Ad

Ad

11 April 2014

25 ປີ​ແຫ່ງ​ການ​ເຕີບ​ໃຫຍ່​ຂອງ​ການບິນ​ລາວ



     ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງລັດ​ວິ​ສາ​ຫະກິດ​ການບິນ​ລາວ ຄົບ ຮອບ 25 ປີ (23/5/1989 - 23/5/ 2014) ທ່ານ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ ການບິນ​ລາວ ດຣ. ສົມ​ພອນ ດວງ​ດາລາ ​ໄດ້​ໃຫ້​ຮູ້​ວ່າ: ​ເລີ່​ມ​ແຕ່​ປີ 1989-2001, ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ໄດ້​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ ​ໂດຍ​ໄດ້​ຮັບ​ທຶນ​ຈາກ​ລັດ 50 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ຈັດ​ຊື້​ເຮືອບິນ​ຂະ ໜາດ Y12 ຈຳນວນ 7 ລຳ, Y7 ຈຳນວນ 3 ລຳ ​ແລະ ATR 72-200 ຈຳນວນ 1 ລຳ ​​ມາ​ເສີມ​ເຮືອບິນ​ທີ່​ມີ​ແລ້ວ​ຈຳນວນ​ໜຶ່ງ ເພື່ອ​ເລັ່ງ​ໃສ່​ຍົກ​ລະດັບ​ການ​ບໍລິ ການ​ພາຍ​ໃນ​ປະ​ເທດ​ເປັນຕົ້ນຕໍ, ຈາກ​ນັ້ນມາ​ລະຫວ່າງ​ປີ 2002- 2005 ​ໄດ້​ມີ​ການ​ປັບປຸງ​ແຜນ​ທຸລະ​ກິດ ​ແລະ ​ເຊົ່າ​ເຮືອບິນ​ແອ​ບັດ A320 ບິນ​ສາຍ​ຕ່າງປະ​ເທດ ​ແລະ ຕົກ​ມາ​ຮອດ​ໄລຍະ​ປີ 2006-2010 ການບິນ​ລາວ​ໄດ້​ຍົກ​ເລີກ​ນຳ​ໃຊ້​ເຮືອບິນ​ຂະໜາດ Y7 ​ແລະ
Y12 ​ແລະ ນຳ​ໃຊ້​ພຽງ​ແຕ່​ເຮືອບິນ ATR 72-200 ຈຳນວນ 2 ລຳ ແລະ ສຸມ​ໃສ່​ການບິນ​ບໍລິການ​ສາຍ​ທາງ​ທີ່​ມີ​ປະສິດທິ​ຜົນທັງ​ສາຍພາຍ​ໃນ ​ແລະ ຕ່າງປະ​ເທດ. ຂະນະ​ດຽວ​ກັນ ກໍ​ລຶບລ້າງ​ກົນ​ໄກ 2 ລາຄາ (ລາຄາ​ນະ​ໂຍບາຍ​ໃຫ້​ຄົນ​ລາວ ​ແລະ ລາຄາ​ຂາຍ​ໃຫ້​ຕ່າງປະ​ເທດ) ​ໃຫ້​ເປັນ​ລາຄາ​ດຽວ ​ແລະ ​ໄດ້ປັບປຸງ​ລະບົບ​ນິຕິ​ກຳ​ໃຫ້​ເຊື່ອມ​ໂຍງ​ກັບ​ມາດຕະຖານ​ການ ບິນ​ພົນລະ​ເຮືອນ​ສາກົນ ​ແລະ ກ້າວ​ມາ​ຮອດ​ປີ 2011 ​ເປັນຕົ້ນມາ ​ແມ່ນ​ໄລຍະ​ຫັນ​ເປັນ​ມາດຕະຖານ ​ແລະ ​ເຊື່ອມ​ໂຍງ ​ໂດຍ​ໄດ້​ສຸມ​ທຶນ ຮອນ​ຢ່າງ​ມະຫາສານ​ເຂົ້າ​ໃນ​ການ​ປັບປຸງລະບົບ​ການບໍລິການ​ສາຍ​ການບິນ​ໃຫ້​ໃຫຍ່​ຂຶ້ນຈາກ​ການ​ນຳ​ໃຊ້​ເຮືອບິນ​ໃບ​ພັດ​ມາ​ນຳ​ໃຊ້​ເຮືອບິນ​ອາຍ​ພົ່ນ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ​ກວ່າ, ຍົກ​ລະດັບ​ມາດ ຖານ​ຄວາມ​ປອດ​ໄພ​ຕ່າງໆ ​ແລະ ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ທຸ ລະ​ກິດ​ກັບ​ສາຍ​ການບິນ​ຕ່າງປະ​ເທດ​ຢ່າງ​ກວ້າງຂວາງ.
     ທ່ານ​ອຳນວຍ​ການ​ ກ່າວ​ວ່າ: ຕະຫລອດ 25 ປີຜ່ານມາ​ນັ້ນ, ມັນ​ມີ​ທັງ​ໄລຍະທີ່​ເປັນ​ກາລະ​ໂອກາດ​ດີ ​ແລະ ​ໄລຍະ​ທີ່​ສັບສົນ​ລະ​ອິດ​ລະ​ອ້ຽວ ​ແລະ ມີ​ຜົນ​ກະທົບ​ຫລາຍ​ຢ່າງ ​ໂດຍ​ສະ​ເພາະ​ຈາກ​ສະພາບ​ເສດຖະກິດ​ໂລກ​ທີ່​ເຮັດ​ໃຫ້​ທຸລະ​ກິດ​ການບິນ​ຖືກ​ທົດ​ທອຍ ລວມ​ເຖິງ​ສະພາບ​ຕ່າງໆ, ​ແຕ່​ການບິນ​ລາວ​ກໍ​ຍາດ​ໄດ້ຜົນ​ງານ ​ແລະ ເຮັດ​ໃຫ້​ທຸລະ​ກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ​ເປັນ​ກ້າວໆ​ມາ ຄື​ປັດຈຸບັນ​ມີ​ທຶນ​ເພີ່ມ​ຂຶ້ນ​ເປັນ 2 ພັນຕື້ກີບ, ມີ​ເຮືອບິນ 15 ລຳ, ​ໃນ​ນັ້ນ ​ແອ​ບັດ A320 ຈຳນວນ 4 ລຳ, ພະນັກ ງານ 800 ກວ່າ​ຄົນ, ຈຸ​ບິນ​ເພີ່ມ​ຂຶ້ນ 6 ​ເທົ່າ​ຕົວ, ມີ 360 ຕົວ​ແທນ​ຈຳໜ່າຍ ​ແລະ ຮ່ວມ​ມື​ກັບ 25 ສາຍ​ການບິນ​ຂອງ 23 ປະ​ເທດ​ໃນ​ໂລກ, ບໍລິການ​ຜູ້​ໂດຍສານ​ໄດ້​​ເພີ່ມ​ຂຶ້ນຫລາຍ​ເທົ່າ ​ແລະ ມີ​ລາຍ​ຮັບ​ທຸລະ​ກິດ​ປະມານ 926 ຕື້ກວ່າ​ກີບ. ນອກຈາກ​ນີ້ ລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​ມີ​ຄວາມ​ເຂັ້ມ​ແຂງ ຈົນ​ໄດ້​ຮັບ​ລາງວັນ​ຈາກ​ອົງການ​ຈັດຕັ້ງສາກົນ BID ແລະ BIZZ 5 ປີ​ຊ້ອນ. ພ້ອມ​ນີ້ ຍັງ​ໄດ້​ຮັບຮອງ​ເປັນ​ອົງການ​ທີ່​ມີ​ມາດຕະຖານ ISO ດ້ານ​ບໍລິການ ​ແລະ ພວມ​ກວດ​ສອບ​ເພື່ອ​ຮັບ ຮອງ​ເປັນ​ອົງການ​ທີ່​ມີ​ມາດຕະ ຖານ​ຄວາມ​ປອດ​ໄພ​ສາກົນ IOSA ​ໃນ​ປີນີ້.
