Ad

Ad

17 April 2014

ຢ່າໃຫ້ເປັນນົກລື້ງຜຽກ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ບຸນປີໃໝ່ລາວປະຈຳປີນີ້ ພວກເຮົາສະຫລອງກັນດ້ວຍຈິດໃຈປະຢັດ-ຮັດສາຍ ແອວ, ມ່ວນຊື່ນກັນໃຫ້ພໍດ້າມພໍດີ ບໍ່ຟູມ ເຟືອຍນີ້ຄືຂໍ້ສະຫລຸບສັ້ນໆຈາກແຈ້ງການ ຂອງຫ້ອງວ່າການລັດຖະບານ ເພື່ອເຕືອນໃຫ້ທຸກໆຄົນມີສະ ຕິໄວ້ແຕ່ຫົວທີ. ເນື້ອໃນແຈ້ງການນັ້ນຍາວຂາສອກ, ແຕ່ຫລາຍຄົນສົນໃຈເປັນພິເສດບ່ອນທີ່ຫ້າມບໍ່ ໃຫ້ຈັດງານລ້ຽງສະຫລອງກັນ ຢ່າງເປັນ ທາງການຕາມທີ່ເຄີຍ ເຮັດເປັນປະເພນີຕາມສຳ ນັກງານ ອົງການຕ່າງໆຂອງລັດ. ຖ້າເວົ້າ ໃຫ້ເຂັ້ນໆເຂົ້າຕື່ມ ກໍແມ່ນວ່າຫ້າມ ໃຊ້ງົບປະ ມານທີ່ໄດ້ມາຈາກພາສີ ຂອງປະຊາຊົນເຂົ້າໃນການຫລິ້ນ ກິນປີໃໝ່. ຂໍ້ຕໍ່ໄປທີ່ຫລາຍຄົນສົນໃຈແຮງກໍແມ່ນຂໍ້ຫ້າມ ໃຊ້ລົດລັດ ເຂົ້າໃນການຫລິ້ນທ່ຽວບຸນປີໃໝ່ ລາວ ເນື່ອງຈາກບໍ່ມີການຂະ ຫຍາຍຄວາມລະອຽດໃນຂໍ້ນີ້, ຫລາຍຄົນຈຶ່ງວາດ ພາບເອົາເອງວ່າ: ເປັນການຫ້າມສະເພາະການ ໃຊ້ລົດລັດທ່ຽວຫົດນ້ຳກັນ ຕາມທາງຖະໜົນ ຫລື ບັນທຸກພວກນັກ ຫລິ້ນທີ່ ຟ້ອນລຳລະບຳເພງຢູ່ເທິງ ລົດພາຍໃຕ້ອິດທິພົນຂອງນ້ຳຕາ ຜີເຜດ ເພາະການ ເຮັດແບບນັ້ນ ມັນສ່ຽງເກີດອຸປະຕິເຫດ ອັນຈະ ພາໃຫ້ເສຍຫາຍທັງຊີວິດ, ຊັບສິນ ທີ່ເປັນຂອງລັດ (ໝາຍເຖິງຍານ ພາຫະ
ນະ). ຈານແຍ່ຕິດໃຈແຮງກໍ ແມ່ນຂໍ້ແນະນຳບໍ່ໃຫ້ໃຊ້ ດອກໄມ້ ຢ່າງຟູມເຟືອຍ ເພາະດອກໄມ້ ສ່ວນຫລາຍກໍຍັງແມ່ນສິນຄ້ານຳ ເຂົ້າ. ປີນີ້ທາງການບອກວ່າໃຫ້ ນຳໃຊ້ດອກໄມ້ສຳລັບ ອວຍພອນ ຫລື ບູຊາທີ່ເດັດມາຈາກສວນປູກ ເອງ ຫລື ດອກໄມ້ຈາກຜົນ ຜະລິດຂອງຄົນລາວເຮົາເອງ.
     ແຈ້ງການກ່ຽວກັບການປະຢັດ-ຮັດສາຍແອວໃນການສະ ຫລອງປີໃໝ່ລາວປີນີ້, ຈານແຍ່ຖືວ່າເປັນບາດລ້ຽວສຳຄັນທີ່ໜ້າ ຍົກຍ້ອງເພາະມັນມີຂຶ້ນໃນເວລາ ສະພາບ “ເຂົ້າຍາກ ໝາກແພງ” ຍ້ອນລາຍຮັບຂອງລັດຕົກຕ່ຳ, ບໍ່ ນັບຜົນກະທົບຈາກກະແສ ວິກິດການເງິນຂອງພາກພື້ນ ແລະ ສາ ກົນທີ່ຍັງບໍ່ທັນ “ຕົກເກັດ” ເທື່ອ. ອີກປະການໜຶ່ງ, ການປະຢັດ-ຮັດ ສາຍແອວນີ້ກໍຍັງ ແມ່ນທ່າອ່ຽງ ລວມ, ເມື່ອປະເທດອື່ນເຮັດ, ພວກ ເຮົາພັດຊິຍັງຈ່າຍຊະໆຢູ່ ແລ້ວໝູ່ ຊິເບິ່ງພວກເຮົາແນວໃດ. ດີບໍ່ດີ ອາດມີຜູ້ ເວົ້າໃສ່ວ່າ: “ທຸກປານ ຫົວເຮືອດ ຍັງກະເສີນ” ແຕ່ຄຽງ ຄູ່ກັບຄຳຊື່ນຊົມຕໍ່ແຈ້ງການສະ ບັບດັ່ງກ່າວ, ຫລາຍຄົນຍັງເຫັນ ວ່າ: ຄວນເອົາຈິງເອົາຈັງຕື່ມ ເພື່ອເຮັດໃຫ້ເນື້ອໃນຂອງແຈ້ງ ການສະບັບນີ້ສັກສິດ, ເປັນຕົວ ຢ່າງເພື່ອຊຸດຕໍ່ໆໄປ. ທີ່ເວົ້າແນວ ນີ້ກໍ ເພາະເຄີຍເຫັນຄຳສັ່ງແຈ້ງ ການ ຫລື ຂໍ້ແນະນຳຈາກຂັ້ນເທິງ ຫລາຍສະບັບໃນເມື່ອກ່ອນບໍ່ໄດ້ ຮັບການປະຕິບັດເທົ່າທີ່ຄວນ ແລະ ບໍ່ໄດ້ມີບົດສະຫລຸບ ເພື່ອ ຖອດເປັນບົດຮຽນ, ເອີ້ນວ່າເຮັດ ແລ້ວກໍແລ້ວໄປພໍເປັນຮີດ. ເທື່ອນີ້ ຈານແຍ່ຢາກໃຫ້ສະຫລຸບ ຄັກແນ່ ວ່າ: ພວກເຮົາປະຢັດເງິນໄດ້ເທົ່າ ໃດຈາກການບໍ່ຈັດງານລ້ຽງສະ ຫລອງປີໃໝ່ປີນີ້ ?, ພວກເຮົາໄດ້ ຫລຸດຜ່ອນການ ເສຍຫາຍຕໍ່ພາຫະນະຂອງລັດຫລາຍປານໃດຈາກ ການຫ້າມບໍ່ໃຫ້ໃຊ້ລົດລັດຫລິ້ນ ບຸນປີໃໝ່ ?. ນອກນັ້ນ ນ້ຳປະປາ ເດ ປະ ຢັດໄດ້ຈັກແມັດກ້ອນ ຍ້ອນ ການປະຢັດນ້ຳ, ລາມໄປຮອດ ການນຳໃຊ້ດອກໄມ້ວ່າຍອດຂາຍ ດອກໄມ້ຈາກສວນຄົນລາວເຮົາ ເອງເພີ່ມຂຶ້ນເທົ່າໃດ ? ແລະ ເງິນ ທີ່ປະເທດຊາດປະຢັດໄດ້ຈາກ ການງົດນຳເຂົ້າດອກໄມ້ນັ້ນມີ ຫລາຍປານໃດ ?, ຈານແຍ່ວ່າ ທັງ ໝົດຕ້ອງມີໂຕເລກໂຕຜາຄັກແນ່, ຢ່າເວົ້າລ້າ. ຈາກຮູບການ “ແຈ້ງ ການ” ປະຈຳປີນີ້, ປີໜ້າອາດ ກາຍເປັນຄຳສັ່ງ, ປີຮື ອາດເປັນກົດລະບຽບ, ຕໍ່ໄປພາຍໜ້າກໍອາດ ເປັນໄດ້ຮອດກົດໝາຍ. ຢູ່ ສປ ຈີນ ໃນໄລຍະປີໃໝ່ຈີນປີນີ້, ທາງການ ໄດ້ສັ່ງງົດ ປະເພນີກະຕ່າຂອງ ຕ້ອນ ແລະ ໃນກອງປະຊຸມສະພາ ປະຊາຊົນແຫ່ງຊາດທີ່ຫາກໍສຳ ເລັດລົງຫວ່າງບໍ່ເຫິງມານີ້ ກໍຫ້າມ ບໍ່ໃຫ້ມີງານລ້ຽງຊົມເຊີຍຜົນສຳ ເລັດ, ບໍ່ມີໝາກໄມ້, ຊາ, ກາເຟ, ເຂົ້າໜົມເປັນອາຫານຫວ່າງສຳ ລັບຜູ້ແທນ. ຜູ້ແທນແຕ່ ລະຄົນມີ ສິດດື່ມໄດ້ແຕ່ນ້ຳບໍລິສຸດຕຸກດຽວ, ຖ້າຢາກໄດ້ຕຸກທີສອງກໍຕ້ອງດື່ມ ໃຫ້ໝົດຕຸກທີໜຶ່ງກ່ອນ. ຈານແຍ່ ວ່າມາດຕະ ການໃດກໍດີ, ຖ້າບໍ່ມີ ການສະຫລຸບຄັກແນ່ ຜົນຮັບມັນ ກໍຈະໄດ້ໜ້ອຍ ແລະ ບໍ່ມີລັກສະນະ ຕໍ່ເນື່ອງ ແລ້ວກໍຈະກາຍເປັນ “ນົກ ລື້ງຜຽກ - ເຂົ້າປຽກຕິດໝໍ້” ເທົ່າ ນັ້ນລະ.

No comments:

Post a Comment