Ad

Ad

17 April 2014

ເປີດໂຕໂທລະສັບມືຖື Samsung Galaxy S5



     ວັນທີ 10 ເມສານີ້, ບໍລິສັດ ໄທ ຊຳຊຸງ ເອເລັກໂຕຣນິກ ຈຳກັດ ໄດ້ເປີດໂຕໂທ ລະສັບມືຖື ຊຳຊຸງ ກາແລັກຊີ ເອັສ 5 (Samsung Galaxy S5), ຊຳຊຸງເກຍ 2 (Samsung Gear 2) ແລະ ຊຳຊຸງ ເກຍຟິດ (Samsung Gear fit) ຂຶ້ນ ທີ່ຮ້ານອາຫານມິກ (ນ້ຳພຸ) ນະຄອນຫລວງວຽງຈັນ ໂດຍການ ເຂົ້າຮ່ວມຂອງທ່ານ ກີຣານ ລີ ຜູ້ອຳນວຍການຝ່າຍບໍລິຫານ ປະຈຳລາວ ແລະ ກຳປູເຈຍ, ບໍລິສັດ ຊຳຊຸງ ເອເລັກໂຕຣນິກ ຈຳກັດ, ທ່ານ ປະພາດ ຣັດຈະນະພາດ ຜູ້ຈັດການປະຈຳປະເທດ ລາວ ບໍລິ ສັດ ໄທຊຳຊຸງ ເອເລັກໂຕຣນິກ ຈຳກັດ ພ້ອມດ້ວຍພະນັກງານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ເປັນຈຳນວນຫລາຍ.
     ໂທລະສັບມືຖື Samsung Galaxy S5 ແລະ Samsung Galaxy Gear ເປັນໂທລະສັບມືຖືສະມາດໂຟນຮຸ້ນ ໃໝ່ຫລ້າສຸດທີ່ໃຊ້ເຕັກໂນໂລຊີຂັ້ນສູງ ເປັນຕົ້ນມີ ລະບົບສະແກນລາຍນິ້ວມືເພີ່ມ ຄວາມປອດໄພໃນການເປີດໃຊ້ງານ ແລະ ຈັດເກັບຂໍ້ມູນໃນໂທ ລະສັບ (Finger Scanner), ມີກ້ອງ ຖ່າຍຮູບທີ່ໄວທີ່ສຸດໃນໂລກພຽງ 0,3 ວິນາທີ (Fast Auto
Focus), ມີເຊັນເຊີ້ກວດຈັງຫວະການເຕັ້ນ ຂອງຫົວໃຈ ເພື່ອການອອກກຳ ລັງກາຍ ແລະ ເບິ່ງແຍງສຸຂະ ພາບທີ່ດີຫລາຍຂຶ້ນ (Heart Rate Sensor), ເພີ່ມຄວາມໄວໃນການ ດາວໂຫລດຂໍ້ມູນຕ່າງໆໃຫ້ໄວຂຶ້ນ ເປັນສອງເທົ່າ ໂດຍການລວມ ເອົາ 2 ເຕັກໂນໂລຊີ 4G LTE ແລະ Wifi (Download Booster) ແລະ ຍັງປ້ອງກັນນ້ຳ, ຝຸ່ນເຂົ້າໂທ ລະສັບດ້ວຍມາດຕະຖານ IP67 (Dust & Water Resistant). ສຳ ລັບ Samsung Gear 2 ຮຸ້ນໃໝ່ ຫລ້າສຸດ ອອກແບບມາເປັນໂມງ ໃສ່ ແຂນສາມາດຮັບໂທລະສັບ, ຖ່າຍຮູບ, ຟັງເພງ, ກວດຈັງຫວະ ການເຕັ້ນຂອງຫົວໃຈໄດ້ຢ່າງສະ ດວກສະບາຍ ພ້ອມຈໍແບບສຳ ຜັດດ້ວຍຄວາມລະອຽດສູງ ແລະ Samsung Gear Fit ກໍແມ່ນໂມງ ໃສ່ແຂນອີກຮຸ້ນໜຶ່ງທີ່ສາມາດ ກວດການໂທ ແລະ ສົ່ງຂໍ້ຄວາມ ເຂົ້າໄດ້ ແລະ ຍັງສາມາດກວດ ຈັງຫວະການເຕັ້ນຂອງຫົວໃຈ, ບອກໄລຍະຍ່າງ ແລະ ໄຂມັນທີ່ ເຜົາຜ່ານໄດ້ ເມື່ອໃສ່ໂມງໜ່ວຍນີ້ ຕອນຫລິ້ນກິລາ.
     ບໍລິສັດ Samsung Elecrronics ຈຳກັດ ເປັນຜູ້ນຳໃນດ້ານເຕັກໂນ ໂລຊີຂອງໂລກ ເຊິ່ງໄດ້ຄິດຄົ້ນນະ ວັດຕະກຳໃໝ່ໆ ແລະ ພັດທະນາ ຜະລິດຕະພັນໃໝ່ໆຢູ່ສະເໝີ ເປັນ ຕົ້ນໂທລະພາບ, ໂທລະສັບມືຖື Smart Phone, Computers, Printers, ກ້ອງຖ່າຍຮູບ, ເຄື່ອງ ໃຊ້ໄຟຟ້າພາຍໃນເຮືອນ, ລະບົບ LTE, ອຸປະກອນທາງການແພດ, Semiconductors ແລະ ລະບົບ LED.

No comments:

Post a Comment