Ad

Ad

11 April 2014

ປີ​ໃໝ່​ລັດຖະມົນຕີ ຖວທ ​ເນັ້ນ​ໃຫ້​ເອົາ​ໃຈ​ໃສ່​ອະນຸລັກ​ຮັກສາ​ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ



     ​ໃນ​ໂອກາດສະ​ເຫລີ​ມສະ ຫລອງ​ສົງການ​ປີ​ໃໝ່​ລາວ ພສ 2557 ທີ່​ຈະ​ມາ​ເຖິງ​ນີ້, ລັດຖະ ມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ​ໄດ້​ອອກ​ແຈ້ງ​ການ​ແນະນຳ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ສະຫລອງ​ປີ​ໃໝ່​ໃຫ້​ມີ​ເນື້ອ​ໃນ​ຖືກຕ້ອງສອດຄ່ອງ​ຕາມ​ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ສົ່ງ​ເສີມ​ຮີດຄອງ​ປະ​ເພນີ​ດັ່ງກ່າວ​ໃຫ້​ຢູ່​ຄູ່​ລາວ​ຕະຫລອດ​ໄປ.
     ຄຳ​ແນະນຳ​ດັ່ງກ່າວ ລະບຸ​ວ່າ: ຈັດຕັ້ງການສະ​ເຫລີ​ມສະຫລອງ​ໃຫ້​ພໍດີ​ພໍງາມ, ຫລີກ​ເວັ້ນຈັດ​ພິທີ​ແບບ​ໃຫຍ່​ໂຕ, ຟູມ​ເຟືອຍ​ດ້ານ​ຊັບ​ສິນ, ການ​ເສບ​ງັນ​ມ່ວນ​ຊື່ນ, ຟ້ອນ-ລຳ, ຊື້-ຂາຍ​ເຄື່ອງ​ດື່ມ​ມືນ​ເມົາ​ບໍ່​ໃຫ້​ຈັດ​ຂຶ້ນ​ໃນ​ວັດວາອາ​ຮາມ, ສະຖານ​ທີ່​ສັກກາລະ​ບູຊາ; ການຫລິ້ນ, ກິນ, ການ​ດື່ມ ​ແລະ ມ່ວນ​ຊື່ນ​ໃຫ້​ຢູ່​ໃນ​ຂອບ​ເຂດ, ຕາມ​ລະບຽບ​ການ​ຕ່າງໆ​ຂອງ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ກຳນົດ​ໄວ້; ການ​ຫົດ ສົງ​ພະພຸດທະ​ຮູບ, ການ​ຫົດສົງ​ພໍ່, ​ແມ່, ​ເຖົ້າ​ແກ່, ຜູ້​ອາວຸ​ໂສ ​ແລະ ໝູ່​ເພື່ອນ​ກໍ​ຕ້ອງ​ຫົດສົງ​ດ້ວຍ​ນ້ຳອົບ​ນ້ຳຫອມ, ນ້ຳສະອາດ ​ແລະ ຫົດ ສົງ​ດ້ວຍ​
