Ad

Ad

17 April 2014

ລາວ​ກະກຽມສ້າງ​ເຂື່ອນ​ໄຟຟ້າ​ອີກຫລາຍແຫ່ງ



      ປັດຈຸບັນ, ສປປ ລາວ ມີ ໂຄງການໄຟຟ້າທີ່ກຳລັງກໍ່ສ້າງ ແລະ ກະກຽມການກໍ່ສ້າງທັງໝົດ 39 ແຫ່ງ, ​ໃນ​ນັ້ນຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ສົກປີ 2015-2016 ປະ ມານ 20 ແຫ່ງ ຊຶ່ງຈະມີກຳລັງ ຕິດຕັ້ງເກືອບ 4.000 ເມກາວັດ ບວກໃສ່ທີ່ມີຢູ່ແລ້ວ 3.000 ກວ່າ ເມກາວັດລວມເປັນ 7.000 ກວ່າ ເມກາວັດ. ຕົວເລກຫລ່າສຸດຊີ້ໃຫ້ ເຫັນວ່າ 70% ຂອງຈຳນວນ 8.615 ບ້ານໃນທົ່ວປະເທດ, ໄດ້ ຊົມໃຊ້ໄຟຟ້າ ຫລື ເທົ່າກັບ 87% ຂອງຄອບຄົວທັງໝົດ, ລື່ນແຜນ ການຂອງລັດຖະບານກຳນົດ ຮອດປີ 2015 ໃຫ້ໄດ້ 80% ແລະ ຮອດປີ 2020 ໃຫ້ໄດ້ 90% ຂອງ ຈຳນວນຄອບຄົວທັງໝົດ.
       ທ່ານ ​ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ພະລັງງານ​ ​ແລະ ບໍ່​ແຮ່ໃຫ້ ຮູ້​ວ່າ:​ ຕາມແຜນການ​ຮອດ​ປີ 2020 ລັດຖະບານກໍຄືໄຟຟ້າ ລາວ, ໄດ້ມີການລົງທຶນຢ່າງ ຫລວງຫລາຍເພື່ອການພັດທະນາພະລັງງານໄຟຟ້າ, ເມື່ອຫລາຍ ໂຄງການໄດ້ສຳເລັດລົງສົມບູນການລົງທຶນໃສ່ການພັດທະນາ ຂະແໜງໄຟຟ້າກໍຈະໜ້ອຍລົງແຕ່ການສົ່ງອອກກະແສໄຟຟ້າ ຫຼາຍ ຂຶ້ນອາດກາຍເປັນໝໍ້ໄຟອາຊຽນຕາມເປົ້າໝາຍ, ປະເທດຊາດກໍ ຈະມີລາຍຮັບມະຫາສານອັນຈະເຮັດໃຫ້ຄ່າໃຊ້ຈ່າຍຄ່າໄຟຟ້າ ຂອງປະຊາຊົນລາວໝັ້ນຄົງ ແລະ ຫລຸດໜ້ອຍລົງເທື່ອລະກ້າວ. ຢ່າງໃດກໍຕາມ, ທ່ານຍອມຮັບ ວ່າການດຳເນີນໂຄງການຕ່າງໆ ແມ່ນຫລີກລ້ຽງບໍ່ໄດ້ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງ ຄົມ, ແຕ່ພັກ-ລັດກໍ, ໄດ້ມີການປຶກ ສາຄົ້ນຄ້ວາຢ່າງລະອຽດ ແລະ ປະຕິບັດໂຄງການໃຫ້ມີຜົນກະ ທົບໜ້ອຍທີ່ສຸດແຕ່ໃຫ້ມີຜົນໄດ້ຮັບຫລາຍທີ່ສຸດເພື່ອອະນາຄົດຂອງລູກຫລານຜູ້ສືບ
