Ad

Ad

17 April 2014

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຮ່ວມກັບຊາວຫລວງພະບາງເປີດງານແຫ່ຫວໍ່ສະຫລອງປີໃໝ່ ພສ 2557



     ໃນວັນທີ 15 ເມສານີ້,ທ່ານ ທອງສິງ ທຳມະວົງ ກຳມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປີດງານແຫ່ຫວໍ່ທີ່ເມືອງ ຫລວງພະບາງສະຫລອງສົງການປີໃໝ່ລາວພ້ອມດ້ວຍການນຳພັກ-ລັດ ແລະ ຊາວຫລວງພະບາງເຂົ້າຮ່ວມຢ່າງຫລວງຫຼາຍ.
      ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີໄດ້ໃຫ້ກຽດລັ່ນຄ້ອງ ເກົ້າບາດ ເພື່ອເປັນສິລິມຸງຄຸນແກ່ງານດັ່ງກ່າວພ້ອມທັງຊົມຂະບວນກ້ອນກຳລັງແຫ່ຫວໍ່ແຕ່ວັດ ທາດນ້ອຍຫາວັດຊຽງທອງມີ 51 ຂະບວນທີ່ໃຊ້ມວນຊົນກວ່າ 5 ພັນຄົນ, ໃນນັ້ນ ມີຂະບວນຫວໍ່ພະສົງສະມາເນນຫລາຍ ກ່າວ 200 ອົງ, ຂະບວນນາງສັງຂານຂີ່ເສືອເປັນພະຫະນະ, ຂະບວນປະຊາຊົນເມືອງຕ່າງໆອ້ອມຂ້າງ, ຂະບວນພະແນກ ການຕ່າງໆ ແລະ ຂະບວນນັກຮຽນ, ນັກສຶກສາ ແລະ ຊາວເມືອງຫຼວງພະບາງເຂົ້າຮ່ວມຫຼາຍໝື່ນຄົນທີ່ສ່ອງແສງໃຫ້ເຫັນວັດ ທະນະທຳອັນດີງາມຂອງຊາວຫຼວງພະບາງທີ່ມີມາແຕ່ດົນນານແລ້ວນັ້ນຍິ່ງໄດ້ຮັບການສົ່ງເສີມ ແລະ ໃນໂອກາດອັນສະຫງ່າ
ລາສີນີ້, ທ່ານ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຍັງໄດ້ຢ້ຽມຢາມທ່ຽວຊົມບ້ານວັດທະນະ ທຳເຜົ່າລື້ທີ່ບ້ານຜານົມ, ຊົມການສະແດງສິລະປະວັນນະຄະດີທີ່ເປັນເອກະລັກຂອງເຜົ່າລື້ ແລະ ຮ່ວມພິທີບາສີສູ່ຂວັນໃຫ້ແກ່ ການນຳຂັ້ນຕ່າງໆ.
      ງານແຫ່ຫວໍ່ເປັນພິທີກຳໜຶ່ງໃນງານບຸນສົງການປີໃໝ່ລາວຢູ່ເມືອງມໍລະດົກໂລກຊຶ່ງເຄີຍຈັດຂຶ້ນຢ່າງຍິ່ງໃຫຍ່ເປັນເວລາຕິດ ຕໍ່ກັນໃນແຕ່ລະປີ 11 ວັນຄືປີນີ້ກໍພໍ ດີວັນທີ 10-20 ເມສາ, ຕາມຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ໄດ້ສືບສານມາແຕ່ ບູຮານນະການ ແລະ ສະເພາະເທສະການປີໃໝ່ປີນີ້ຢູ່ຫຼວງພະບາງຍັງຈັດໃຫ້ມີງານຕະຫຼາດນັດວາງສະແດງສິນຄ້າ, ການແຂ່ງ ຂັນກິລາພື້ນເມືອງ, ການສະແດງສິນລະປະວັນນະຄະດີ, ພິທີຊ້າງຮຽງເກີຍ, ການປະກວດນາງສັງຂານ, ການຕົບພະທາດຊາຍ ທີ່ດອນຊາຍມົງຄົນ, ການຈູດບັ້ງໄຟ, ການບູຊາພະທາດຫຼວງ ແລະ ພິທີບາສີສູ່ຂວັນ, ການແຫ່ພະຍານາກ ແລະ ໂຄມໄຟຈາກ ພະທາດຈອມສີລົງສູ່ນ້ຳພ້ອມດ້ວຍການສະແດງລະຄອນພະລັກພະລາມ, ຟ້ອນຍັກຟ້ອນລີງ ແລະ ຟ້ອນນາງແກ້ວ, ພິທີອັງ ເຊີນພະບາງຈາກຫໍເພື່ອໄປປະດິດສະຖານຢູ່ວັດໃໝ່ສຸວັນນະພູມເພື່ອປະຊາຊົນໄດ້ຫົດສົງ.

No comments:

Post a Comment