Ad

Ad

17 April 2014

ສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມມາຢ້ຽມຢາມ ແລະ ອວຍພອນປີໃໝ່ລາວ ພສ. 2557



     ຕອບສະໜອງຕາມຄຳເຊີນ ຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ, ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະ ນະບໍລິຫານງານພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ໄດ້ ເດີນທາງມາ ຢ້ຽມຢາມອວຍ ພອນປີໃໝ່ບັນດາສະຫາຍ ການນຳ ​ແລະ ປະຊາຊົນລາວ ແຕ່ວັນທີ 12-13 ເມສາ 2014.
     ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ ກອມມູນິດຫວຽດນາມໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນປີໃໝ່ສະຫາຍ ເລຂາທິການໃຫຍ່ ຈູມມາລີ ໄຊ ຍະສອນ ແລະ ພັນ ລະຍາຢູ່ແຂວງ ອັດຕະປື, ຢ້ຽມຢາມ ແລະ ອວຍພອນອະດີດປະທານພັກ, ປະທານປະເທດຄຳໄຕ ສີພັນ ທີ່ແຂວງຈຳປາສັກ, ໄດ້ພົບປະ ແລະ ເຂົ້າຮ່ວມພິທີຕ້ອນຮັບບຸນ ປີໃໝ່ກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງອັດຕະປີ ແລະ ແຂວງຈຳປາສັກ ແລະ ໃນໂອກາດອັນສະຫງ່າລາສີນີ້, ສະຫາຍເລຂາທິການໃຫຍ່ ຫງວນ ຟູ ຈ້ອງ ໄດ້ ກ່າວສະແດງ
ຄວາມພາກພູມໃຈເປັນຢ່າງດີທີ່ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມສະຫລອງບຸນປີໃໝ່ກັບການນຳຂັ້ນສູງພັກ-ລັດຖະບານພ້ອມ ອຳນາດການປົກຄອງ ແລະ ປະຊາຊົນລາວແຂວງຈຳປາສັກ ແລະ ອັດຕະປືທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ສະ ໜິດສະໜົມພ້ອມໄດ້ກ່າວຄຳອວຍພອນປີໃໝ່ຢ່າງມີຄວາມໝາຍໄປຍັງສະຫາຍການນຳພັກ-ລັດ ແລະ ປະຊາຊົນລາວທຸກ ຖ້ວນໜ້າ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ແລະ ສຳຄັນທີ່ພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ໃນປີເກົ່າຜ່ານມາ, ພ້ອມສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະ ຊາ ຊົນລາວອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ, ປະຕິບັດສຳເລັດບັນດາເປົ້າໝາຍທີ່ກອງປະຊຸມຄັ້ງທີ IX ຂອງພັກວາງອອກ, ສ້າງປະເທດລາວສັນຕິພາບເອກະລາດປະຊາທິ ປະໄຕເອກະພາບ ແລະ ວັດທະນາຖາວອນ ແລະ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງໄດ້ສະແດງຄວາມພາກພູມ ໃຈຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວກ້າວເຂົ້າສູ່ລວງເລີກ, ແທດເໝາະກັບຕົວ ຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການປ່ຽນແປງໃໝ່, ປົກປັກຮັກ ສາ ແລະ ສ້າງສາຢູ່ແຕ່ລະປະເທດໃຫ້ຈະເລີນຮຸ່ງເຮືອງ.
      ໃນໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ຢ້ຽມຢາມພື້ນຖານເສດຖະກິດ, ວັດທະນະທຳ ຈຳນວນໜຶ່ງຂອງແຂວງອັດຕະປື ແລະ ແຂວງຈຳປາສັກ.

No comments:

Post a Comment