     ທ່ານອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ເວົ້າວ່າ: ຜົນສຳ​ເລັດ​ທີ່​ກ່າວ​ມານັ້ນມັນ​ເປັນ​ໜ້າ​ຊື່ມຊົມ​ກໍ​ຕາມ, ​ແຕ່​ມັນ​ກໍ​ເປັນ ຜົນສຳ​ເລັດ​ໃນ​ເບື້ອງຕົ້ນ​ເທົ່າ​ນັ້ນ. ພວກ​ເຮົາ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ທີ່​ໜັກໜ່ວງ ​ໂດຍ​ສະ​ເພາະ​ການ​ເກີດ​ອຸປະຕິ​ເຫດ​ໃນ​ທ້າຍ​ປີ 2013 ​ເຊິ່ງມັນ​ເປັນ​ເຫດການ​ທີ່​ສ້າງ​ຄວາມ​ສູນ​ເສຍ​ທາງ​ດ້ານ​ຊັບ​ສິນ, ຊີວິດ ​ແລະ ​ເປັນ​ສິ່ງ​ທີ່​ເສົ້າ​ເສຍດາຍ​ໃຫ້​ແກ່ຄອບຄົວ​ຜູ້​ເສຍ​ຊີວິດ, ​ໃຫ້​ແກ່​ພະນັກງານ​ກຳມະ ກອນ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ແລະ ປະຊາຊົນ​ລາວ​ທັງ​ປະ​ເທດ ​ເຊິ່ງພວກ​ເຮົາ​ຈະ​ບໍ່​ໃຫ້​ເກີດ​ຂຶ້ນອີກ. ​ເຫດການ​ນີ້ມັນ​ປຽບ​ເໝືອນ​ເສັ້ນຜົມ​ນ້ອຍໆ​ບັງ​ພູ​ເຂົາ​ທີ່​ໃຫຍ່​ສູງ ​ເຮັດ​ໃຫ້​ພາບ​ພົດ​ທີ່​ສົດ​ໃສ​ຂອງ​ການ​ປັບປຸງ ​ແລະ ພັດທະ ນາ​ຕະຫລອດ 25 ປີຜ່ານມາຖືກ​ໝົ່ນ​ໝອງ. ສະນັ້ນ ພວກ​ເຮົາ​ຕ້ອງ​ບຸກທະລຸ​ໃນ​ການ​ແກ້​ໄຂ​ພາບ​ພົດ​ນີ້​ໃຫ້​ຜ່ານ​ພົ້ນ​ໄປ, ພວກ​ເຮົາ​ຈະ​ນຳ​ໃຊ້​ສິ່ງ​ທ້າ​ທາຍ​ນີ້ກາຍ​ເປັນ​ໂອກາດ​ພັດທະນາ​ຕົນ​ເອງ ​ແລະ ເຮັດ​ໃຫ້​ສັງຄົມ​ຮູ້​ໄດ້​ຈຸດ​ເຂັ້ມ​ແຂງ​ຂອງ​ພວກ​ເຮົາ ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນກັບ​ຄືນ​ມາ​ໂດ​ຍ​ໄວ. ​ສິ່ງ​ທ້າ​ທາຍ​ທີ່​ໜັກໜ່ວງ​ນັ້ນ ​ແມ່ນ​ພວກ​ເຮົາ​ຕ້ອງ​ບຸກທະລຸ​ທຸກ​ສິ່ງ​ໃນ​ຍຸກ​ສະ​ໄໝ​ໃໝ່ ​ເຊິ່ງ​ເປັນ​ຍຸກ​ແຫ່ງ​ໂລກາ​ພິວັດ, ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ ສານ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ, ຍຸກ​ແຫ່ງ​ການ​ເຊື່ອມ​ໂຍງ ແລະ ​ເປີດ​ນ່ານຟ້າ​ເສລີ. ພວກ​ເຮົາ​ຈະ​ພະຍາຍາມ​ນຳ​ໃຊ້​ບົດ ຮຽນ ​ແລະ ປະສົບ​ການ​ທີ່​ມີ ​ເພື່ອ​ສືບຕໍ່​ປັບປຸງ ​ແລະ ພັດທະນາ​ການບິນ​ລາວ​ໃຫ້​ບັນລຸ​ເປົ້າໝາຍ​ຫັນ​ເປັນ​ທັນ​ສະ​ໄໝ, ມີ​ມາດຖານ ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ​ໃນ​ປີ 2020 ​ເຊິ່ງ​ເປັນ​ປີ​ທີ່​ປະ​ເທດ​ຊາດ​ຂອງ​ເຮົາ​ໄດ້​ຫລຸດ​ພົ້ນອອກ​ຈາກ​ບັນຊີ​ປະ​ເທດ​ດ້ອຍ​ພັດທະນາ.

No comments:

Post a Comment