Ad

Ad

17 April 2014

ເກີດເຫດຄູ່ບ່າວສາວຍິງກັນເສຍຊີວິດ



     ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 14 ເມສານີ້ ຊຶ່ງເປັນມື້ເລີ່ມຕົ້ນຂອງການສະຫຼອງປີໃໝ່ ພສ 2557 ໄດ້ເກີດເຫດໄວຫນຸ່ມ ຄູ່ບ່າວສາວຍິງກັນເສຍຊີວິດ, ຢູ່ເຂດບ້ານດົງນາໂຊກໃຕ,້ ເມືອງສີໂຄດຕະບອງນະຄອນ ຫຼວງວຽງຈັນ.
    ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ໄດ້ຮູ້ວ່າ: ຜູ້ເສຍຊີ ວິດແມ່ນ ທ້າວ ສະຫວັດໄຊ ຫຼື ບີ້ ອາຍຸ 21 ປີ ນັກສຶກ ສາ, ຢູ່ບ້ານສະຫວ່າງ ເມືອງສີໂຄດຕະບອງ ແລະ ນາງ ສຸດທິດາ ອາຍຸ 20 ປີ ຢູ່ບ້ານປາກທ້າງ ເມືອງສີ​ໂຄດ​ຕະບອງ ນະຄອນ ຫຼວງວຽງຈັນ ຊຶ່ງທັງສອງເປັນຄູ່ບ່າວສາວຮັກແພງກັນມາກວ່າ 3 ປີແລ້ວ, ຊຶ່ງກ່ອນເວລາເກີດເຫດແມ່ນທັງສອງມາເຝົ້າເຮືອນ ໃຫ້ເອື້ອຍຢູ່ທີ່ບ້ານດົງນາໂຊກໃຕ້, ຈາກນັ້ນໃນວັນທີ 15 ເມສາ ເວລາປະມານ 20 ໂມງ ເອື້ອຍຂອງທ້າວ ສະຫວັດໄຊ ໄດ້ກັບ ມາພົບເຫັນທັງສອງນອນເສຍຊີວິດຢູ່ເທີງຕຽງນອນຈາກການຖືກຍິງໃສ່ຫົວ ພ້ອມປືນສັ້ນ 1 ກະບອກ.
   ເຈົ້າໜ້າທທີ່ໃຫ້ທັດສະນະວ່າ: ສາເຫດຂອງການຍິງກັນດັ່ງກ່າວອາດແມ່ນການຫຶງຫວງເລື່ອງບ່າວສາວ ເນື່ອງຈາກກວດກາ ສະຖານທີ່ເກີດເຫດບໍ່ພົບຮ່ອງຮອຍການທຳຮ້າຍຫ່າງກາຍ ຫຼື ການງັດແງະຕ່າງໆຄາດວ່າອາດແມ່ນຍ້ອນຜິດຖຽງກັນເລື່ອງບ່າວ ສາວ.

No comments:

Post a Comment