ທ່າ​ທີ​ອ່ອນ​ນ້ອມ, ມີ​ມາ ລະຍາດ​ດີ; ການ​ຫລິ້ນນ້ຳຢູ່​ສະ ຖານ​ທີ່​ຕ່າງໆ​ໃຫ້​ໃຊ້​ນ້ຳສະອາດ, ບໍ່​ເປິະ​ເປື້ອນ, ນ້ຳທີ່​ບໍ່​ປະສົມ​ສີ, ບໍ່​ແຊ່​ສິ່ງ​ຄັນ​ຄາຍ, ສິ່ງ​ໂສ​ໂຄກ​ຕ່າງໆ ອັນ​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຕໍ່​ຊີວິດ, ຮ່າງກາຍ​ຂອງ​ບຸກຄົນ​ອື່ນ; ບໍ່​ໃຫ້​ໃຊ້​ຖົງ​ຢາງ​ທີ່​ບັນຈຸ​ນ້ຳ, ນ້ຳສີ, ນ້ຳຄັນ​ຄາຍ, ນ້ຳກ້ອນ​ແກວ່​ງ​ໃສ່​ຄົນ​ເດີນທາງ, ບໍ່​ໃຫ້​ຫລິ້ນນ້ຳ, ຫົດ​ນ້ຳ, ​ເສບ​ງັນ​ມ່ວນ​ຊື່ນ ​ແລະ ສະ​ແດງ​ທ່າ​ທີ​ແບບ​ລາ ມົກ​ອານາ​ຈານ​ຢູ່​ແຄມ​ທາງ ອັນ​ເປັນ​ການ​ເສຍ​ພາບ​ພົດ, ​ເສຍ​ວັດ ທະນະທຳ​ອັນ​ດີງາມ​ຂອງ​ຊາດ ທັງ​ກີດ​ກັ້ນການ​ສັນຈອນ​ໄປ-ມາ ແລະ ສ່ຽງ​ຕໍ່​ການ​ເກີດ​ອຸປະຕິ​ເຫດ; ບໍ່​ໃຫ້​ໃຊ້​ທໍ່​ນ້ຳສີດ​ໃສ່​ຄົນ ຫລື ລົດ​ທີ່​ກຳລັງ​ແລ່ນ​ໄປ-ມາ​ຕາມ​ທາງ; ບໍ່​ໃຫ້​ໃຊ້​ກຳລັງ​ຮຸນ​ແຮງ​ຕໍ່​ກັນ​ໃນ​ເວລາ​ຫລິ້ນນ້ຳ, ຫົດ​ນ້ຳ ​ຫລື ສວຍ​ໂອກາດ​ຕໍ່​ເພດ​ຍິງ​ໃນ​ເວລາ​ຫົດສົງ​ນ້ຳກັນ.
     ສຳລັບ​ການ​ນຸ່ງ​ຖື: ປະຊາຊົນ​ບໍ່​ວ່າ​ຍິງ-ຊາຍ, ນ້ອຍ, ​ໃຫຍ່​ເວລາ​ເຂົ້າ​ໄປ​ຫົດສົງ​ພະພຸດທະ​ຮູບ ຫລື ຫົດສົງ​ພະສົງ, ສຳມະ​ເນນ​ນຢູ່​ໃນ​ວັດ​ຕ້ອງ​ນຸ່ງ​ຖື​ສຸພາບ​ຮຽບຮ້ອຍ, ຜູ້ຍິງ​ຕ້ອງ​ນຸ່ງ​ສິ້ນ, ​ເສື້ອສຸພາບ ສະ​ແດງ​ອອກ​ເຖິງ​ວັດທະນະທຳ​ລາວ​ຢ່າງ​ແທ້​ຈິງ, ຫ້າມ​ບໍ່​ໃຫ້​ແມ່ ຍິງ​ນຸ່ງ​ສົ້ງ, ນຸ່ງ​ສະ​ເກິ​ດ, ກະ​ໂປ່​ງສັ້ນ, ​ເສື້ອສາຍ​ດ່ຽວ​ເປີດ​ແປນ​ເຂົ້າວັດ ​ແລະ ຫລິ້ນນ້ຳ, ຫົດ​ນ້ຳຢູ່​ສ​ະຖານ​ທີ່​ສາທາລະນະ ຖ້າ​ຜູ້​ໃດ​ລະ​ເມີດ​ຕໍ່​ສິ່ງ​ທີ່​ກ່າວ​ມາ​ທັງ​ໝົດ​ນັ້ນ ​ແມ່ນ​ຈະ​ຖືກ​ຕັກ​ເຕືອນ, ສຶກ ສາ​ອົບຮົມ, ຖ້າ​ກໍລະນີ​ຮ້າຍ​ແຮງ​ແມ່ນ​ມອບ​ໃຫ້​ເຈົ້າ ໜ້າ​ທີ່​ຕຳຫລວດ​ກ່ຽວຂ້ອງ​ກັກ​ຕົວ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກໍລະນີ​ໜັກ-​ເບົາ.

No comments:

Post a Comment