Ad

Ad

17 April 2014

ພຽງ 5 ວັນ ໄລຍະບຸນປີໃໝ່ຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນກວ່າ 40 ກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ



       ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພຽງ 5 ວັນ ( ວັນທີ 12-15 ເມສານີ້ ) ຂອງ ການສະຫຼອງບຸນປີໃໝ່ລາວນີ້ ສະເພາະຢູ່ນະ ຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 40 ກວ່າກໍລະນີ ສົ່ງ ຜົນເຮັດໃຫ້ມີຜູ້ ເສຍຊີວິດ 4 ຄົນ, ສາເຫດສ່ວນໃຫຍ່ແມ່ນຍ້ອນດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ ແລະ ລົດທີ່ເກີດອຸປະຕິເຫດຫຼາຍກວ່າໝູ່ແມ່ນ ລົດຈັກ, ຂະນະທີ່ເສັ້ນທາງທີ່ມັກເກີດອຸປະ ຕິເຫດແມ່ນເສັ້ນທາງ 13 ໃຕ້ ແລະ ທາງຕັດ ໃໝ່ໜອງໜ່ຽງ, ທຽບໃສ່ໄລຍະຂອງ ປີຜ່ານມາເຫັນວ່າມີຈຳນວນເພີ່ມຂຶ້ນ.
       ເຈົ້າໜ້າທີ່ຕຳຫຼວດຈະລາ ຈອນກ່າວວ່າ: ສະພາບອຸປະຕິເຫດໃນໄລຍະສະຫຼອງເຖິງວ່າທາງເຈົ້າໜ້າທີ່ໄດ້ເພີ່ມທະວີສະ ກັດກັ້ນ ແລະ ເອົາໃຈໃສ່ຄວບຄຸມການຈະລາຈອນຢ່າງເຂັ້ມງວດແຕ່ກໍຍັງເຮັດໃຫ້ສະພາບອຸປະຕິເຫດຍັງເກີດຂຶ້ນຫຼາຍ, ຍ້ອນ ສະຕິການເຄົາລົບລະບຽບກົດໝາຍຂະລາຈອນຂອງຜູ້ຂັບຂີ່ຈຳນວນໜຶ່ງຍັງຕ່ຳ, ຊຶ່ງກ່ອນໜ້ານີ້ຫຼາຍພາກສ່ວນໃນສັງຄົມກໍໄດ້
ປຸກລະດົມ ແລະ ຈັດກິດຈະກຳໂຄສະນາຫຼຸດຜ່ອນອຸປະຕິເຫດຄື: ບໍລິສັດລາວເອເຊຍປາຊີຟີກ, ບໍລິສັດລາວໂທລະຄົມ ແລະ ບໍລິ ສັດເບຍລາວກໍໄດ້ຈັດກິດຈະກຳຮ່ວມກັບທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນເຮັດການໂຄສະນາຂັບຂີ່ປອດໄພ ແລະ ຫຼຸດຜ່ອນການດື່ມສິ່ງມຶນເມົາແຕ່ກໍຍັງບໍ່ສາມາດເຮັດໃຫ້ການເກີດອຸປະຕິເຫດຫຼຸດລົງຊຶ່ງສ່ວນໃຫຍ່ຜູ້ຂັບຂີ່ຍັງຝ່າຝືນລະບຽບຈະລາຈອນ ຂາດສະຕິໃນການຂັບຂີ່ຍ້ອນດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ ແລະ ອື່ນໆ ເຮັດໃຫ້ອຸປະຕິເຫດໃນໄລຍະບຸນປີໃໝ່ລາວນີ້ເພີ່ມຂຶ້ນ.

No comments:

Post a Comment