳຕ່າງໆຢູ່ຫາດດອນຈັນເປັນຕົ້ນ: ການແຂ່ງຂັນກິລາບານເຕະ-ບານສົ່ງຫາດຊາຍ, ແຂ່ງຂັນຈັບປາແບບພື້ນບ້ານ ແລະ ກິລາປະ ເພດອື່ນໆ, ນອກນີ້ ຢູ່ແຄມນ້ຳຂອງເບື້ອງລຸ່ມແມ່ນໄດ້ຈັດໃຫ້ມີງານວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນລາວ, ເຄື່ອງຫັດ ຖະກຳລາວ, ລວມເຖິງເຄື່ອງທີ່ລະນຶກວັດທະນະທຳບັນດາເຜົ່າຕະຫລອດວັນ.

No comments:

Post a Comment