ທອດ. ໃນໄລຍະຜ່ານມາ, ປະຊາຊົນບັນດາເຜົ່າກໍໄດ້ມີຄວາມເສຍສະຫລະເພື່ອປະກອບສ່ວນໃນການພັດທະນາໄຟຟ້າກໍຄື ການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ເຮັດໃຫ້ເຂົາເຈົ້າ ໄດ້ຮັບການຍົກລະດັບຊີວິດການ ເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ສ່ວນ ບນຫາທີ່ສັງຄົມ​ມີຄວາມ​ສົນ​ໃຈ ແລະ ສ່ອງ​ແສງ​ຜ່ານ​ໂທລະສັບ​ສາຍ​ດ່ວນຂອງສະພາ​ແຫ່ງ​ຊາດໂດຍສະເພາະການຍົກຍ້າຍ ປະຊາຊົນເມືອງຊຽງເງິນແຂວງ​ຫລວງ​ພະບາງທີ່ໄດ້ຮັບຜົນກະທົບຈາກ ເຂື່ອນໄຟຟ້ານ້ຳຄານ 2 ແລະ 3 ຊຶ່ງ​ມີຈຳນວນ 600 ກວ່າຄອບຄົວ ໄປຕັ້ງຖິ່ນຖານໃໝ່ນັ້ນ, ທ່ານ ​ຄຳ​ມະນີ ອິນ​ທິລາດ ໄດ້ລະບຸ​ວ່າ: ລັດ ຖະບານໄດ້ແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບເພື່ອດຳເນີນການຕາມຄວາມເໝາະສົມແລ້ວ, ເປັນມາດຕະຖານດຽວກັບຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ ອື່ນໆຊຶ່ງທາງໂຄງການກໍໄດ້ມີ ການຈັດສັນທີ່ຢູ່ອາໄສ, ສ້າງຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ, ໂຮງຮຽນ ແລະ ສຸກສາລາ, ຕະຫລອດເຖິງການກະກຽມສົ່ງເສີມການຜະລິດກະສິກຳປູກຝັງ-ລ້ຽງສັດ ແລະ ອື່ນໆ ເພື່ອ​ເຮັດ​ໃຫ້ປະຊາຊົນມີຊີວິດການເປັນ ຢູ່ດີຂຶ້ນ. ພ້ອມນີ້ທາງໂຄງການກໍໄດ້ມີ ການຊົດເຊີຍຢ່າງເໝາະສົມໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບເປັນຕົ້ນແມ່ນໄມ້ປູກປະ ເພດໄມ້ສັກ, ຢາງພາລາ, ໄມ້ເກດສະໜາ, ລວມທັງເນື້ອທີ່ການຜະ ລິດ ແລະ ອື່ນໆ, ເຊິ່ງເມື່ອທຽບໃສ່ຜູ້ທີ່ໄດ້ຮັບຜົນກະທົບໃນ ໂຄງການຂະໜາດໃຫຍ່ກໍຄືເຂື່ອນໄຟຟ້ານ້ຳ ເທີນ 2 ເມືອງນາກາຍ ແຂວງຄຳມ່ວນທີ່ໄດ້ຮັບການຍົກຍ້າຍຈັດສັນທີ່ຢູ່ອາໄສໃໝ່ ໃຫ້ແກ່ປະຊາຊົນຈຳນວນ 10 ກວ່າບ້ານເມື່ອຫລາຍປີຜ່ານມາ, ປັດຈຸບັນເມືອງນາກາຍໄດ້ພົ້ນທຸກເປັນເມືອງທ່ອງທ່ຽວ ປະຊາ ຊົນມີລາຍຮັບທີ່ດີຂຶ້ນ. ປັດຈຸ​ບັນເຂື່ອນນ້ຳຄານ 2 ແລະ 3 ຢູ່ໃນໄລ ຍະການກໍ່ສ້າງຄາດວ່າຈະໃຫ້ສຳເລັດໃນປີ 2015.

No comments:

Post a Comment